ທະນາຍຄວາມຂອງອະດີດນັກບິນລົບສະຫະລັດ ຕໍ່ສູ້ກັບການສົ່ງຜູ້ຮ້າຍຂ້າມແດນຂອງທ່ານ ຈາກອອສເຕຣເລຍ

  • ຟີລ ເມີຣເຊີ

ແຟ້ມພາບ - ທ່ານເດນນິສ ມິຣາລິສ (Dennis Miralis), ທະນາຍຄວາມຂອງອະດີດນັກບິນກອງທັບສະຫະລັດ ແດນຽລ ດັກແກນ (Daniel Duggan), ກ່າວຕໍ່ບັນດານັກຂ່າວ ຢູ່ນອກສານໃນນະຄອນຊິດນີ ຂອງອອສເຕຣເລຍ ໃນວັນທີ 4 ພະຈິກ 2022, ທີ່ຢູ່ໃນພາບນີ້ແມ່ນນໍາມາຈາກວີດີໂອ

ການກະທຳຜິດທີ່ອາດເປັນໄປໄດ້ ໂດຍອົງການສືບລັບດ້ານຄວາມໝັ້ນຄົງ ຂອງອອສເຕຣເລຍ ອາດຢຸດຢັ້ງ ການສົ່ງຜູ້ຮ້າຍຂ້າມແດນ ທີ່​ເປັນອະດີດນັກບິນລົບຄົນນຶ່ງ ທີ່ຖືກກ່າວຫາວ່າ ເຮັດການຝຶກອົບຮົມໃຫ້ທະຫານຈີນ. ທ່ານ ແດນຽລ ດັກແກນ (Daniel Duggan) ອາຍຸ 54 ປີ ຕ້ອງການໃຫ້ສານໃນນະຄອນຊີດນີ ໂຈະການດຳເນີນຄະດີຕໍ່ລາວ ໄວ້ຊົ່ວຄາວ ຈົນກວ່າການສືບສວນຂອງອົງການກວດກາ ສືບລັບດ້ານຄວາມໝັ້ນຄົງຂອງອອສເຕຣເລຍ ຈະສິ້ນສຸດລົງ. ຟີລ ເມີເຊີ (Phil Mercer) ມີລາຍງານເລື່ອງນີ້ ຈາກນະຄອນຊີດນີ ເຊິ່ງອາດນາສັກ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຮັບຟັງລາຍງານ ກ່ຽວກັບ ທະນາຍຄວາມຂອງອະດີດນັກບິນລົບສະຫະລັດ ຕໍ່ສູ້ກັບການສົ່ງຜູ້ຮ້າຍຂ້າມແດນຂອງທ່ານ ຈາກອອສເຕຣເລຍ

ສະຫະລັດ​ໄດ້​ກ່າວ​ຫາວ່າ ​ທ່ານ ແດນຽລ ດັກແກນ (Daniel Duggan) ຝຶກ​ອົບຮົມ​ນັກ​ບິນລົບ​ຂອງ​ຈີນ ​ໂດຍ​ການ​ລະ​ເມີດ​ກົດໝາຍ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ການ​ສົ່ງ​ອອກ​ອາວຸດ. ອະດີດ​ນັກ​ບິນມາຣີນທ່ານ​ນີ້ ​ໄດ້​ຖືກ​ຄວບຄຸມໂຕ ​ນັບ​ຕັ້ງ​ແຕ່​ຖືກ​ຈັບ​ໃນ​ເດືອນ​ຕຸລາທີ່​ຜ່ານ​ມາ ໃນລັດ New South Wales ຂອງ​ອອສ​ເຕຣ​ເລຍ.

ທະນາຍຄວາມຂອງລາວໄດ້ໂຕ້ແຍ້ງວ່າ ລາວເປັນຜູ້ເຄາະຮ້າຍຈາກການສົມຮູ້ຮ່ວມຄິດ ຂອງອົງການສືບລັບດ້ານຄວາມໝັ້ນຄົງ ຂອງອອສເຕຣເລຍ ແລະໄດ້ອ້າງວ່າອົງການດັ່ງກ່າວໄດ້ "ຫຼອກລໍ້" ທ່ານ ດັກແກນ ໃຫ້ອອກຈາກຈີນ ກັບຄືນມາອອສເຕຣເລຍ. ຫຼັງຈາກນັ້ນ ລາວໄດ້ຖືກຄວບຄຸມຕົວ ຕາມການຮ້ອງຂໍຂອງສະຫະລັດ.

ທ່ານ ດັກແກນ ໄດ້ສະໝັກວຽກຂອງລັດຖະບານອອສເຕຣເລຍ ໃນດ້ານການບິນ ທີ່ຈຳເປັນຕ້ອງຜ່ານການຮັບຮອງດ້ານຄວາມປອດໄພ, ເຊິ່ງ​ກໍ່ໄດ້​ຮັບ​ການອະນຸ ມັດ​ໃນ​ເບື້ອງ​ຕົ້ນ ແຕ່​ໄດ້​ຖືກ​ຍົກ​ເລີກ ​ໃນ​ເວລາບໍ່ດົນ ຫຼັງ​ຈາກ​ທີ່​ລາວ ​ກັບ​ຄືນ​ໄປ​ອອສເຕຣເລຍ.

