ການເປີດທຸລະກິດ ຮ້ານອາຫານ ໃນຕ່າງປະເທດ

ເມນູ ໜຶ້ງຜັກ-ໜຶ້ງປາ ແລະແຈ່ວ, ຢູ່ທີ່ຮ້ານ 'Mekhong Thai-lao Restaurant.'

ຮ້ານອາຫານ ເປັນທຸລະກິດນຶ່ງ ທີ່ຄົນລາວຫຼາຍໆຄົນຢາກດໍາເນີນກິດ ຈະການ, ແຕ່ຜູ້ປະກອບການ ມີເປົ້າໝາຍທີ່ຈະໄປເປີດຮ້ານອາຫານ ໃນຕ່າງ ປະເທດຄວນຈະດໍາເນີນໄປແບບໃດ ເພື່ອໃຫ້ປະສົບຜົນສໍາເລັດ, ທິບສຸດາ ມີລາຍງານກ່ຽວກັບການປະກອບທຸລະກິດຮ້ານອາຫານ ຂອງຜູ້ປະກອບການໃນເນເທີແລນ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານກ່ຽວກັບ ການດໍາເນີນກິດຈະການຮ້ານອາຫານລາວ ໃນປະເທດເນເທີແລນ

ການເປີດທຸລະກິດຮ້ານອາຫານໃນແຕ່ລະປະເທດ ກໍມີຫຼາຍຂັ້ນຕອນ ແລະຫຼາຍກໍລະນີແຕກຕ່າງກັນ, ເຊິ່ງມັນກໍຂຶ້ນຢູ່ກັບນະໂຍບາຍ ແລະລະບຽບການຂອງປະເທດນັ້ນໆ. ແຕ່ ທ່ານຄໍາໄມ ຈັນທະວົງ ພໍ່ຄົວຊາວລາວ ທີ່ໄປເປີດທຸລະກິດຮ້ານອາຫານໃນເນເທີແລນ ກ່າວໃຫ້ຟັງວ່າ:

“ກ່ອນຊິເປີດຮ້ານນິ ເຮົາກໍຕ້ອງຮຽນຮູ້ໜ້ອຍນຶ່ງກ່ອນກ່ຽວກັບພື້ນຖານການເຮັດທຸລະກິດ ຮ້ານອາຫານນີ້ ກໍຄື ທາງຮອນແລນ (ເນເທີແລນ) ເຂົາເຈົ້າເອີ້ນວ່າ ທຸລະກິດໂຮລິກ້າ, ຄົ້ນຄວ້າກ່ຽວກັບ ເຮົາຕ້ອງຕິດຕໍ່ທາງໃດກ່ອນ ແລະກະເສຍພາສີຈັງໃດ ຈັ່ງຊີ້ນະ, ຈາກຮ້ານອາຫານຝຣັ່ງ ປ່ຽນເປັນຮ້ານອາຫານລາວ, ປ່ຽນຊື່, ແລະກະຂໍໃບຂາຍເຫຼົ້າແນ່, ຂາຍເບຍແນ່, ຂໍໃບນໍາເອົາຂອງໄທ ຫຼືວ່າຂອງລາວເຂົ້າມາແນ່ ຈັ່ງຊີ້ນະ, ມີໃບທີ່ເຮົາຮຽນກຸກມາ ຮຽນການບໍລິການມາ ເຮົາກໍສາມາດເອົາໃບນີ້ໄປທຽບເອົາວ່າ ເຮົາສາມາດເປີດໄດ້ບໍ.”

ທ່ານຄໍາໄມ ຈັນທະວົງ, ເຈົ້າຂອງຮ້ານອາຫານ 'Mekhong Thai-Lao Restaurant' ຢືນຖ່າຍຮູບຕໍ່ໜ້າຮ້ານອາຫານຂອງຕົນ, ຢູ່ເມືອງເດລ, ປະເທດເນເທີແລນ.

ຜູ້ປະກອບການກ່າວວ່າ ໃນເມື່ອກ່ອນ ຕະຫຼາດສະໜອງເຄື່ອງຂອງເອເຊຍແມ່ນບໍ່ມີໃນຂົງເຂດທີ່ເພິ່ນອາໄສຢູ່, ດັ່ງນັ້ນ ເພິ່ນຈະສັ່ງສິນຄ້ານໍາເຂົ້າເປັນຫຼັກ. ເພາະສະນັ້ນ ເອກະສານຂໍອະນຸຍາດນໍາເຂົ້າ ກໍເປັນສິ່ງນຶ່ງທີ່ສໍາຄັນ, ແຕ່ປັດຈຸ ບັນ ທາງຮ້ານຈະມີບໍລິສັດມາສົ່ງສ່ວນປະກອບຂອງອາຫານໃນ 2 ຄັ້ງຕໍ່ອາທິດ.

