ດາຣາຮູບເງົາ Leonard Nimoy ເສຍຊີວິດແລ້ວ ຮວມອາຍຸ ໄດ້ 83 ປີ

ທ່ານ Leonard Nimoy ດາຣາຮູບເງົາໃນເລື້ອງ Star Trek ເສຍຊີວິດແລ້ວ ໃນມື້ວັນສຸກວານນີ້.

ດາຣາຮູບ​ເງົາ ທ່ານ Leonard Nimoy ທີ່​ຕາຍບໍ່​ເປັນ ​ໃນ​ນາມ​
ເຄິ່ງມະນຸດ​ໂລກ ​ແລະ​ເຄິ່ງມະນຸດ​ຕ່າງ​ດາວ ທ່ານ Spock ໃນ
ຮູບ​ເງົາ​ໂທລະພາບເລື້ອງ Star Trek ນັ້ນ ​ໄດ້​ເສຍຊີ​ວິດ​ໃນ​ວັນ​
ສຸກວານ​ນີ້ ຢູ່​ທີ່ນະຄອນ Los Angeles ຮວມອາຍຸ​ໄດ້ 83 ປີ

ທ່ານ Nimoy ​ໄດ້​ລົ້ມປ່ວຍມາຊົ່ວໄລຍະນຶ່ງຍ້ອນພະຍາດ​ປອດ
ອັນ​ເປັນ​ອາ ​ການ​ທີ່​ທ່ານໄດ້ຖິ້ມໂທດໃສ່​ການ​ສູບຢານັ້ນ.

ທ່ານ Nimoy ​ເກີດ​ຢູ່​ນະຄອນ Boston ​ເປັນ​ລູກຊາຍ​ຂອງ​ຊາວ
​ຢິວຈາກຢູ​ເຄຣນ ທີ່ນັບຖືສາສະໜາຢ່າງເຄັ່ງຄັດ ທີ່​ໄດ້ອົບພະ
ຍົບເຂົ້າ​ມາ​ຢູ່ສະຫະລັດ. ຮູບ​ຮ່າງ​ດຳ​ກໍ່າ ​ ແລະ​ຄ້າ​ຍຄື​ກັບ​ຄົນ​ເອ​
ເຊຍ ​ໄດ້​ເຮັດ​ໃຫ້​ທ່ານ​ຖືກ​ເລືອກ​ສະ​ແດງ​ໃນ​ບົດບາດ​ທີ່​ແປ​ກໆຜິດປົກກະຕິ.

ທ່ານ​ໄດ້​ສະ​ແດງ​ໃນ​ບົດບາດ​ເປັນຕົວປະກອບທີ່​ນັບ​ບໍ່​ໄດ້ ​ທັງໃນ​ຮູບ​ເງົາແລະຢູ່​ໃນ​ໂທລະ
ພາບ ກ່ອນ​ທີ່​ຈະ​ໄດ້​ສະ​ແດງ​ເປັນ ທ່ານ Spock ​ໃນ​ເລື້ອງ Star Trek ທີ່​ມີ​ຊື່​ສຽງ ຂອງ​ປີ 1966.

​ໃນ​ນາມ​ເປັນ​ເຄິ່ງມະນຸດ​ໂລກ ​ແລະເຄິ່ງມະນຸດ​ຕ່າງ​ດາວ ທ່ານ Spock ​ແມ່ນສາມາດຈຳ
ໄດ້​ໂດຍ​ທັນ​ທີ​ຈາກບົດບາດ​ຂອງ​ທ່ານ ທີ່​ມີ​ຫູ​ແຫລມ. ທ່ານ​ໄດ້​ຕໍ່ສູ້​ກັບ​ສົງຄາມ​ທີ່​ບໍ່​ສີ້​ນສຸດ ລະຫວ່າງຄວາມ​ຮູ້ສຶກ​ຂອງ​ມະນຸດ ​ແລະ​ແນວ​ຄິດ​ອັນເຢັນຊາ​ຂອງ​ມະນຸດ​ຕ່າງດາວ. ກິ​ລິ​
ຍາ​ທ່າ​ທີ​ທີ່ສະຫງົບ​ງຽບເຍືອກເຢັນຂອງ​ທ່ານ ​ໄດ້​ເປັນ​ຄົນທີ່ຂັດແຍ້ງ ແຕ່ກໍເຂົ້າກັນໄດ້ດີ
ກັບລັກສະນະຂອງ​ຜູ້ບັງຄັບຍານ Captain Kirk ​ໃນ​ຂະນະ​ທີ່​ບຸກຄົນທັງ​ສອງ ​ແລະ​ລູ​ກ
​ເຮືອ​ເຂົາ​ເຈົ້າພາກັນ​ເດີນທາງ​ສຳ​ຫຼວດ​ໂລກ​ໃໝ່ ທີ່ໄກອອກໄປ​ຈາກ​ໂລກ​ມະນຸດເຮົາ.

ເລື້ອງ Stark Trek ດັ້ງເດີມ ​ໄດ້​ຢຸດເຊົາອອກອາກາດເມື່ອສາມ​ປີກວ່າໆຜ່ານມານີ້ ​ແຕ່​
ວ່າໄດ້​ກັບຄືນມາສາຍໃໝ່ອີກ​ແຕ່​ນັ້ນ​ມາຍ້ອນມີຜູ້​ຕິດ​ຕາມ​ເບິ່ງເປັນຈຳນວນຫຼວງຫລາຍ
​ໂດຍ​ສະ​ເພາະໃນໝູ່ບັນດາ​ຊາຍ​ໜຸ່ມ.

ນອກນັ້ນທ່ານ Nomoy ຍັງ​ໄດ້​ສະ​ແດງ​ຢູ່​ໃນ​ລາຍ​ການ​ໂທລະ​ພາບອັນ​ເປັນ​ທີ​ນິຍົມອື່ນໆ
​ເຊັ່ນເລື້ອງ Mission Impossible ​ແລະ​ເປັນ​ຜູ້ຈັດລາຍການ ສາລະຄະດີ In Search Of ​ແຕ່​ວ່າ ບໍ່​ເປັນ​ທີ່​ນິຍົມ​ເທົ່າ​ກັບ​ການ​ເປັນ Mr. Spock.

Your browser doesn’t support HTML5

LEONARD NIMOY OBIT VO