ການ​ເຈລະຈາ​ ຮອບ​ຫຼ້າສຸດ ກ່ຽວ​ກັບ ​​ຂໍ້​ຕົກລົງ ນາຟຕ້າ ບໍ່ມີຄວາມຄືບໜ້າ

​ລັດຖະມົນຕີເສດຖະກິດ ເມັກ​ຊິ​ໂກ ທ່ານ​ອີລ​ເດຟອນ​ໂຊ ກົວ​ຈາ​ໂດ ລັດຖະມົນ​ຕີ​ຕ່າງປະ​ເທດ​ການາ​ດາ ທ່ານ​ນາງຄຣິສ​​ເຕຍ ຟຣີ​ແລນ ແລະທ່ານ​ໂຣເບີດ ໄລໄທ​ເຊີ ຜູ້ຕາງໜ້າ​ທາງດ້ານການ​ຄ້າຂອງ​ສະຫະລັດ.

ບັນດາ​ເຈົ້າ​ໜ້າ​ທີ່​ອະວຸ​ໂ​ສຈາກ​ສະຫະລັດ ກາ​ນາ​ດາ ​ແລະ​ເມັກ​ຊິ​ໂກ ​ໄດ້​ເສັດ​ສິ້ນ​ການ​
ເຈລະຈາ​ຮອບ​ຫຼ້າສຸດ ກ່ຽວ​ກັບຂໍ້​ຕົກລົງການ​ຄ້າເສລີໃນອາ​ເມຣິກາ​ເໜືອຫຼື NAFTA
ໂດຍປາດ​ສະ​ຈາກ​ຄວາມກ້າວໜ້າ ທີ່​ສຳຄັນໃດໆ​ ກ່ຽວກັບວ່າ ຈະເຈລະຈາຂໍ້ຕົກລົງ
ດັ່ງກ່າວຄືນໃໝ່​ຢ່າງ​ໃດ.

ຜູ້ຕາງໜ້າ​ທາງດ້ານການ​ຄ້າຂອງ​ສະຫະລັດ ທ່ານ​ໂຣ​ເບີດ ​ໄລ​ໄທ​ເຊີ ກ່າວ​ໃນ​ວັນ​ສຸກ​
ວານ​ນີ້​ ຫຼັງ​ຈາກ​ການ​ເຈລະຈາ​ເປັນ​ເວລາ​ນຶ່ງ​ອາ​ທິດ​ ໃນ​ນະຄອນຫຼວງ​ວໍ ຊິງ​ຕັນ​ວ່າ​
ສະຫະລັດ​ຈະ​ສືບຕໍ່​ເຮັດ​ວຽກ​ຮ່ວມກັບ​ພາຄີ​ຂອງ​ຕົນ​ ​ເພື່ອທົບ​ທວນ​ຂໍ້​ຕົກລົງ​ປີ 1994.

ທ່ານ​ກ່າວ​ວ່າ "ສະຫະລັດ​ພ້ອມແລ້ວ​ທີ່​ຈະ​ສືບ​ຕໍ່ເຮັດວຽກກັບ​ເມັກ​ຊິ​ໂກ ​ແລະ​ກາ​ນາ​ດາ
​ເພື່ອ​ໃຫ້​ບັນລຸຄວາມ​ກ້າວໜ້າທີ່ຈຳເປັນ ກ່ຽວກັບ​ເປົ້າ​ໝາຍ​ເຫຼົ່ານີ້.”

ການ​ໂອ້ລົມຮອບ​ຫລ້າ​ສຸດ​ ແມ່ນ​ເປັນ​ເທື່ອ​ທຳ​ອິດ​ທີ່ໄດ້​ພົວພັນ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່ສູງ
ສຸດຂອງ​ທັງ​ສາມ​ຝ່າຍ​ ໃນ​ການ​ເຈ​ລະ​ NAFTA ຄືທ່ານ​ໄລໄທ​ເຊີ ລັດຖະ ມົນ​ຕີ​ຕ່າງ
ປະ​ເທດ​ການາ​ດາ ທ່ານ​ນາງ​ຄຣິສເຕຍ ຟຣີ​ແລນ ​ແລະ​ລັດຖະມົນຕີ​ເສດຖະກິດເມັກ​ຊິ​
ໂກ ທ່ານ​ອີລ​ເດຟອນ​ໂຊ ກົວ​ຈາ​ໂດ.