ທີມງານດ້ານກົດໝາຍຂອງລາວ ຕ້ອງການໃຫ້ຄະດີສົ່ງຕົວຜູ້ຮ້າຍຂ້າມແດນ ຢຸດຕິລົງ ໃນຂະນະທີ່ການສອບສວນເອກະລາດ ແມ່ນດໍາເນີນການໂດຍຜູ້ບັນຊາການສືບລັບ ແລະ ຄວາມໝັ້ນຄົງ, ເຊິ່ງກວດສອບການເຄື່ອນໄຫວຂອງ 6 ອົງການສືບລັບຂອງອອສເຕຣເລຍ.

ທະນາຍຄວາມຂອງອະດີດນັກບິນມາຣີນສະຫະລັດ ແມ່ນທ່ານເດນນິສ ມິຣາລິສ (Dennis Miralis). ທ່ານ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ຢູ່​ນອກ​ສານ​ໃນ​ນະຄອນ ຊິດນີ ​ໃນ​ວັນ​ຈັນນີ້ ​ວ່າ ຄະດີ​ນີ້​ສົ່ງຜົນກະທົບຕໍ່ອະດີດນັກບິນມາຣີນຂອງສະຫະລັດທ່ານນີ້.

ທ່ານ ມິຣາລິສ (Miralis) ໄດ້ກ່າວວ່າ:

“ທ່ານ ແດນ ຮູ້ສຶກຖືກກະທົບກະເທືອນທາງດ້ານຈິດໃຈຢ່າງສິ້ນເຊີງ ຈາກຜົນກະທົບທີ່ຍັງຄົງສືບຕໍ່ ມີຕໍ່ ລູກ ແລະຄອບຄົວຂອງລາວ. ແຕ່ຫນ້າເສຍດາຍທີເລື່ອງນີ້ ຍັງຕ້ອງໃຊ້ເວລາອີກໄລຍະນຶ່ງ ກ່ອນທີ່ຈະສາມາດແກ້ໄຂໄດ້. ທ່ານ ແດນ ຮູ້ດີວ່າ ທຸກຂັ້ນຕອນທີ່ກຳລັງດຳເນີນໄປນັ້ນ ແມ່ນມີຈຸດປະສົງ ເພື່ອຮັບ ປະກັນສິດທິ ແລະປົກປ້ອງທ່ານ ແລະເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍທີ່ສຸດ ໃຫ້ທ່ານສາມາດເອົາຊະນະຄໍາຮ້ອງຂໍການສົ່ງຜູ້ຮ້າຍຂ້າມແດນ ຈາກສະຫະລັດ."

ອະດີດ​ນັກ​ບິນ​ມາຣີນທ່ານ​ນີ້​ ເປັນ​ພົນລະ​ເມືອງ​ອອສ​ເຕຣ​ເລຍ ທີ່​ໄດ້​ປະ​ຖິ້ມ​ສັນຊາດ​ສະຫະລັດຂອງຕົນ.

ທ່ານ​ໄດ້​ປະຕິ​ເສດ​ວ່າ ​ບໍ່​ໄດ້​ລະ​ເມີດ​ກົດໝາຍ​ໃດໆ ​ແລະ ​ກ່າວ​ວ່າ ​ທ່ານ​ໄດ້​ກຳລັງຝຶກ​ອົບຮົມ​ພົນລະ​ເຮືອນ​ຂອງ​ຈີນ ບໍ່​ແມ່ນ​ນັກ​ບິນ​ທະຫານ.

ລັດຖະບານອອສເຕຣເລຍ ໄດ້ອະນຸມັດຄຳຮ້ອງຂໍ ໃຫ້ສົ່ງຕົວຜູ້ຮ້າຍຂ້າມແດນຂອງທ່ານ ໃນເກືອບ 4 ເດືອນກ່ອນ.

ຜູ້ພິພາກສາສານ ໃນນະຄອນຊິດນີ ຈະຕັດສິນວ່າ ທ່ານ ດັກແກນ (Duggan) ມີສິດໄດ້ຮັບການສົ່ງຕົວຜູ້ຮ້າຍຂ້າມແດນ ມາສະຫະລັດ ເພື່ອປະເຊີນກັບຂໍ້ຫາທາງອາຍາ ຫຼືບໍ່.

ຄໍາຮ້ອງໂດຍທີມງານກົດຫມາຍຂອງທ່ານ ສໍາລັບການໂຈະການດໍາເນີນຄະດີ ມີກໍານົດທີ່ຈະໄດ້ຮັບການພິຈາລະນາ ໃນເດືອນກໍລະກົດນີ້.

ທະນາຍຄວາມຂອງລັດຖະບານສະຫະລັດກ່າວວ່າ ພວກເຂົາຕັ້ງໃຈທີ່ຈະຕໍ່ສູ້ເພື່ອສິ່ງທີ່ເອີ້ນວ່າ "ຄຳ​ສັ່ງ​ຂອງ​ສານ​ເພື່ອ​ໃຫ້​ຢຸດ​ເຊົາ​ການ​ດຳ​ເນີນ​ການ​ທາງ​ດ້ານ​ກົດ​ໝາຍ​ຫຼືທີ່​ເອີ້ນ​ວ່າ stay application.

ໃນຊ່ວງບໍ່ເທົ່າໃດເດືອນມານີ້, ອອສເຕຣເລຍ, ສະຫະລັດ ແລະອັງກິດ ໄດ້​ເລີ້ມການປາບປາມບັນດາອະດີດນັກບິນທະຫານ ທີ່ໄດ້ຖືກວ່າຈ້າງໂດຍຈີນ.

ອ່ານບົດລາຍງານນີ້ເປັນພາສາອັງກິດຕື່ມ