ທ່ານຄໍາໄມກ່າວວ່າ ຮ້ານອາຫານຂອງເພິ່ນ ຊື່ຮ້ານ ‘Mekong Thai-Lao Restaurant,’ ໂດຍມີນູຫຼັກໆຂອງອາຫານ ຈະເນັ້ນໄປທາງອາຫານລາວເປັນສ່ວນຫຼາຍ ແລະເພີ້ມເຕີມເມນູອາຫານລາວຕາມລະດູການ, ເຊິ່ງຮ້ານ ຕັ້ງຢູ່ເມືອງເດລ.

ເພິ່ນກ່າວວ່າ ສາເຫດທີ່ເລືອກຊື່ນີ້ ເນື່ອງຈາກວ່າ: ຢາກເນັ້ນການຄ້າຂາຍໃສ່ສິ່ງທີ່ຄົນຮູ້ຈັກຫຼາຍເປັນຫຼັກ, ເພາະຄົນຈະໃຫ້ຄວາມສົນໃຈ ໃນຈຸດນີ້ກ່ອນ ແລ້ວຈຶ່ງມອງຫາສິ່ງໃໝ່ນໍາຫຼັງ

ເມນູຕໍາໝາກຫຸ່ງໃສ່ກຸ້ງ, ລາຄາ 21.95 ຢູໂຣ, ຢູ່ທີ່ຮ້ານອາຫານ 'Mekhong Thai-Lao Restaurant,' 6ັ້ງຢູ່ເມືອງເດລ, ປະເທດເນເທີແລນ.

ຜູ້ປະກອບການກ່າວໃຫ້ຟັງວ່າ ເພິ່ນຊື້ຮ້ານໃນລາຄາປະມານ 1,000,000 ຢູໂຣ ໂດຍລະບົບເງິນຜ່ອນ, ໝາຍຄວາມວ່າ ເພິ່ນຊື້ຮ້ານດັ່ງກ່າວດ້ວຍລະບົບສິນເຊື່ອ ເຊິ່ງມີຍາດຜູ້ໃຫຍ່ຢູ່ໃນເນເທີແລນເປັນຜູ້ຊ່ວຍໃນເລື້ອງລະບົບການເງິນ.

ເນື່ອງຈາກຮ້ານອາຫານທີ່ເພິ່ນເປີດກິດຈະການນັ້ນຕັ້ງຢູ່ໃຈກາງເມືອງ ໂດຍເປັນ ສູນກາງການທ່ອງທ່ຽວ ແລະເປັນແຫຼ່ງຊຸມຊົນ, ດັ່ງນັ້ນ ລູກຄ້າຂອງເພິ່ນຈະມີຫຼາຍໃນທຸກໆມື້, ເຊິ່ງຮ້ານຈະບັນຈຸລູກຄ້າໄດ້ 90 ຄົນ, ແລະໃນຊ່ວງລະດູຮ້ອນ ຈະມີໂຕະເສີມຢູ່ໜ້າຮ້ານ 7 ໂຕະ, ແລະແຕ່ລະໂຕະ ຈະນັ່ງໄດ້ 4 ຄົນ. ສະນັ້ນ, ການກໍານົດເວລາໃນການເປີດຮ້ານ ກໍເປັນສິ່ງສໍາຄັນເຊັ່ນກັນ ໂດຍທ່ານຄໍາໄມກ່າວວ່າ: ຍາມຮ້ອນຄົນອອກມາຫຼາຍ ດັ່ງນັ້ນ ເພິ່ນຈະເປີດຮ້ານທຸກໆມື້ ແຕ່ 12 ໂມງຕອນສວາຍ ຫາ 10 ໂມງແລງ, ສ່ວນຍາມໜາວ ຈະເປີດແຕ່ 4 ໂມງ ຫາ 10 ໂມງແລງ.

ແນວໃດກໍຕາມ, ການປັບລົດຊາດໃຫ້ຖືກປາກລູກຄ້າ ຄືສິ່ງສໍາຄັນຫຼັກເຊັ່ນກັນ ເຊິ່ງອາຫານທີ່ລູກຄ້ານິຍົມຫຼາຍ ຈະເປັນອາຫານປະເພດຊຸດດັ່ງທີ່ຜູ້ປະກອບການກ່າວດັ່ງນີ້:

“ສ່ວນຫຼາຍກະເປັນໄກ່ຜັດເມັດໝາກໝ່ວງ, ແກງຂຽວຫວານຈັ່ງຊິ, ພວກຍໍາເນື້ອບໍຈັ່ງຊິ ກໍຂາຍດີຄືກັນ, ຕໍາໝາກຫຸ່ງກະຂາຍດີເດະ.”

