ການເປີດເຜີຍ ຫຼ້າສຸດ ຂົ່ມຂູ່ທີ່ຈະ ຖ່ວງດຶງ ການສືບສວນ ການແຊກແຊງ ຂອງຣັດເຊຍ

Your browser doesn’t support HTML5

ການເປີດເຜີຍຕໍ່ມະຫາຊົນ ທີ່ບໍ່ເຄີຍມີມາກ່ອນ ຂອງການທຳງານພາຍໃນປະຊາຄົມ
ສືບລັບຂອງສະຫະລັດ ຊຶ່ງຕາມປົກກະຕິແລ້ວ ຈະຖືກປິດໄວ້ນັ້ນ ແມ່ນໄດ້ກໍ່ໃຫ້ເກີດ
ຂໍ້ສົງໄສຢ່າງວ່ອງໄວກ່ຽວກັບວ່າ ບັນດາສະມາຊິກສະພາ ຈະມີຄວາມສາມາດສືບສວນ
ການແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີປີ 2016 ຂອງຣັດເຊຍ ໄດ້ຢ່າງໃດ.

ການສືບສວນ ທີ່ໄດ້ມີເງື່ອນງຳຢູ່ແລ້ວ ໂດຍການກ່າວອ້າງ ຜ່ານທາງ Twitter ຂອງ
ປະທານາທິບໍດີ ດໍໂນລ ທຣຳ ທີ່ວ່າ ທ່ານໄດ້ຖືກ “ລັກຟັງ” ​ໂທລະສັບ ໂດຍຜູ້ທີ່ຢູ່ໃນ
ຕຳແໜ່ງກ່ອນໜ້າທ່ານນັ້ນ ໄດ້ກໍ່​ໃຫ້​ເກີດຄວາມສັບສົນຕື່ມອີກ ໃນວັນພຸດວານນີ້
ເວລາສະມາຊິກສະພາ ທີ່ນຳພາການສອບສວນ ທີ່ປາກົດວ່າ ມີການສົນທະນາກັນ
ລະຫວ່າງປະທານາທິບໍດີ ແລະບັນດາພະນັກງານຂອງທ່ານ ທີ່ໄດ້ກວດເຂົ້າມາໄດ້
ໃນກິດຈະກຳຕ່າງໆ ຂອງ “ການເກັບກຳໂດຍບໍ່ໄດ້ຕັ້ງໃຈ.”

Your browser doesn’t support HTML5

Schiff Discusses Need for Independent Commission

“ອັນທີ່ຂ້າພະເຈົ້າໄດ້ອ່ານເບິ່ງ ເຮັດໃຫ້ເກີດຄວາມກັງວົນ ແລະ ຂ້າພະເຈົ້າຄິດວ່າ
ມັນຄວນເຮັດໃຫ້ປະທານາທິບໍດີ ເອງເກີດຄວາມກັງວົນ ແລະ ຄະນະຂອງທ່ານ”

ນັ້ນແມ່ນຄຳເວົ້າຂອງທ່ານ Devin Nunes ປະທານ ຄະນະກຳມະການສືບລັບຂອງ
ສະພາຕ່ຳ ທີ່ໄດ້ບອກຕໍ່ບັນດານັກຂ່າວ ຫຼັງຈາກທີ່ເອົາບາດກ້າວທີ່ບໍ່ທຳມະດາ ​ໂດຍ​ໄປແຈ້ງໃຫ້ປະທານາທິບໍດີຊາບ ເປັນສ່ວນຕົວ.

ທ່ານ Nunes ໄດ້ກ່າວຢູ່ນອກທຳນຽບຂາວວ່າ “ທ່ານປະທານາທິບໍດີເອງ ແລະ
ຄະນະ​ໂອນ​ອຳນາດຂອງທ່ານທຣຳ ແມ່ນເປັນທີ່ຈະແຈ້ງວ່າ ໄດ້ຖືກນຳລົງບົດ
ລາຍງານສືບລັບ. ບາງສ່ວນຂອງບົດລາຍງານ ປາກົດວ່າ ບໍ່ເໝາະສົມເລີຍ.”

ທ່ານ Nunes ໄດ້ປະຕິເສດ ທີ່ຈະກ່າວຢ່າງຊັດເຈນວ່າ ທ່ານໄດ້ບົດລາຍສືບລັບມາ
ຈາກໃສ ຊຶ່ງໄດ້ກະຕຸ້ນໃຫ້ມີການຕຳນິ ຢ່າງວ່ອງໄວ ຈາກບັນດາສະມາ ຊິກພັກເດໂມ
ແຄຣັດ ​ໃນຄະນະກຳມະການສືບລັບຂອງສະພາຕ່ຳ ຜູ້ທີ່ເອີ້ນການ ກະທຳຂອງທ່ານ
Nunes ນັ້ນວ່າ “ໜ້າເປັນຫ່ວງທີ່ສຸດ.”

Your browser doesn’t support HTML5

Trump on Feeling ‘Vindicated’

ທ່ານ Adam Schiff ສະມາຊິກຄົນ​ສຳຄັນ​ຂອງພັກເດໂມແຄຣັດ​ໃນຄະນະກຳມະການ
ສືບລັບຂອງສະພາຕ່ຳ ໄດ້ກ່າວວ່າ “ຖ້າທ່ານປະທານ Nunes ຈະສືບຕໍ່ໄປຫາທຳ
ນຽບຂາວ ແທນທີ່ຈະໄປຫາຄະນະກຳມະການຂອງທ່ານ​ແລ້ວ ມັນກໍຈະບໍ່ມີທາງ ທີ່
ພວກເຮົາຈະສາມາດດຳເນີນການສືບສວນສອບສວນນີ້.”
ທ່ານ Schiff ກ່າວຕື່ມ
ວ່າ “ພວກເຮົາຕ້ອງມີ ຄະນະກຳມາທິການທີ່ເປັນອິດສະຫລະ.”

ສະມາຊິກ​ຄົນ​ສຳຄັນ​ຂອງ​ພັກຣີພັບ​ບລີກັນ ກໍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ວ່າ ຂັ້ນຕອນ
​ດັ່ງກ່າວ​ໄດ້ດຳ​ເນີນ​ໄປ​ຜິດ​ທາງ​ແລ້ວ.

Your browser doesn’t support HTML5

Nunes: Incidental Collection of Trump Transition Team 'Was All Done Legally'

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