ປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລັນສ໌ກີ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຕໍ່ສູ້ເພື່ອປົກປ້ອງເມືອງບັກມຸດ ຢູ່ພາກຕາເວັນອອກຂອງຢູເຄຣນໄວ້ ໂດຍກ່າວວ່າ ການເສຍໄຊຂອງຢູເຄຣນທີ່ນັ້ນ ຈະນຳເອົາຄວາມກົດດັນຈາກປະຊາຄົມໂລກ ແລະບາງຄົນໃນຢູເຄຣນ ໃຫ້ທຳການສົມຍອມແບບທີ່ບໍ່ສາມາດຮັບເອົາໄດ້ກັບຣັດເຊຍ.
ທ່ານເຊເລັນສ໌ກີ ກ່າວວ່າ ຢູເຄຣນ ຈະບໍ່ເຂົ້າຮ່ວມການເຈລະຈາສັນຕິພາບກັບມົສກູ ຈົນກວ່າວ່າ ກຳລັງທະຫານຂອງຣັດເຊຍ ຈະຖອນອອກຈາກດິນແດນທັງໝົດຂອງ ຢູເຄຣນ ລວມທັງແຫຼມໄຄຣເມຍ ທີ່ປະເທດນັ້ນໄດ້ເຂົ້າຍຶດຄອງຢ່າງຜິດກົດໝາຍ ໃນ ປີ 2014. ນັບຕັ້ງແຕ່ໄດ້ເປີດການບຸກໂຈມຕີຢ່າງເຕັມຮູບແບບໃນປີກາຍນີ້ມາ ຣັດເຊຍ ອ້າງວ່າ ໄດ້ປະກາດຮວມເອົາ 4 ເຂດຂອງຢູເຄຣນ ເຂົ້າເປັນຂອງຕົນ ໃນການເຄື່ອນໄຫວທີ່ຖືກປະນາມຢ່າງຖ້ວມລົ້ນວ່າ ເປັນການເຮັດຜິດກົດໝາຍໂດຍສະມັດຊາໃຫຍ່ສະຫະປະຊາຊາດ.
ປະເທດພັນທະມິດຕາເວັນຕົກ ບໍ່ໄດ້ໃຫ້ຄວາມສໍາຄັນຂອງບັກມຸດປານໃດ ໂດຍກ່າວ ວ່າ ການເສຍໄຊຂອງຢູເຄຣນຢູ່ທີ່ນັ້ນ ຈະບໍ່ມີຜົນກະທົບອັນໃຫຍ່ຫຼວງຕໍ່ຄວາມ ຂັດແຍ້ງໂດຍລວມ.
ທ່ານເຊເລັນສ໌ກີ ກ່າວຕໍ່ອົງການຂ່າວເອພີ (AP) ໃນວັນອັງຄານຜ່ານມາວ່າ ທຸກໆ ການຕໍ່ສູ້ ແມ່ນມີຄວາມສໍາຄັນ.
“ພວກເຮົາບໍ່ສາມາດສູນເສຍບາດກ້າວຕ່າງໆ ນັ້ນໄດ້ ເນື່ອງຈາກວ່າສົງຄາມແມ່ນເປັນແຜ່ນ - ເປັນປ່ຽງຂອງໄຊຊະນະຫລາຍອັນ, ໄຊຊະນະປ່ຽງນ້ອຍໆ, ບາດກ້າວນ້ອຍໆ,” ນັ້ນຄືຄຳເວົ້າຂອງທ່ານເຊເລັນສ໌ກີ ໂດຍກ່າວຕື່ມວ່າ ໄຊຊະນະ ຂອງຣັດເຊຍ ຈະເປັນການເອົາອາວຸດທາງດ້ານການເມືອງ ໃຫ້ແກ່ປະທານາທິບໍດີ ຣັດເຊຍ, ທ່ານວລາດິເມຍ ປູຕິນ "ເພື່ອເອົາໄຊຊະນະອັນນີ້ ໄປຂາຍໃຫ້ປະເທດຕາ ເວັນຕົກ, ຂາຍໃຫ້ສັງຄົມຂອງລາວ, ຂາຍໃຫ້ຈີນ, ຂາຍໃຫ້ອີຣ່ານ."
ປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລັນສ໌ກີ ໂບກມືລາຫລັງຈາກໃຫ້ານກສຳພາດກັບນັກຂ່າວຂອງ ອົງການຂ່າວ Associated Press ຢູ່ເທິງລົດໄຟຈາກເຂດ Sumy ໄປຫາກີຢິບ, ນະຄອນຫລວງຂອງຢູເຄຣນ, ວັນທີ 28 ມີນາ, 2023
"ຖ້າຫາກລາວຮູ້ສຶກວ່າມີເລືອດ - ມີກິ່ນສົ່ງອອກມາ ວ່າພວກເຮົາອ່ອນແອ - ລາວກໍ ຈະຍູ້, ຍູ້, ແລ້ວກໍຍູ້," ນັ້ນຄືຄຳເວົ້າຂອງທ່ານເຊເລັນສ໌ກີ.
ຜູ້ນຳຢູເຄຣນຍັງກ່າວຕື່ມວ່າ ການສູນເສຍເມືອງບັກມຸດ ຈະເຮັດໃຫ້ສາທາລະນະຊົນຢູເຄຣນເສຍກຳລັງໃຈ. "ສັງຄົມຂອງພວກເຮົາຈະຮູ້ສຶກອິດເມື່ອຍ." "ສັງຄົມຂອງພວກ ເຮົາຈະຜັກດັນ ໃຫ້ຂ້າພະເຈົ້າທຳການປະນີປະນອມກັບພວກເຂົາ," ນັ້ນຄືຄຳເວົ້າຂອງທ່ານເຊເລັນສ໌ກີ.
ຫົວໜ້າອົງການປະລາມະນູສາກົນ, ທ່ານຣັຟາແອລ ກຣອຊຊີ ໂອ້ລົມກັບປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລັນສ໌ກີ ຢູ່ເມືອງ Zaporizhzhia, ວັນທີ 27 ມີນາ, 2023. (ພາບສະໜອງໃຫ້ໂດຍຫ້ອງຂ່າວ ປະທານາທິບໍດີຢູເຄຣນ/ຜ່ານອົງການຂ່າວ Reuters)
ທ່ານເຊເລັນສ໌ກີ ກ່າວຕໍ່ອົງການຂ່າວ AP ໃນຂະນະທີ່ທ່ານເດີນທາງດ້ວຍລົດໄຟ ໄປຫາຫຼາຍພາກສ່ວນຕາມເຂດແນວໜ້າ, ລວມທັງເຂດຊູມມີ ໃນພາກຕາເວັນອອກ ສຽງເໜືອຂອງຢູເຄຣນອີກດ້ວຍ.