ກອງປະຊຸມສຸກເສີນ ຂອງບັນດາ​ ລມຕ. ​ສາ​ທະ​ລະນະ​ສຸກ​ ອາ​ເມຣິກາ​ລາ​ຕິນ ​ເພື່ອ​ຮັບມືກັບ​​​ ເຊື້ອໄວຣັສ Zika

Your browser doesn’t support HTML5

ບັນດາ​ລັດຖະມົນຕີ​ສາ​ທະ​ລະນະ​ສຸກ​ຂອງອາ​ເມຣິກາ​ລາ​ຕິນ ​ໄດ້​ຕົກລົງກັນ​ກ່ຽວ​ກັບການ​ປຸກ ລະດົມ​ໃຫ້​ຂໍ້​ມູນ​ແກ່​ປະຊາຊົນ ​ແລະ
ເພີ້ມຈຳນວນພະນັກງານສາທາລະນະສຸກ ໃນການຕໍ່ສູ້ກັບເຊື້ອ ໄວຣັສ Zika ທີ່​ເກີດ​ຈາກ​ຍຸງ​ ຊຶ່ງເປັນ​ໄພ​ຂົ່ມຂູ່​ຢ່າງ​ໃຫຍ່​ຫຼວງຕໍ່ ບັນດາ​ແມ່​ມານ​ທັງ ຫຼາຍ​ນັ້ນ.

ພວກ​ລັດຖະມົນຕີ 14 ທ່ານ ​ໄດ້​ປະຊຸມ​ສຸກ​ເສີນ ​ໃນ​ນະຄອນ Montevideo ​ໃນ ປະ​ເທດ Uruguay ​ໃນ​ວັນ​ພຸດ​ວານ​ນີ້ ຊຶ່ງ​ຮວມມີ​ລັດຖະມົນຕີສາ​ທະ​ລະນະ​ສຸກຂອງ ​Brazil ທ່ານ Marcelo Castro ຊຶ່ງ​ເປັນປະ​ເທດ​ທີ່ໄດ້​ຮັບກະທົບ​ຈາກເຊື້ອ ໄວຣັສນີ້ ຢ່າງ​ຮ້າຍ​ແຮງ​ນັ້ນ.

Health ministers attend the summit to address the spread of Zika virus in the region at the Mercosur building in Montevideo, Uruguay, Feb. 3, 2016.

ທ່ານ Castro ​ໄດ້​ກ່າວ​ວ່າ ບັນດາ​ຜູ້ນຳໃນ​ຂົງ​ເຂດ ຈຳ​ເປັນ​ທີ່​ຈະຕ້ອງ “​ແລກປ່ຽນ​ຂໍ້​ມູນ​ຊຶ່ງ​ກັນ​ແລະ​ກັນ ສ້າງ​ພັນທະ​ມິດ ​ແລະ​ປຶກສາ​ຫາລື​ກັນ​ເລື້ອງການ​ເອົາ​ບາດກ້າວ​ຕ່າງໆ​ເພື່ອ​ຄວບ​ຄຸມ​ການຄຸກ​ຄາມ​ຂອງ​ເຊື້ອ​ໄວ​ຣັສນີ້.

ປະທານາທິບໍດີ Brazil ທ່ານນາງ Dilma Rousseff ​ໄດ້​ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ນາງ ຈະໃຊ້​ຈ່າຍເງິນ​ທີ່​ມີ​ຢູ່ ​ເພື່ອ​ກຳຈັດ​ແລະ​ທຳລາຍ​ພວກ​ຍຸງ ​ທີ່​ພວກ​ນັກຊ່ຽວຊານ​ລະບຸວ່າ​ ເປັນ​ພາຫະ​ນຳ​ເຊື້ອ​ໄວຣັສນີ້.

ທ່ານນາງ Rousseff ​ໄດ້​ກ່າວ​ໃນ​ສັບປະດາ​ນີ້​ວ່າ “ລັດຖະບານ​ຂອງ​ຂ້າພະ​ເຈົ້າ​ທັງໝົດຄະ ນະ ​ແມ່ນ​ກຳລັງ​ເຮັດ​ວຽກຕໍ່ສູ້​ກັບ​ສະຖານະ​ການ​ທີ່​ເອີ້ນ​ວ່າ​ສຸກ​ເສີນ​ນີ້. ຈະບໍ່ມີ​ການ​ຂາດ​ເຂີນ​ງົບປະມານ ​ແຕ່​ຢ່າງ​ໃດ​ເລີຍ...ພວກ​ເຮົາ​ຈະ​ຮ່ວມ​ກັບ​ລັດຖະບານສະຫະລັດ ກັບ​ປະທານາທິ ບໍດີ​ໂອ​ບາ​ມາ ເພື່ອ​ທີ່​ຈະ​ພັດທະນາ​ວັກ​ຊີ​ນຕ້ານ​ເຊື້ອໄວຣັສ Zika ທີ່​ວ່າ​ນີ້​ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

​ເຊື້ອ​ໄວຣັສນີ້ ​ໄດ້​ສ້າງ​ຄວາມ​ວິຕົກ​ກັງວົນ​ໃນ​ສັບປະດາ​ນີ້ ຫຼັງ​ຈາກ​ທີ່​ທາງ​ເຈົ້າ​ໜ້າ​ທີ່​ໃນເຂດ​ເມືອງ Dallas ລັດ Texas ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ສະຫະລັດ ​ໄດ້​ລາຍ​ງານ​ວ່າ ເປັນ​ກໍລະນີ​ທຳ​ອິດໃນ​ສະຫະລັດ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ມັນ​ຕິດ​ແປດ​ຜ່ານ​ທາງ​ການ​ມີ​ເພດ​ສຳພັນ.

Your browser doesn’t support HTML5

Zika Virus Spreading