ເຊື້ອ​ໄວຣັສອີ​​ໂບລາ ​ໄດ້​ເອົາ​ຊີວິດ ​​ທ່ານໝໍ​ຄົນທີສີ່ ຢູ່​ຊີ​ແອຣາ ​ລີ​ອອນ (ສະໄລດ໌/ວີດີໂອ)

ເຈົ້າໜ້າທີ່ສາທາລະນະສຸກ ພາກັນເຄື່ອນຍ້າຍສົບ ຂອງຊາຍຄົນນຶ່ງ ທີ່ພວກຄົນທ້ອງຖິ່ນ ສົງໄສວ່າ ຕາຍຍ້ອນເຊື້ອໄວຣັສ ອີໂບລາ ຢູ່ນະຄອນຫລວງ Monrovia ປະເທດ Liberia, ວັນທີ 11 ກັນຍາ 2014.

ເຊື້ອ​ໄວຣັສອີໂບລາ ​ໄດ້​ເອົາ​ຊີວິດ​ຂອງ​ທ່ານໝໍ​ຄົນທີສີ່ ຢູ່​ໃນ
Sierra Leone ຜູ້​ທີ່​ໄດ້​ອຸທິດຕົນໃນ​ການ​ຕໍ່ສູ້​ກັບ​ພະຍາດ
ຕິດ​ແປດ​ດັ່ງກ່າວ.

ທ່ານໝໍຍິງ ດຣ. Olivette Buck ​ເປັນ​ຫົວໜ້າໂຮງໝໍ Lumley
ຢູ່​ ​ນະຄອນຫລວງ Freetown ຂອງ​ຊີ​ແອຣາ ລີ​ອອນ ໄດ້ເສຍ
​ຊີວິດໄປ ​ໃນ​ວັນ​ອາທິດ​ວານ​ນີ້ ພຽງ 5 ມື້ຫຼັງຈາກທ່ານ​ນາງ​ໄດ້ຖືກ
​ກວດ​ພົບ​ວ່າ​ຕິດ​ເຊື້ອ​ໂຣກນັ້ນ. ທ່ານ​ນາງ​ຕົກ​ຢູ່​ໃນ​ສະພາບ​ທີ່​ປ່ວຍ
​ໜັກ​ເກີນ​ກວ່າ ທີ່​ຈະ​ນຳ​ສົ່ງ​ໄປ​ຮັກສາ​ຢູ່​ປະ​ເທດ​ເຢຍຣະມັນ.

ຫົວໜ້າ​ເຈົ້າໜ້າ​ທີ່​ການ​ແພດ​ຂອງຊີ​ແອຣາ ​ລີ​ອອນ ທ່ານ Brima Kargbo ​ໄດ້ກ່າວຕໍ່​ອົງການ​ຂ່າວ​ຝຣັ່ງວ່າ ​ກະຊວງ​ສາທາລະນະ​ສຸກ ​ແມ່ນມີ​ຄວາມ​ເສົ້າສະ​ຫລົດ​ໃຈ​ຢ່າງ​ເລິກເຊິ​ງ ທີ່​ໄດ້​ສູນ​ເສຍ​ນັກຕໍ່​ສູ້​ກັບ ​ເຊື້ອອີ​ໂບລາ ​ທີ່​ອຸດ​ທິດ​ຕົນ​ໄປອີກ​ຄົນ​ນຶ່ງ​.

ພວກຄົນຢືນເບິ່ງຊາຍຄົນນຶ່ງ ທີ່ສົງໄສວ່າເຈັບປ່ວຍຍ້ອນເຊື້ອໄວຣັສ ອີໂບລາ ຢູ່ຖະໜົນໃຫຍ່ແຫ່ງນຶ່ງໃນນະຄອນຫລວງ Monrovia ປະເທດ Liberia, ວັນທີ 12 ກັນຍາ 2014.

ຢູ່​ໃນ​ປະ​ເທດ​ເພື່ອນ​ບ້ານ Liberia ນັ້ນ ປະທານາທິບໍດີ Ellen
Johnson Sirleaf ​ໄດ້​ປົດ​ຕຳ​ແໜ່​ງ ​ເຈົ້າໜ້າ​ທີ່​ຂັ້ນສູງ 10 ທ່ານ
ຜູ້ທີ່​ໄດ້​ຂັດ​ຂືນຄຳ​ສັ່ງ​ໃຫ້​ກັບ​ຄືນ​ມາ​ປະ​ເທດ ​ເພື່ອ​ຊ່ວຍແກ້​ໄຂ​
ບັນຫາການ ລະບາດ​ຂອງ​ອີ​ໂບລາ.

ລັດຖະບານຖະ​ແຫລ ​ງວ່າ ​ເຈົ້າໜ້າ​ທີ່​ທັງ 10 ຄົນ​ນັ້ນ ​ໄດ້​
ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ຮູ້ສຶກບໍ່​ຫວັ່ນ​ໄຫວ ​ເຫັນ​ໃຈ​
ນຳໂສກ​ນາດຕະກຳຂອງ ປະ​ເທດ​ຊາດ.

​ປະ​ເທດ ໄລບີ​ເຣຍ ​ ຊີ​ແອຣາ ​ລີ​ອອນ ​ແລະ​ ກີ​ນີ ​ແມ່ນ​ໄດ້​ຖືກ
ກະທົບ​ຢ່າງ​ໜັກ ​ໂດຍ​ການລະບາດ​ຂອງ​ອີ​ໂບລາ​ ຢູ່​ອາ​ຟຣິກາ
​ຕາ​ເວັນ​ຕົກ ຊຶ່ງ​ໄດ້ເອົາ​ຊີວິດ​ໄປ ຫຼາຍກວ່າ 2,400 ຄົນ​ແລ້ວ.

ກໍລະນີຄົນຕິດເຊື້ອ ອີໂບລາ ເພີ້ມຂຶ້ນ ຢ່າງຫລວງຫລາຍ

Your browser doesn’t support HTML5

Ebola VOSOT