ງການອະນາໄມໂລກ ກ່າວວ່າ ມີອີກ 84 ຄົນເສຍຊີວິດ ໃນ
ພາກຕາເວັນຕົກຂອງອາຟຣິກາຍ້ອນຕິດເຊື້ອໄວຣັສອີໂບລາ
ຊຶ່ງເຮັດໃຫ້ຈຳນວນຄົນຕາຍທັງໝົດ ຍ້ອນການລະບາດຂອງ
ເຊື້ອດັ່ງກ່າວ ເພີ້ມຂຶ້ນເປັນ 1.229 ຄົນ.
ພ້ອມດຽວກັນ ອົງການອະນາໄມຂອງສະຫະປະຊາຊາດ ປະ
ກາດໃນວັນອັງຄານມື້ນີ້ວ່າ ສ່ວນຈຳນວນຜູ້ຕິດເຊື້ອອີໂບລາ
ທີ່ໄດ້ຮັບການຢືນຢັນແລະມີທາງເປັນໄປໄດ້ນັ້ນກໍໄດ້ເພີ້ມຂຶ້ນ
ເປັນ 2.240 ຄົນ ຮວມທັງລາຍໃໝ່ 113 ຄົນ ທີ່ມີລາຍງານ
ໃຫ້ຮູ້ ໃນທ້າຍອາທິດແລ້ວນີ້.
ການລະບາດ ຂອງ ອີໂບລາ
ການຕາຍສ່ວນໃຫຍ່ ແມ່ນເກີດຂຶ້ນຢູ່ໃນປະເທດໄລບີເຣຍ ບ່ອນທີ່ເຈົ້າໜ້າທີ່ກຳລັງດິ້ນ
ຮົນເພື່ອຄວບຄຸມເຊື້ອໄວຣັສດັ່ງກ່າວ. ເມື່ອວັນອາທິດທີ່ຜ່ານມານີ້ ພວກຄົນປ່ວຍທີ່ສົງ
ໄສວ່າຕິດເຊື້ອອີໂບລາ ຢ່າງນ້ອຍ 17 ຄົນ ໄດ້ພາກັນປົບໜີ ຈາກສູນປິ່ນປົວທີ່ແຍກໃຫ້
ຢູ່ໂດດດ່ຽວແຫ່ງນຶ່ງ ໃນນະຄອນຫຼວງ Monrovia ເວລາພວກຜູ້ຊາຍຕິດອາວຸດກຸ່ມນຶ່ງ
ປຸກເຂົ້າໂຈມຕີ ແລະປຸ້ນສະດົມເອົາເຄື່ອງຂອງໄປ ແມ່ນແຕ່ ເສື່ອນອນ ຕຽງ ແລະສົບ
ມືທີ່ຕິດພະຍາດຮ້າຍແຮງນັ້ນ.
ລາຍງານຂ່າວ Reuters ທີ່ອ້າງໂຄສົກລັດຖະບານ ເວົ້າວ່າ ທາງການໄດ້ຊອກເຫັນຄົນ
ປ່ວຍທັງ 17 ຄົນນັ້ນແລ້ວ ແລະໄດ້ພາເຂົາເຈົ້າໄປຮັກສາຢູ່ຄລີນິກອີກແຫ່ງນຶ່ງແລ້ວ.
ເຮົາມີລາຍງານ ກ່ຽວກັບຢາທົດລອງປິ່ນປົວ ພະຍາດອີໂບລາ ມາສະເໜີທ່ານ ຫລັງຈາກ
ພາກຂ່າວ ໂປດຕິດຕາມຮັບຟັງ.
Your browser doesn’t support HTML5
EBOLA SOTVO