ປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລນສ໌ກີກ່າວວ່າ ທ່ານໄດ້ໂອ້ລົມທາງໂທລະສັບແບບ "ດົນ ແລະມີຄວາມໝາຍ" ກັບຜູ້ນຳຈີນ ທ່ານສີ ຈິ້ນຜິງໃນວັນພຸດວານນີ້ ໂດຍທີ່ທັງສອງທ່ານ ໄດ້ຕົກລົງຈະສົ່ງທູດພິເສດ ໄປຍັງປັກກິ່ງ ແລະ ກີຢິບ ໃນການເຄື່ອນໄຫວເບື້ອງຕົ້ນທີ່ອາດເປັນໄປໄດ້ ໃນການເຈລະຈາສັນຕິພາບເພື່ອຍຸຕິສົງຄາມຂອງຣັດເຊຍກັບຢູເຄຣນ.
ທ່ານເຊເລນສ໌ກີ ໃນການຂຽນຄໍາເຫັນລົງໃນທວີດເຕີ (Twitter) ນັ້ນ ບໍ່ໄດ້ໃຫ້ລາຍ ລະອຽດຂອງການສົນທະນາທີ່ຍາວເກືອບຮອດ 1 ຊົ່ວໂມງຂອງທ່ານກັບທ່ານສີ ທີ່ຮູ້ ກັນວ່າເປັນການຕິດຕໍ່ ຄັ້ງທໍາອິດກັບປະທານາທິບໍດີຈີນ ນັບຕັ້ງແຕ່ມີການບຸກລຸກ ຂອງຣັດເຊຍເມື່ອ 14 ເດືອນກ່ອນນັ້ນ ແຕ່ຢ່າງໃດເລີຍ. ທ່ານເຊເລນສ໌ກີ ກ່າວວ່າ “ຂ້າພະເຈົ້າເຊື່ອວ່າ ການລົມກັນທາງໂທລະສັບນີ້ ພ້ອມກັບການແຕ່ງຕັ້ງເອກອັກຄະລັດຖະທູດຢູເຄຣນໄປປະຈຳຢູ່ຈີນ ຈະເປັນກຳລັງຊຸກຍູ້ໃຫ້ແກ່ການພັດທະນາສາຍພົວພັນສອງຝ່າຍຂອງພວກເຮົາ.”
ໃນເວລາຕໍ່ມາ, ຢູ່ໃນເວັບໄຊທ໌ຂອງທ່ານນັ້ນ ທ່ານໄດ້ເອີ້ນການສົນທະນານີ້ວ່າ ມີປະ ສິດທິຜົນ ແລະກ່າວວ່າມັນຈະນໍາໄປສູ່ "ການພົວພັນທີ່ເປັນໄປໄດ້ ໂດຍທີ່ມີເປົ້າໝາຍ ໃນການສ້າງສັນຕິພາບແບບຍຸຕິທໍາ ແລະຍືນຍົງສໍາລັບຢູເຄຣນ."
ສື່ມວນຊົນແຫ່ງລັດຂອງຈີນລາຍງານວ່າ ທ່ານສີໄດ້ຮຽກຮ້ອງໃຫ້ທ່ານເຊເລນສ໌ກີ ທຳການເຈລະຈາກັນລະຫວ່າງຣັດເຊຍ ແລະຢູເຄຣນ, ໂດຍກ່າວເຕືອນວ່າ, "ບໍ່ມີຜູ້ໃດຈະຊະນະໃນສົງຄາມນິວເຄຼຍ." ປາກົດວ່າທ່ານ ໄດ້ກ່າວເຖິງການຂົ່ມຂູ່ຂອງຣັດເຊຍ ທີ່ຈະໃຊ້ອາວຸດນິວເຄລຍໃຊ້ໃນສະໜາມ. ໂທລະພາບແຫ່ງລັດຂອງຈີນກ່າວວ່າ ລັດຖະ ບານຂອງທ່ານສີ ຈະສົ່ງຜູ້ຕາງໜ້າພິເສດໄປຍັງຢູເຄຣນ ເພື່ອສົນທະນາກ່ຽວກັບການແກ້ໄຂທາງການເມືອງທີ່ອາດເປັນໄປໄດ້.
