ພາບຫລ້າສຸດ ຈາກຊີເຣຍ

ທະຫານເທີກີ ລາດຕະເວນ ຢູ່ໃນເຂດຊາຍແດນ ຕິດກັບຊີເຣຍ, ໃກ້ໆບ້ານ Hacipasa ໃນແຂວງ
 Hatay, ເທີກີ,  ວັນທີ 11 ຕຸລາ 2012.

ຄວັນຈາກປືນຄົກແລະການຍິງຕໍ່ສູ້ກັນ ລະຫວ່າງກອງທັບຊີເຣຍ ກັບພວກກະບົດ ໃນເມືອງ Azmarin ຕິດກັບ ຊາຍແດນເທີກີ, ຕາມທີ່ມອງເຫັນຈາກບ້ານ Hacipasa ໃນແຂວງ Hatay ຂອງເທີກີ, ວັນທີ 11 ຕຸລາ 2012.

ລົດຫຸ້ມເກາະຄັນນຶ່ງຂອງເທີກີ ແລ່ນອອກຈາກຄ້າຍແຫ່ງນຶ່ງ ໃນເຂດຊາຍແດນເທີກີ-ຊີເຣຍໃກ້ກັບບ້ານ  Hacipasa ໃນແຂວງ Hatay, ພາກໃຕ້ຂອງເທີກີ, ວັນທີ9 ຕຸລາ 2012.

ພາບຈາກອົງການຂ່າວແຫ່ງຊາດ SANA ຂອງຊີເຣຍ ສະແດງໃຫ້ເຫັນ ຊາກລົດເມຄັນນຶ່ງ ຫລັງຈາກເກີດ ເຫດລະເບີດ ໃນຄຸ້ມ al-Zablatani, ໃນນະຄອນຫລວງ Damascus, ຊີເຣຍ, ວັນທີ 9 ຕຸລາ 2012.

ເດັກນ້ອຍຫລິ້ນຢູ່ເທິງລົດບັນທຸກພະນັກງານປະກອບອາວຸດ ຂອງກໍາລັງທະຫານທີ່ຈົງຮັກພັກດີຕໍ່ປະທານາທິບໍດີ Bashar al-Assad ຂອງຊີເຣຍ ໃນເມືອງ Azaz ທາງພາກເໜືອຂອງຊີເຣຍ ໃກ້ກັບຊາຍແດນເທີກີ, ວັນທີ 8 ຕຸລາ 2012.

ພາບຈາກນັກຂ່າວພົນລະເມືອງຜູ້ນຶ່ງ ທີ່ສະໜອງໃຫ້ໂດຍເຄືອຂ່າຍຂ່າວສານ Edlib News Networkສະແດງໃຫ້ເຫັນ ນັກລົບຂອງກອງທັບປົດປ່ອຍແຫ່ງຊາດຊີເຣຍ (Free Syrian Army) ນັ່ງຢູ່ທາງຫລັງລົດທະຫານ ທີ່ຢຶດມາໄດ້ຈາກກອງທັບແຫ່ງຊາດຂອງຊີເຣຍທີ່ບ້ານ Khirbet al-Jouz, ນະຄອນ Idlib ຂອງຊີເຣຍ, ວັນທີ 7 ຕຸລາ 2012.

ກໍາລັງທະຫານທີ່ຈົງຮັກພັກດີຕໍ່ປະທານາທິບໍດີ Bashar al-Assad ຂອງຊີເຣຍ ທີ່ເຫັນຢູ່ໃນຄ້າຍທະຫານ Hanano ລຸນຫລັງໄດປະທະກັບ ກອງທັລປົດປ່ອຍຊີເຣຍ ທີ່ນະຄອນ AleppoAzaz ຂອງຊີເຣຍ, ວັນທີ 7 ຕຸລາ 2012.

ພາບຈາກອົງການຂ່າວແຫ່ງຊາດ SANA ຂອງຊີເຣຍ ສະແດງໃຫ້ເຫັນ ຊາກລົດລາເພພັງ ຫລັງຈາກເກີດ ເຫດລະເບີດໃກ້ສໍານັກງານໃຫຍ່ຕໍາຫລວດ ໃນນະຄອນຫລວງ Damascus, ຊີເຣຍ, ວັນທີ 7 ຕຸລາ 2012.

ເດັກຊາຍຊີເຣຍຄົນນຶ່ງ ທີ່ໜີພັດພາກຈາກບ້ານເຮືອນຂອງຕົນໄປກັບພໍ່ແມ່ຂອງລາວ ຍ້ອນການສູ້ລົບກັນລະຫວ່າງ ກໍາລັງຂອງລັດຖະບານ ແລະພວກກະບົດ, ຫລິ້ນຢູ່ໃກ້ກັບເຕັ້ນຂອງລາວ ທີ່ສູນອົບພະຍົບໃກ້ຊາຍແດນເທີກີ, ທີ່ເມືອງ Azaz  ຂອງຊີເຣຍ, ວັນທີ 7 ຕຸລາ 2012.

ຊາວບ້ານຜູ້ນຶ່ງຖືປືນຢືນຢູ່ຂ້າງຂອງກອງທັບປົດປ່ອຍຊີເຣຍ ທີ່ Al-Lujat ໃກ້ກັບເມືອງ Dara, ວັນທີ 7 ຕຸລາ, 2012