ໄອຍະການພິເສດ ໂຣເບີດ ມັລເລີ ໄດ້ເສັດສິ້ນລາຍງານທີ່ມີການຄອງຄອຍຖ້າມາເປັນເວລາດົນນານໃນການສືບສວນກ່ຽວກັບການແຊກແຊງຂອງຣັດເຊຍເຂົ້າໃນການເລືອກຕັ້ງປະທານາທິບໍດີປີ 2016 ແລະການກະທຳຜິດທີ່ອາດເປັນໄປໄດ້ຂອງປະທານາທິບໍດີ ດໍໂນລ ທຣຳ ຊຶ່ງໄດ້ຮັບການຮຽກຮ້ອງຈາກບັນດາສະມາຊິກສະພາເພື່ອໃຫ້ເປີດເຜີຍລາຍງານດັ່ງກ່າວ.
ທ່ານມັລເລີ ໃນວັນສຸກວານນີ້ໄດ້ມອບລາຍງານໃຫ້ແກ່ກະຊວງຍຸຕິທຳ ທີ່ຢູ່ພາຍໃຕ້ການນຳພາຂອງລັດຖະມົນຕີ ວິລລຽມ ບາ ຊຶ່ງກຳລັງທົບທວນເບິ່ງລາຍງານໃນເວລານີ້.
ຜົນຂອງລາຍງານດັ່ງກ່າວ ຍັງຖືກປິດເປັນຄວາມລັບຢູ່ ແຕ່ກະຊວງຍຸຕິທຳໃຫ້ການຢືນຢັນວ່າ ຈະບໍ່ມີການຟ້ອງຮ້ອງໃໝ່ໃດໆ.
ທ່ານບາ ຊຶ່ງເປັນຫົວໜ້າເຈົ້າໜ້າທີ່ປະຕິບັດກົດໝາຍຂອງສະຫະລັດ ກ່າວວ່າທ່ານສາມາດແຈ້ງໃຫ້ລັດຖະສະພາຊາບພາຍໃນວັນທ້າຍສັບປະດານີ້ ກ່ຽວກັບ ການຄົ້ນພົບຢູ່ໃນລາຍງານ ຊຶ່ງໄດ້ສະຫຼຸບການສືບສວນເປັນເວລາເກືອບສອງປີຂອງທ່ານມັລເລີນັ້ນ.
ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າຈະມີການສະໜອງລາຍງານດັ່ງກ່າວນີ້ຫຼາຍປານໃດໃຫ້ແກ່ລັດຖະສະພາ ຫຼືຫຼາຍປານໃດຈະໃຫ້ປະຊາຊົນຮູ້ນຳ.
Your browser doesn’t support HTML5
After Months of Anticipation, Mueller Probe Concludes
ພວກຜູ້ນຳຂອງພັກເດໂມແຄຣັດໃນລັດຖະສະພາກ່າວວ່າ ມັນເປັນ “ສິ່ງຈຳເປັນ" ທີ່ຕ້ອງເປີດເຜີຍລາຍງານຢ່າງຄົບຖ້ວນ ໃຫ້ປະຊາຊົນຮູ້ນຳ. ປະທານສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ແລະສະມາຊິກສະພາສູງ ຊັກ ຊູເມີ ກ່າວຢູ່ໃນຖະແຫຼງການຮ່ວມວ່າ “ປະຊາຊົນຊາວອາເມຣິກັນ ມີສິດທີ່ຈະຮູ້ຄວາມຈິງ.”
ນອກນັ້ນແລ້ວ ພວກທ່ານຍັງກ່າວວ່າ ທ່ານບາ ບໍ່ຄວນໃຫ້ປະທານາທິບໍດີທຣຳ “ເບິ່ງລ່ວງໜ້າ” ລາຍງານສະບັບນີ້ຫຼືຫຼັກຖານໃດໆ.
ທ່ານນາງຊາຣາ ແຊນເດີ ໂຄສົກຂອງທຳນຽບຂາວກ່າວວ່າ ທຳນຽບຂາວຍັງບໍ່ທັນໄດ້ຮັບຫຼືຖືກແຈ້ງໃຫ້ຊາບກ່ຽວກັບລາຍງານດັ່ງກ່າວແລະເວົ້າວ່າ “ພວກເຮົາຈະປ່ອຍໃຫ້ຂັ້ນຕອນດັ່ງກ່າວດຳເນີນໄປຕາມທິດທາງຂອງມັນ.” ທ່ານນາງກ່າວວ່າບາດກ້າວໃນຂັ້ນຕໍ່ໄປ “ແມ່ນສຸດແລ້ວແຕ່ແຕ່ທ່ານບາ ລັດຖະມົນຕີກະຊວງຍຸຕິທຳ.”
ອົງການຂ່າວເອພີລາຍງານວ່າ ທະນຍຄວາມຂອງປະທານາທິບໍດີທຣຳ ທ່ານຣູດີ ຈູລີອານີ ໄດ້ຂໍເບິ່ງລ່ວງໜ້າລາຍງານດັ່ງກ່າວ ກ່ອນທີ່ຈະມີການເປີດເຜີຍ ແຕ່ກໍບໍ່ໄດ້ຮັບການຄ້ຳປະກັນໃດໆວ່າ ຄະນະຕໍ່ສູ້ທາງດ້ານກົດໝາຍຂອງທ່ານທຣຳຈະໄດ້ຮັບອະນຸຍາດໃຫ້ເບິ່ງລາຍງານນີ້.
ຜູ້ນຳສ່ຽງສ່ວນຫຼາຍໃນສະພາສູງຂອງພັກຣີພັບບລີກັນທ່ານມິຈ ແມັກຄອນແນລ ກ່າວວ່າ ທ່ານຫວັງວ່າ ທ່ານບາ ລັດຖະມົນຕີກະຊວງຍຸຕິທຳ ຈະ “ສະໜອງຂໍ້ມູນຫຼາຍເທົ່າທີ່ຈະຫຼາຍໄດ້” ກ່ຽວກັບການສືບສວນ “ດ້ວຍການເປີດກວ້າງແລະມີຄວາມໂປ່ງໃສ ຫຼາຍເທົ່າທີ່ເປັນໄປໄດ້.”