ທ່ານ Yu Jun, ຮອງຫົວໜ້າກົມ ຢູໂຣບ-ເອເຊຍກະຊວງການຕ່າງປະເທດຈີນ, ກ່າວໃນໂອງປະຊຸມຖະແຫລງຂ່າວ ຫລັງຈາກການລົມທາງໂທລະສັບລະຫວ່າງປະທານປະທດສີ ຈິ້ນຜິງກັບປະທານາທິບໍດີ Volodymyr Zelenskyy ຂອງຢູເຄຣນ, ທີ່ນະຄອນຫລວງປັກກິ່ງ, ວັນທີ 26 ເມສາ, 2023
"ການເຈລະຈາແມ່ນວິທີທາງດຽວ ທີ່ຈະແກ້ໄຂໄດ້," ນັ້ນຄືຄຳເວົ້າ ຢູ່ໃນໂທລະພາບ ຂອງລັດ ທີ່ກ່າວຢູ່ໃນບົດລາຍງານກ່ຽວກັບຄໍາເຫັນຂອງທ່ານສີ ທີ່ມີໃຫ້ແກ່ທ່ານເຊເລນສ໌ກີ. "ທຸກຝ່າຍທີ່ກ່ຽວຂ້ອງຄວນຢູ່ໃນຄວາມສະຫງົບ ແລະ ຢັບຢັ້ງໃຈໃນການຮັບມືກັບບັນຫານິວເຄຼຍ ແລະ ຄິດເບິ່ງອະນາຄົດຢ່າງທ່ອງແທ້ ແລະ ຊະຕາກຳຂອງຕົນ ແລະ ມວນມະນຸດທັງໝົດ ແລະ ເຮັດວຽກຮ່ວມກັນເພື່ອຄວບຄຸມວິກິດການ."
ຈີນໄດ້ພະຍາຍາມທີ່ຈະປາກົດຕົວເປັນກາງໃນເລື້ອງການບຸກລຸກຂອງຣັດເຊຍ ໃນເດືອນກຸມພາຜ່ານມາ ຊຶ່ງໄດ້ສະເໜີໃຫ້ມີການຢຸດຍິງ ແລະການເຈລະຈາສັນຕິພາບ. ແຕ່ປັກກິ່ງ ກໍຍັງປະຕິເສດ ທີ່ຈະກ່າວປະນາມການບຸກລຸກຂອງຣັດເຊຍ ຫຼືຮຽກຮ້ອງໃຫ້ມົສກູຖອນທະຫານອອກຈາກຢູເຄຣນ, ລວມທັງແຫລມໄຄຣເມຍ ທີ່ຣັດເຊຍໄດ້ຜະໜວກເອົາຢ່າງຜິດກົດໝາຍໃນປີ 2014 ນັ້ນ.
Your browser doesn’t support HTML5
China Offers to Act as Mediator in Russian War With Ukraine
ທ່ານ ເຊເລນສ໌ກີ ໄດ້ກ່າວຊ້ຳແລ້ວຊ້ຳອີກວ່າ ລັດຖະບານຂອງທ່ານຈະບໍ່ດຳເນີນການເຈລະຈາສັນຕິພາບ ຈົນກວ່າວ່າ ມົສກູຈະຖອນທະຫານອອກຈາກຢູເຄຣນ. ທ່ານເຊເລນສ໌ກີ ກ່າວຫລັງຈາກໂທລະສັບກັບທ່ານສີແລ້ວວ່າ "ມັນບໍ່ສາມາດມີສັນຕິພາບໄດ້ ໂດຍການຍິນຍອມເສຍດິນແດນໄປ".