ເມນູແກງໝໍ່ໄມ້, ລາຄາ 25 ຢູໂຣ ຢູ່ທີ່ຮ້ານອາຫານ 'Mekhong Thai-Lao Restaurant,' ເມືອງເດລ, ປະເທດເນເທີແລນ.

ອາຫານຈະມີການກໍານົດລາຄາແຕກຕ່າງກັນ ຕົວຢ່າງ: ຕໍາໝາກຫຸ່ງໃສ່ກຸ້ງ ລາຄາ 21.95 ຢູໂຣ, ໜຶ້ງຜັກໜຶ້ງປາ ຊຸດລະ 29.95 ຢູໂຣ, ແກງໜໍ່ໄມ້ ຊຸດລະ 25 ຢູໂຣ, ແກງຂຽວຫວານຊຸດລະ 21 ຢູໂຣ ແລະອື່ນໆ.

ຜູ້ປະກອບການກ່າວວ່າ: ສິ່ງສໍາຄັນອີກອັນນຶ່ງໃນການເປີດຮ້ານຢູ່ຕ່າງປະເທດກໍຄື ການເອົາໃຈໃສ່ຕໍ່ລາຍລະອຽດທຸກຢ່າງຂອງຮ້ານ ນັບຕັ້ງແຕ່ລາຍລະອຽດຂອງອາຫານ, ຄວາມຕ້ອງການຂອງລູກຄ້າ ແລະທີ່ສໍາຄັນທີ່ສຸດ ການໃຫ້ຄວາມສໍາຄັນຕໍ່ພະນັກງານພາຍໃນຮ້ານ ເພາະຈະເຮັດໃຫ້ເຮົາມີອົງກອນທີ່ໝັ້ນຄົງ, ເຊິ່ງພະນັກງານໃນຮ້ານທີ່ເຮັດວຽກນໍາກັນມາຕັ້ງແຕ່ເປີດຮ້ານ ມີທັງໝົດ 11 ຄົນ.

ທ່ານຄໍາໄມກ່າວວ່າ ເປີດຮ້ານມາໄດ້ 12 ປີ, ທຸກຢ່າງດໍາເນີນໄປໄດ້ດີຫຼາຍ, ຫຼາຍໆຢ່າງເຂົ້າທີ່ເຂົ້າທາງ, ມີລາຍຮັບອາທິດນຶ່ງບໍ່ຫຼຸດ 15,000 ຢູໂຣ. ອາດຈະຍາກໃນຊ່ວງທໍາອິດກ່ອນເຮົາເປີດກິດຈະການ. ສະນັ້ນ, ການສຶກສາຂໍ້ມູນ ແມ່ນສິ່ງຈໍາເປັນ ແລະສໍາຄັນ.

ເມນູຕໍາລວມ, ຢູ່ທີ່ຮ້ານ 'Mekhong Thai-Lao Restaurant,' ເມືອງເດລ, ປະເທດເນເທີແລນ.

ສະຫຼຸບລວມແລ້ວ, ການດໍາເນີນທຸລະກິດຮ້ານອາຫານລາວໃນເນເທີແລນ ກໍສາມາດສ້າງລາຍຮັບໄດ້ດີ ແລະເປັນທີ່ຍອມຮັບຂອງລູກຄ້າຊາວຢູໂຣບໄດ້ເຊັ່ນກັນ ພຽງແຕ່ຜູ້ປະກອບການ ຕ້ອງຮູ້ຈັກປັບເທັກນິກເລັກນ້ອຍໃຫ້ລູກຄ້າຮູ້ຈັກ, ຈາກນັ້ນ ກໍປັບປຸງລົດຊາດໃຫ້ຖືກປາກຂອງລູກຄ້າ ແຕ່ຍັງຄົງເນັ້ນສະພາບອາຫານແບບດັ້ງເດີມຢູ່, ແລະຈະຕ້ອງຮູ້ພາສາດັສເປັນຢ່າງດີ ເພາະປະເທດດັ່ງກ່າວຈະອະນຸຍາດອອກໜັງສືພົນລະເມືອງທີ່ມາອາໄສຢູ່ປະເທດຕົນໄດ້ ສະເພາະຜູ້ທີ່ເສັງຜ່ານພາສາຂອງຕົນເທົ່ານັ້ນ.