ຫຼ້າສຸດໃນຢູເຄຣນ: ຣັດເຊຍ ໂຈມຕີທາງອາກາດໃສ່ເມືອງທ່າເຮືອມິໂກລາອິຟ

  • ວີໂອເອ

ກໍາປັ່ນຂົນສົ່ງອາຫານປະເພດເມັດຈໍານວນຫຼາຍ ໄດ້ຈອດທຽບຢູ່ໃນທະເລດໍາ ໃກ້ກັບທາງເຂົ້າຊ່ອງແຄບ Bosphorus ໃນນະຄອນຫຼວງອິສຕັນບູລ, ເທີກີ, ວັນທີ 17 ກໍລະກົດ 2023. ຣັດເຊຍ ໄດ້ຍຸຕິຂໍ້ຕົກລົງຊ່ວງສົງຄາມ ໂດຍອະນຸຍາດໃຫ້ອາຫານປະເພດເມັດ ຂົນສົ່ງໄຈາກ ຢູເຄຣນ ໄປບັນດາປະເທດໃນ ອາຟຣິກາ, ຕາເວັນອອກກາງ ແລະ ເອເຊຍ.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ໃຕ້​ຂອງ​ຢູ​ເຄຣນ ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຣັດ​ເຊຍ​ໄດ້​ທໍາ​ການ​ໂຈມ​ຕີ​ທາງ​ອາກາດ​ຂ້າມ​ຄືນ ​ທີ່​ເມືອງ​ທ່າ​ເຮືອມີ​ໂກ​ລາ​ອິ​ຟ (Mykolaiv) ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ຢ່າງ​ໜ້ອຍ 18 ຄົນ.

ຜູ້​ປົກຄອງ​ຂົງເຂດ​ ທ່ານວີ​ຕາ​ລີ ກິມ (Vitaliy Kim) ກ່າວ​ຜ່ານ​ທາງເທ​ເລ​ແກຣມ (Telegram) ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ໄດ້ຖະ​ຫລົ່ມ​ເຂດໃຈກາງ​ເມືອງ ​ແລະ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ນັ້ນ ລວມມີ​ເດັກນ້ອຍ 5 ຄົນ. ທ່ານກິມ ກ່າວ​ຕື່ມ​ວ່າ ມີ​ສອງ​ຄົນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ເອົາ​ອອກ​ມາ​ຈາກ​ຊາກ​ຫັກ​ພັງ.

ທ່ານໂອ​ເລັກ​ຊານ​ເດີ ສ​ເກວິກ (Oleksandr Snkevych), ເຈົ້າເມືອງ​ມີ​ໂກລາອິ​ຟ (Mykolaiv) ກ່າວວ່າ ການໂຈມຕີດັ່ງກ່າວ ໄດ້ທຳລາຍຕຶກອາຄານສູງຢ່າງໜ້ອຍ 5 ຫຼັງ ພ້ອມກັບບ່ອນຈອດລົດຈຳນວນນຶ່ງ.

ສ່ວນ​ຢູ່ໃນ​ເມືອງໂອ​ເດ​ຊາ (Odesa) ນັ້ນ ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ການ​ໂຈມ​ຕີ​ຂອງຣັດ​ເຊຍ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ 2 ຄົນ ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ຕຶກ​ອາຄານ​ນຶ່ງ​ຫລັງ.

ຣັດ​ເຊຍ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ເມືອງໂອ​ເດ​ຊາ ແລະ ເມືອງມີ​ໂກ​ລາອິ​ຟ ດ້ວຍ​ການ​ໂຈມ​ຕີ​ທາງ​ອາກາດ​ຫຼາຍ​ຄັ້ງ​ໃນ​ອາທິດ​ນີ້.

​ໃນ​ຂະນະດຽວ​ກັນ ບັນດາ​ເຈົ້າ​ໜ້າ​ທີ່​ ທີ່ໄດ້​ຖືກ​ແຕ່ງຕັ້ງ​ໂດຍ​ຣັດ​ເຊຍ ຢູ່ໃນ​ແຫລມ​ໄຄ​ຣ​ເມຍກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ຢູ​ເຄຣນ ​ໄດ້​ສັງຫານ 1 ຄົນ ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຕຶກ​ອາຄານ ຂອງ​ການ​ປົກ​ຄອງ​ຫຼາຍ​ແຫ່ງ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ແຫຼມດັ່ງ​ກ່າວ.

ຣັດ​ເຊຍ​ໄດ້​ຍຶດ​ຄອງ​ແຫລມ​ໄຄ​ຣ​ເມຍ ແລະ​ໄດ້ພະ​ນວກ​ເອົາມັນ​ເຂົ້າເປັນ​ສ່ວນ​ນຶ່ງ​ຂອງ​ຕົນ​ໃນ​ປີ 2014 ໃນ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະ​ຊາ​ຄົມ​ສາ​ກົນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ໄດ້​ອອກ​ຄຳ​ເຕືອນກ່ຽວ​ກັບ​ຄວາມ​ປອດ​ໄພຄັ້ງໃໝ່ ​ຕໍ່​ກຳ​ປັ່ນ​ທີ່​ມຸ້ງ​ໜ້າ​ໄປ​ສູ່​ທ່າເຮືອຂອງ​ຢູ​ເຄ​ຣນ, ສອງ​ມື້​ຫຼັງ​ຈາກ​ໄດ້​ຍົກ​ເລີກ​ຂໍ້​ຕົກ​ລົງ​ທີ່​ອະ​ນຸ​ຍາດ​ໃຫ້​ກຳ​ປັ່ນ​ບັນ​ທຸກ​ອາ​ຫານ​ປະ​ເພດເມັດ​ຂອງ​ຢູ​ເຄ​ຣນ​ຜ່ານ​ທະ​ເລ​ດຳ.

ຖະ​ແຫຼງການ​ທີ່​ຂຽນອອກ ແລະ​ເອົາ​ລົງ​ໃນ​ແອັບພ​ລີ​ເຄ​ຊັນ​ສົ່ງ​ຂໍ້​ຄວາມເທ​ເລ​ແກ​ຣມ (Telegram) ເວົ້າ​ວ່າ ​ເລີ້ມແຕ່​ຕອນ​ທ່ຽງ​ຄືນ​ຂອງ​ວັນ​ທີ 20 ກໍລະກົດ​ນີ້ ເປັນ​ຕົ້ນ​ໄປ “ກຳ​ປັ່ນ​ທຸກ​ລຳ ​ທີ່​ແລ່ນ​ໃນ​ເຂດ​ນ່ານ​ນ້ຳ​ທະ​ເລ​ດຳ​ ໄປ​ຍັງ​ທ່າ​ເຮືອ​ຂອງຢູ​ເຄ​ຣນ​ຈະ​ຖື​ວ່າ​ອາດເປັນ​ກຳ​ປັ່ນ​ບັນທຸກ​ສິນຄ້າ​ທາງ​ທະຫານໄດ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