ບັນດາສະມາຊິກ ​ສະພາ​ເນ​ປານ ຕົກລົງກັນບໍ່ໄດ້ ກ່ຽວກັບ ລັດຖະທຳມະນູນ ສະບັບໃໝ່

ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພເນປານ ລຽນກັນເປັນແຖວ ເພື່ອຢຸດຢັ້ງ ບັນດາສະມາຊິກສະພາ ຂອງພັກຝ່າຍຄ້ານ ທີ່ປະທ້ວງຕໍ່ການຈັດຕັ້ງ ຮ່າງລັດຖະທຳມະນູນ ຢູ່ໃນອາຄານລັດຖະສະພາ ທີ່ນະຄອນຫລວງ Kathmandu, ວັນທີ 22 ມັງກອນ 2015.

ບັນດາສະມາຊິກ​ສະພາ​ເນ​ປານ ​ໄດ້​ພາດ​ເສັ້ນຕາຍ​ໄປ ​ໃນ​ຕອນ
​ທ່ຽງ​ຄືນ ເພື່ອ​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ແຫ່ງ​ຊາດ ສະບັບ​
ໃໝ່ ​ໂດຍ​ມີ​ຂໍ້​ຂັດ​ແຍ້​ງກັນເຫຼືອຢູ່​ ໃນຫຼາຍໆ​ຈຸດ​ ທີ່​ຍັງແກ້​ໄຂ​ບໍ່​ໄດ້.

ປະທານ​ສະພາ ທ່ານ Subash Nembang ​ໄດ້​ເລີກກອງ​ປະຊຸມ
​ສະພາຢ່າງ​ຄຽດ​ແຄ້ນ ​ໃນ​ຕອນ​ທ່ຽງ​ຄືນ​ວັນ​ພະຫັດວານ​ນີ້ ຂະນະ​ທີ່
ບັນດາ​ສະມາຊິກ​ພັກຝ່າຍ​ຄ້ານ​ ທີ່​ນຳ​ໂດຍພັກນິຍົມ​ລັດທິ Mao
​ໄດ້​ສະກັດ​ກັ້ນ ຄວາມພະຍາຍາມຂອງພັກ​ລັດຖະບານ ທີ່​ຈະ​ລົງ​
ຄະ​ແນນ​ສຽງ​ຕໍ່​ບັນຫາ​ຕ່າງໆທີ່ຖົກ​ຖຽງ​ກັນ​ຢູ່​ນັ້ນ. ປະທານ​ສະພາ
ກ່າວ​ວ່າ ທ່ານ​ຈະ​ອະນຸຍາດ​ໃຫ້ບັນດາ​ພັກລັດຖະບານ ສະ​ເໜີ
ຄວາມຄິດເຫັນຕ່າງໆ ​ຂອງພວກເຂົາເຈົ້າ ໃນ​ສອງ​ສາມ​ມື້​
ຂ້າງ​ໜ້າ​ນີ້.

ຄວາມ​ພະຍາຍາມ​ເພື່ອໃຫ້ມີການບັນລຸການຕົກລົງ​ກັນກ່ຽວ​ກັບ​ລັດຖະທຳ​ມະນູນ ​ໄດ້​ຖືກ​
ຂັດຂວາງ​ໂດຍ​ການ​ບໍ່​ລົງ​ລອຍ​ກັນ ​ໃນ​ບັນດາ​ພັກ​ການ​ເມືອງ​ຕ່າງໆ ​ໃນ​ເລື້ອງ​ຂອງ​ເຂດ​
ແດນ​ພາຍ​ໃນ. ພັກຝ່າ​ຍຄ້ານຊຸກຍູ້​ໃຫ້​ມີການສ້າງຕັ້ງ​ແຂວງ​ຕ່າງໆ​ຂຶ້ນ ທີ່​ອາດ​ເປັນ​ທີ່​ພໍ​ໃຈ​
ສຳ​ຫລັບ​ພວກ​ກຸ່ມ​ທີ່​ຖືກ​ກົດ​ຂີ່​ ອີງ​ຕາມ​ປະຫວັດສາດແລ້ວ. ພັກ​ລັດຖະບານ ຊຶ່ງເປັນພັນ
ທະ​ມິດ ທີ່ເປັນ​ກາງອຽງຊ້າຍ ກ່າວ​ວ່າ ການ​ສ້າງຕັ້ງແຂວງຕ່າງໆ ​ຕາມເຂດ ທີ່​ຊົນເຜົ່າອາໄສ
ຢູ່​ນັ້ນ ອາດ​ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງຂຶ້ນໄດ້.

ຄວາມ​ວຸ້ນວາຍ ​ໄດ້​ແຜ່ລາມອອກໄປສູ່​ທ້ອງ​ຖະໜົນສາຍ​ຕ່າງໆ ບ່ອນ​ທີ່​ກະປະມານກັນ ວ່າ ​ໄດ້ມີການສົ່ງເຈົ້າ​ໜ້າ​ທີ່​ຕຳຫລວດ 1,000 ຄົນ ໄປ ຍາມຮັກສາການບໍ່ໃຫ້ພວກ​ປະ​ທ້ວງ ຫຼາຍພັນ​ຄົນ​ທີ່​ໂບກ​ທຸງຊາດ ຢູ່ນອກ ​ຕຶກລັດຖະສະພາ ກໍ່ຄວາມວຸ້ນວາຍຂຶ້ນ.

ບັນດາ​ນັກວິ​ເຄາະ ກ່າວ​ວ່າ ສະພາບການບໍ່ໄປບໍ່ມາທີ່ວ່ານີ້ໄດ້ພາໃຫ້​ມີ ​ຄວາມສ່ຽງ ຕໍ່ການ
ເກີດຄວາມ​ບໍ່​ສະຫງົບ​ຂຶ້ນພາຍໃນ​ປະ​ເທດທີ່​ທຸກ​ຍາກ ​ຊຶ່ງຕັ້ງຢູ່ໃນເຂດ​ພູຫິມະໄລ ບ່ອນ​ທີ່​
ບັນດາ​ສະມາຊິກ​ສະພາ ໄດ້​ມີການຕໍ່ສູ້ກັນ ຕະລຸມບອນກັນ​ຂຶ້ນ​ໃນ​ສະພາ ໃນ​ອາທິດນີ້
ຂະນະ​ທີ່​ເກີດ​ຄວາມ​ໂມ​ໂຫ​ໂທ​ໂສ​ກັນ. ບັນດາພັກ​ຝ່າຍ​ທີ່ເປັນປໍ​ລະ​ປັກ​ຂອງ​ປະ​ເທດ ​ໄດ້​
ພະຍາຍາມ​ເປັນ​ເວລາຫຼາຍປີຜ່ານມາມາແລ້ວ ທີ່​ຈະ​ບັນລຸ​ຂໍ້​ຕົກລົງ ​ກ່ຽວ​ກັບ​ລັດຖະທຳ​
ມະນູນສະບັບ​ໃໝ່.

Your browser doesn’t support HTML5

NEPAL CONSTITUTION VIDEO