ໄລບີເຣຍ ໄດ້ຮ່ວມກັບ ຊີແອຣາ ລີອອນ ປະກາດພາວະ
ສຸກເສີນ ສືບເນື່ອງມາຈາກເຊື້ອໄວຣັສອີໂບລາ ໃນຂະນະ
ທີ່ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວວ່າ
ມັນຍັງໄວເກີນໄປ ທີ່ຈະພິຈາລະນາ ສົ່ງຢາທົດລອງປົວ ເຊື້ອ
ອີໂບລາ ທີ່ເຫັນວ່າມີຜົນ ໃນການຊ່ວຍຄົນອາເມຣິກັນ 2 ຄົນ
ທີ່ຕິດເຊື້ອໄວຣັສ ດັ່ງກ່າວນັ້ນ ໄປຍັງອາຟຣິກາຕາເວັນຕົກ.
ໃນຄຳປາໄສເມື່ອວັນພຸດວານນີ້ ຢູ່ກອງປະຊຸມສຸດຍອດ ສະຫະລັດ-ອາຟຣິກາ ທີ່
ວໍຊິງຕັນນັ້ນ ທ່ານ ໂອບາມາ ກ່າວວ່າ ຍັງຈະຕ້ອງສຶກສາຕື່ມອີກກ່ຽວກັບຢານີ້ ທ່ານ
ກ່າວອີກວ່າ:
“ຂ້າພະເຈົ້າຄິດວ່າ ພວກເຮົາຄວນໃຫ້ທາງວິທະຍາສາດນຳພາພວກເຮົາ. ຂ້າພະເຈົ້າບໍ່ຄິດວ່າ ຂໍ້ມູນທັງຫຼາຍຍັງບໍ່ໄດ້ເຂົ້າມາໝົດເທື່ອ ວ່າຢາອັນນີ້ຊ່ວຍໄດ້ຫຼືບໍ່. ສິ່ງທີ່ພວກເຮົາຮູ້ຈັກ ກໍແມ່ນວ່າເຊື້ອໄວຣັສອີໂບລາ ທັງໃນຂະນະນີ້ ແລະໃນອະດີດ ແມ່ນຄວມຄຸມມັນໄດ້ ຖ້າເຈົ້າມີໂຄງລ່າງພື້ນຖານດ້ານສາທາລະນະສຸກ ທີ່ເຂັ້ມແຂງ ຢູ່ກັບທີ່ແລ້ວ ແລະບັນດາປະເທດທີ່ປະສົບກັບບັນຫານີ້ ຍອມຮັບເປັນຜູ້ທຳອິດວ່າ ສິ່ງທີ່ເກີດຂຶ້ນຢູ່ນັ້ນ ແມ່ນຮ້າຍແຮງເກີນກ່ວາທີ່ລະບົບສາທາລະນະສຸກຂອງພວກເຂົາເຈົ້າ ຈະຮັບມືໄດ້.”
ທ່ານກ່າວວ່າ ບັນດາປະເທດທີ່ໄດ້ຮັບຜົນກະທົບຈາກເຊື້ອໄວຣັສນີ້ ຄວນຈະສຸມໃສ່
ການສ້າງໂຄງລ່າງສາທາລະນະທີ່ເຂັ້ມແຂງ.
ຢາທົດລອງທີ່ເວົ້າເຖິງນີ້ ຍັງບໍ່ໄດ້ນຳໄປທົດລອງໃຊ້ກັບມວນມະນຸດ ຫຼືວ່າ ໄດ້ຮັບການ
ອະນຸມັດໃຫ້ໃຊ້ກັບຄົນເທື່ອ.
ອົງການອະນາໄມໂລກ ກ່າວໃນວັນພຸດວານນີ້ວ່າ ຈຳນວນຄົນທີ່ເສຍຊີວິດທັງໝົດ ຈາກ
ການລະບາດຂອງເຊື້ອອີໂບລາ ໃນອາຟຣິກາຕາເວັນຕົກນັ້ນ ໄດ້ເພີ້ມຂຶ້ນເປັນ 932 ລາຍ
ແລ້ວ ຈາກກໍລະນີຕິດເຊື້ອນີ້ທັງໝົດ ຫຼາຍກວ່າ 1.700 ຄົນ.
Your browser doesn’t support HTML5
2016771 US Obama