ທະນາຍຄວາມ ກ່າວວ່າ ຜູ້ຕ້ອງສົງໄສ ໃນການໂຈມຕີ ຢູ່ປາຣີ ຢາກຮ່ວມມື ກັບຕຳຫຼວດ

ຕຳຫຼວດແບລຢ້ຽມ ພວມຍ່າງອອກຈາກສານ ໄປຫາລົດ ທີ່ເຊື່ອວ່າ ນຳສົ່ງທ້າວ Salah Abdeslam ຜູ້ຕ້ອງສົງໄສ ໃນການໂຈມຕີ ຢູ່ປາຣີ.

ທະນາຍຂອງ​ຜູ້​ຕ້ອງ​ສົງ​ໄສ​ຄົນ​ສຳຄັນ​ໃນ​ການ​ໂຈມ​ຕີ​ຢູ່​ນະຄອນ
ຫຼວງປາຣີ ​ເມື່ອ ​ເດືອນ​ພະຈິກ​ປີ​ກາຍ​ນີ້ ກ່າວ​ວ່າ ລູກ​ຄວາມ​ຂອງ
ລາວມີ​ຄວາມ​ກະຕືລືລົ້ນ ທີ່​ຈະ​ໃຫ້ການ​ຮ່ວມ​ມື​ແກ່​ເຈົ້າໜ້າ​ທີ່​ຝຣັ່ງ
​ໃນ​ການ​ສືບສວນ​ສອບ​ສວນ​ກ່ຽວ​ກັບ​ການ​ໂຈມ​ຕີ​ດັ່ງກ່າວ.

ທ່ານ Cedric Moisse ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພະຫັດ​ມື້ນີ້
ວ່າ ທ້າວ Salam Addeslam ຈະ​ບໍ່​ທຳ​ການ​ຕໍ່ສູ້ ​ໃນການ​ສົ່ງ​ຜູ້
​ຮ້າຍ​ຂ້າມ​ແດນ​ໄປ​ຝຣັ່ງແຕ່ Brussels ​ບ່ອນ​ທີ່​ຜູ້ກ່ຽວ​ຖືກ​ຈັບ​ໃນ​
ວັນ​ທີ 18 ມີນາ​ຜ່ານ​ມາຫຼັງ​ຈາກ​ໄດ້​ຫລົບລີ້​ຢູ່​ເປັນ​ເວລາ​ສີ່​ເດືອນ.
ລາວ​ຖືກ​ກ່າວ​ຫາ​ວ່າ ຊ່ອຍ​ວາງ​ແຜນ​ ໃນ​ການ​ໂຈມ​ຕີຢູ່​ນະຄອນ
ຫຼວງຂອງຝຣັ່ງທີ່​ເຮັດ​ໃຫ້130 ຄົນເສຍ​ຊີວິດ​ໄປນັ້ນ.

ທ້າວ Salah Abdeslam

ທ້າວ Addeslam ຍັງ​ມີ​ສ່ວນ​ພົວພັນ​ກັບ​ສອງອ້າຍນ້ອງທ້າວ Khalid ​ແລະ​ທ້າວ Ibrahim el Bakraoui ທີ່​ເຂົ້າຮ່ວມ​ໃນ​ການ​ໂຈມ​ຕີ​ ດ້ວຍ​ລະ​ເບີດສະຫຼະຊີບ ທີ່​ນະຄອນ Brussels
ເມື່ອ​ອາທິດ​ແລ້ວທີ່​ເຮັດ​ໃຫ້ 32 ຄົນ​ເສຍຊີວິດ​ໄປນັ້ນ. ຂະນະ​ດຽວ​ກັນ ພວກ​ໄອ​ຍະ​ການ​ໄດ້​
ກ່າວ​ຫາ​ໃນ​ຂັ້ນຕົ້ນ ຕໍ່ທ້າວ Reda Kriket ອາຍຸ 34 ປີ ຊຶ່ງ​ເປັນ​ຄົນ​ຝຣັ່ງ ​ໃນ​ວັນ​ພຸດ​ວານ​ນີ້ ​
ໂດຍ​ເອີ້ນດິນ​ລະ​ເບີດ ​ແລະ​ອາວຸດ​ທີ່​ເຊື່ອງ​ໄວ້ ທີ່​ໄດ້​ພົບ​ເຫັນ​ຢູ່​ໃນ​ຫໍ​ພັກ​ຂອງ​ຜູ້ກ່ຽວ ໃນ​ລະ
ຫວ່າງການບຸກ​ເຂົ້າ​ໄປ​ກວດຄົ້ນ ເປັນຮ່ອງຮອຍ​ສະ​ແດງ​ໃຫ້​ເຫັນ​ວ່າ ຈະ​ມີ​ການ​ກໍ່​ການ​ຮ້າຍ
ຢ່າງ​ຮຸນ​ແຮງ​ກຳລັງ​ຈະ​ເກີດ​ຂຶ້ນ.

ມີ​ການ​ສົງ​ໄສ​ວ່າທ້າວ Kriket ​ໄດ້​ເດີນທາງ​ໄປປະເທດ​ຊີ​ເຣຍ​ໃນ​ທ້າຍ​ປີ 2014 ຫລື​ບໍ່​ກໍຕົ້ນ
ປີ 2015 ​ແລະ​ເຄີຍໄດ້​ຖືກ​ຕັດສິນ​ຫລັບ​ຫຼັງ​ມາ​ແລ້ວໂດຍ​ພວກ​ເຈົ້າໜ້າ​ທີ່​ໃນ​ແບ​ລຢ້ຽມເມື່ອ
​ເດືອນ​ກໍລະກົດ​ປີ​ກາຍ ​ໃນ​ຂໍ້​ຫາ​ກໍ່​ການຮ້າຍ.

Your browser doesn’t support HTML5

Brussels Attacks