ຢູເຄຣນ ກ່າວວ່າ ພວກກະບົດ ຍັງສືບຕໍ່ ທຳການໂຈມຕີ ທັງໆທີ່ມີການຢຸດຍິງແລ້ວ

ພວກກະບົດແບ່ງແຍກດິນແດນ ຍ່າງເຂົ້າໄປໃນ ເມືອງ Debaltseve ທາງພາກຕາເວັນອອກຂອງຢູເຄຣນ, ວັນທີ 19 ກຸມພາ 2015.

ໂຄສົກຄົນນຶ່ງຂອງກອງທັບຢູເຄຣນກ່າວວ່າ ພວກກະບົດ
ແບ່ງແຍກດິນແດນ ນິຍົມຣັດເຊຍ ໄດ້ຍິງໂຈມຕີທີ່ໝັ້ນຂອງ
ທະຫານຢູເຄຣນຊ້ຳແລ້ວຊ້ຳອີກ ເປັນເວລາຫຼາຍໆຊົ່ວໂມງ
ໃນຄືນແລ້ວນີ້ ທັງໆທີ່ການຢຸດຍິງ ເລີ້ມມີຜົນບັງຄັບໃຊ້ ມາໄດ້
5 ມື້ແລ້ວ.

ທ່ານ Anatoliy Stelmakh ກ່າວ​ໃນ​ວັນ​ສຸກມື້ນີ້​ວ່າ ພວກ​ກະບົດ
ໄດ້ສຸມການໂຈມຕີໃສ່ບໍລິເວນອ້ອມແອ້ມເມືອງ Donetsk ໂດຍ
ໄດ້ຍິງຖະຫລົ່ມບ້ານ Kurakhove ທີ່ຢູ່ທາງກ້ຳຕາເວັນຕົກ. ທ່ານ
ຍັງເວົ້າວ່າ ບ້ານ Bernadyansk ​ໃກ້​ກັບ​ເມືອງ​ທ່າ Mariupol ກໍ
ໄດ້ຖືກຍິງໂຈມຕີ ໂດຍປືນໃຫຍ່ ແລະ ປືນຄົກ ໃນຄືນແລ້ວນີ້.
ນອກນັ້ນແລ້ວໃນວັນພະຫັດວານນີ້ ກໍມີການສູ້ລົບກັນອີກຕ່າງຫາກ ໃກ້ ກັບເມືອງທ່າ Mariupol ໂດຍທີ່ພວກກະບົດໄດ້ຍິງໂຈມຕີບ້ານ Shyrokyne.

ພວກແບ່ງແຍກດິນແດນ ນິຍົມຣັດເຊຍສອບຖາມ ຜູ້ຊາຍຄົນນຶ່ງ ຢູ່ເມືອງ Uglegorsk ທາງພາກຕາເວັນອອກ ຫ່າງຈາກເມືອງ Debaltseve ກ້ຳຕາເວັນຕົກສຽງໃຕ້ 6 ກິໂລແມັດ ເມື່ອວັນທີ 19 ກຸມພາ 2015.

ເມືອງ​ Mariupol ຊຶ່ງເປັນເມືອງທ່າ​ທີ່​ສຳຄັນສຸດ ​ໃນ​ພາກ​ຕາ​ເວັນ
​ອອກ​ຂອງຢູ​ເຄຣນ ​ໄດ້ເກີດການສູ້ລົບກັນ​ຢ່າງ​ດຸ​ເດືອດ​ເມື່ອ​ປີ​
ກາຍນີ້ ກ່ອນ​ໜ້າ​ກອງ​ກຳລັງ​ຂອງ​ຢູ​ເຄຣນ ​ເຂົ້າຢຶດ​ເມືອງ​ດັ່ງກ່າວ​.

ໃນວັນພະຫັດວານນີ້ ບັນດາ​ຜູ້ນຳ​ຂອງ​ຢູ​ເຄຣນ ຣັດ​ເຊຍ ຝຣັ່ງ ​
ແລະ ​ເຢຍຣະມັນ ​ໄດ້​ໃຫ້​ຄຳ​ໝັ້ນສັນ​ຍາອີກ​ເທື່ອ​ໃໝ່ ​ວ່າຈະ​ສະໜັບ
ສະໜຸນຂໍ້​ຕົກລົງ​ຢຸດ​ຍິງຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນຕໍ່​ໄປ.
ພວກຜູ້ນຳທັງ 4 ທີ່ໄດ້ເຈລະຈາຂໍ້ຕົກລົງຢຸດຍິງນັ້ນ ໄດ້​ປະນາມ
​ການ​ສູ້ລົບ​ດັ່ງກ່າວ ​ແລະ​ຮຽກຮ້ອງ​ໃຫ້​ທັງ​ສອງ​ຝ່າຍ​ເຄົາລົບການ​
ຢຸດ​ຍິງ ຊຶ່ງ​ໄດ້​ສັງເກດເຫັນ​ວ່າ ​ມີ​ການລ່ວງລະ​ເມີດ​ເກີດ​ຂຶ້ນເປັນ
ລຳດັບມາ​ແລ້ວ.

​ພວກ​ກະບົດແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ຫາກໍ​ໄດ້​ຮັບໄຊຊະນະ​ແບບສົດໆຮ້ອນໆ
ຕໍ່ກອງກຳລັງຂອງ​ຢູ​ເຄຣນ​ທີ່​ເມືອງ Debaltseve ​ຊຶ່ງ ເປັນສູນກາງທາງລົດໄຟ ໃນພາກ
ຕາເວັນອອກຂອງຢູເຄຣນ.

Your browser doesn’t support HTML5

UKRAINE CEASE FIRE VIDEO