ອົງການນາຊາ (NASA) ແລະບໍລິສັດສເປສເອັກສ໌ (SPACEX) ໄດ້ເລື່ອນການສົ່ງຍານອະວະກາດ ທີ່ມີພະນັກງານ 4 ຄົນ ໄປຍັງສະຖານີອະວະກາດນາໆຊາດ ຍ້ອນບັນຫາລະບົບທາງພາກພື້ນດິນ.
ການຕັດສິນໃຈ ມີຂຶ້ນບໍ່ຮອດ 3 ນາທີ ກ່ອນທີ່ຍານອະວະກາດດັ່ງກ່າວ ມີກຳນົດທີ່ຈະທະຍານຂຶ້ນຈາກສູນກາງອະວະກາດເຄນເນດີ້ ຂອງອົງການນາຊາ ທີ່ແຫຼມຄານາເວຣາລ ໃນລັດຟລໍຣິດາ.
ແຜນການສຳຮອງສຳລັບວັນເວລາໃນການສົ່ງ ແມ່ນໄດ້ກຳນົດແລ້ວໃສ່ຕອນເຊົ້າວັນອັງຄານ.
ນັກບິນອະວະກາດຂອງອົງການນາຊາ ສຕີເວັນ ບາວເວັນ (Stephen Bowen) ແລະວໍເຣັນ "ວູດດີ" ຮໍເບີກ (Warren "Woody" Hoburg) ນັກບິນອະວະກາດ ຂອງສະຫະລັດ ອາຣັບ ເອເມີເຣັສ ຊູລຕັນ ອາລ-ເນຢາດີ (Sultan Al-Neyadi) ແລະນັກເຫາະຈັກກະວານຣັດເຊຍ ອານເດຣ ເຟດີຢາເອັບ (Andrey Fedyaev) ໂບກມື ກ່ອນການສົ່ງຍານອະວະກາດສະເປສເອັກສ໌ ຂອງອົງການນາຊາ ຈາກສູນກາງອະວະກາດເຄນເນດີ ທີ່ແຫຼມຄານາເວີຣາລ ໃນລັດຟລໍຣິດາ ເມື່ອວັນທີ 26 ກຸມພາ 2023. ແຕ່ການສົ່ງດັ່ງກ່າວໄດ້ຖືກຍົກເລີກ.
ພະນັກງານ 4 ຄົນ ແມ່ນຮວມທັງຊາວອາເມຣິກັນ 2 ຣັດເຊຍ 1 ຄົນ ແລະນັກບິນອະວະກາດ 1 ຄົນ ຈາກສະຫະລັດອາຣັບເອເມີເຣັສ.
ອົງການນາຊາ ກ່າວວ່າ ແຜນການປະຕິບັດງານ ເປັນເວລາ 6 ເດືອນຂອງຕົນແມ່ນຮວມທັງການທົດລອງວິທະຍາສາດຫຼາຍຢ່າງ ຮວມທັງການສຶກສາເບິ່ງວ່າ ວັດຖຸມີການເຜົາໄໝ້ແນວໃດໃນບ່ອນທີ່ມີແຮງດຶງດູດໜ້ອຍ ເກັບກຳຕົວຢ່າງກ່ຽວກັບຈຸລິນຊີ ຢູ່ນອກສະຖານີອະວະກາດນາໆຊາດ ແລະການຄົ້ນຄວ້າ ກ່ຽວກັບແຜ່ນເນື້ອເຫຍື່ອຫົວໃຈ ສະໝອງ ແລະໜ້າທີ່ຂອງກະດູກອ່ອນ.”