ປະຊາຊົນລັດເວຍໄດ້ພາກັນລົງຄະແນນສຽງເຫັນດີຢ່າງຖ້ວມລົ້ນ ໃຫ້ ຍຸບສະພາ ໃນການລົງປະຊາມະຕິທີ່ບໍ່ເຄີຍມີມາກ່ອນທີ່ມີວັດຖຸປະສົງເພື່ອກໍາຈັດການສໍ້ລາດບັງຫລວງ ແລະອັນທີ່ມີການຖືກັນຢ່າງກວ້າງ ຂວາງວັດທະນະທໍາແຫ່ງການໃຫ້ສິນບົນ ລະຫວ່າງພວກຜູ້ນໍາລັດຖະ ບານແລະທຸລະກິດນັ້ນ.
ຄະນະກໍາມະການສູນກາງການເລືອກຕັ້ງກ່າວໃນວັນເສົາວານນີ້ວ່າ ຜົນການລົງປະຊາມະຕິຂັ້ນຕົ້ນສະແດງໃຫ້ເຫັນວ່າ ປະຊາຊົນທີ່ໄປລົງປະຊາຊົນເກືອບ 95ເປີເຊັນ ສະໜັບສະໜຸນໃຫ້ຍຸບສະພານິຕິບັນຍັດ.
ນາຍົກລັດຖະມົນຕີ Valdis Dombrovski ກ່າວວ່າ ທ່ານໄດ້ລົງມະຕິ ໃຫ້ຍຸບສະພາ ໂດຍເວົ້າວ່າ ມັນຈະເປັນໂອກາດອັນນຶ່ງເພື່ອຮັບປະກັນວ່າ ພວກກໍາລັງທີ່ສະໜັບສະໜຸນຕົວບົດກົດໝາຍ ມີສຽງຂ້າງຫລາຍໃນສະພານິຕິບັນຍັດຊຸດໃໝ່ນີ້.
ອະດີດປະທານາທິບໍດີ Valdis Zatlers ໄດ້ຮຽກຮ້ອງໃຫ້ຈັດການລົງປະຊາມະຕິກ່ຽວກັບ
ການຍຸບສະພາຂຶ້ນໃນເດືອນພຶດສະພາຜ່ານມາ ຫລັງຈາກພວກສະມາຊິກສະພານິຕິບັນຍັດ
ບາງຄົນພາກັນຂັດຂວາງການສືບສວນສອບສວນການສໍ້ລາດບັງຫລວງເພື່ອນສະມາຊິກຄົນ
ນຶ່ງ ໃນສະພານັ້ນ.
ທ່ານ Zatlers ກ່າວວ່າ ທ່ານຮູ້ສຶກໂຕວ່າ ໂອກາດໃນການທີ່ຈະຖືກເລືອກຕັ້ງໃໝ່ຂອງທ່ານ
ຈະໄດ້ຮັບຄວາມເສຍຫາຍ ແຕ່ທ່ານຮູ້ສຶກວ່າທ່ານຈໍາເປັນຕ້ອງໄດ້ຫາທາງຍຸດຕິການສໍ້ລາດ
ບັງຫລວງ ຊຶ່ງຕໍ່ມາທ່ານກໍໄດ້ປາໄຊໃນການເລືອກຕັ້ງຄືນໃໝ່ ແຕ່ບັດນີ້ທ່ານໄດ້ຈັດຕັ້ງພັກ
ການເມືອງຂອງທ່ານເອງ ຂຶ້ນມາແລ້ວ.
ການເລືອກຕັ້ງໃໝ່ກໍານົດຈະມີຂຶ້ນໃນເດືອນກັນຍາປີນີ້.