ການ​ເຈລະຈາ​ແມ່ນໄດ້ຮັບ​ຄວາມ​ກົດ​ດັນເພີ້ມຂຶ້ນ ​ເພື່ອ​ໃຫ້ບັນລຸການຕົກລົງໂດຍໄວ
ຫຼັງ​ຈາກ​ປະ​ທານ​ສະພາ​ຕໍ່າ​ສະຫະລັດ ທ່ານ​ພອນ ຣາຍອັນ ​ໄດ້​ກ່າວ​ໃນ​ອາ ທິດ​ນີ້​ວ່າ ຕ້ອງແຈ້ງໃຫ້ທ່​ານ​ຮູ້​ກ່ຽວກັບ​ຂໍ້ຕົກ​ລົງ​ໃໝ່ພາຍ​ໃນ​ວັນ​ທີ 17 ພຶດສະພາ ​ເພື່ອ​ໃຫ້​ລັດ
ຖະສະພາ​ຊຸດປັດຈຸບັນ​ມີ​ໂອກາດ​ໄດ້​ຮັບຮອງເອົາ​ໃນ​ປີ​ນີ້.

ທ່ານ​ກົວ​ຈາ​ໂດ ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ການ​ດັດແປງ​ຂໍ້​ຕົກລົງ​ຈະ​ໃຊ້​ເວລາ. ທ່ານ
​ກ່າວ​ວ່າ “ພວກ​ເຮົາ​ຈະ​ບໍ່​ເສຍສະຫຼະຄຸນນະພາບຂອງຂໍ້​ຕົກລົງ ​ເພາະ​ຄວາມ​ກົດ​ດັນ
​ດ້ານເວລາ. ພວກ​ເຮົາ​ຈະ​ສືບຕໍ່ຫາລືກັນ.”

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ແລະຫົວໜ້າບໍລິຫານບໍລິສັດສ້າງລົດຝອດ ທ່ານເຈມສ໌ ຮັກແກັຕຕ, ຊ້າຍ, ແລະຫົວໜ້າທີ່ປຶກສາເສດຖະກິດທຳນຽບຂາວ ທ່ານແລຣີ ຄັດໂລ ທີ່ທໍານຽບຂາວ ວັນທີy 11 ພຶດສະພາ, 2018.

ທ່ານ​ນາງ​ຟຣິີແລ​ນກໍໄດ້​ສະທ້ອນ​ການໃຫ້ຄວາມເຫັນ​ດັ່ງກ່າວໂດຍເວົ້າວ່າ “ການ​ຕໍ່​
ເຈລະຈາ​ຈະ​ໃຊ້​ເວລາ ​ນານ​ເທົ່າ​ທີ່​ຈະໃຊ້ ​ເພື່ອ​ໃຫ້​ໄດ້​ຂໍ້​ຕົກລົງ​ທີ່​ດີ.”

ທ່ານ​ນາງ​ໄດ້​ກ່າວ​ຕໍ່​ບັນດານັກຂ່າວ​ວ່າ ​ມີຫຼາຍສິ່ງຫຼາຍຢ່າງທີ່ຈະຕ້ອງ “​ໄດ້​ເຮັດ” ​ຢ່າງ
ຍືດຍາວ ເພື່ອ​ຈະເສັດ​ສິ້ນ​ການເຈລະຈາກ່ຽວກັບຂໍ້ຕົກລົງ NAFTA ​ແຕ່​ວ່າ ການ​ໂອ້ລົມກັນແມ່ນໄດ້ມີຄວາມ​ກ້າວໜ້າ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ອີກ​ຄັ້ງນຶ່ງ​ໄດ້​ເພີ້​ມການ​ຕິຕຽນ​ຕໍ່ຂໍ້ຕົກ
ລົງ NAFTA ລະຫວ່າງ​ກອງ​ປະຊຸມໃນ​ວັນ​ສຸກ​ວານ​ນີ້ຢູ່ທີ່​ທຳນຽບຂາວກັບ​ບັນດາ​ຜູ້​ບໍ
ລິຫານ ຂອງ​ບໍລິສັດ​ສ້າງລົດ​. ທ່ານ​ກ່າວວ່າ “ຂໍ້ຕົກລົງ NAFTA ​ຂີ້ ຮ້າຍ ຂີ້ຮ້າຍຫຼາຍ
ສຳລັບ​ປະ​ເທດ​ນີ້. ​ແລະ​ພວກ​ເຮົາ​ຈະ​ເຫັນວ່າ ພວກ​ເຮົາຈະສາ ມາດ​ເຮັດໃຫ້ມັນມີ​ເຫດ​
ຜົນຫຼືບໍ່.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