ມີຄົນນຶ່ງ ເສຍຊີວິດ ໃນຄວາມວຸ້ນວາຍ ຕໍ່ຕ້ານ ມຸສລິມ ຢູ່ມຽນມາ (ວີດີໂອ)

ຊາວມຸສລິມພວມພາກັນດັບໄຟ ທີ່ໄໝ້ວັດເຂົາເຈົ້າ ໃນຄວາມຮຸນແຮງ ຮອບຫລ້າສຸດ ຕໍ່ຕ້ານຊາວມຸສລິມ ໃນມຽນມາ (1 ພຶດສະພາ 2013)

ບັນດາ​ເຈົ້າ​ໜ້າທີ່​ມຽນມາ ກ່າວ​ວ່າ ຄົນ​ນຶ່ງ​ໄດ້​ເສຍ​ຊີວິດ​ແລະ​ອີກ
10 ຄົນ​ໄດ້​ຮັບ​ບາດ​ເຈັບ​ ໃ​ນລະຫວ່າງ​ການ​ເກີດ​ຄວາມ​ວຸ້ນວາຍ
ຕໍ່ຕ້ານຊາວ​ມຸສລິ​ມຄັ້ງ​ຫລ້າ​ສຸດທີ່​ຍັງສືບ​ຕໍ່ແຜ່ລາມ​ເຂົ້າ​ໄປ​ໃກ້ໆ​
ນະຄອນ​ຢາງ​ກຸ້ງຊຶ່ງ​ເປັນ​ຫົວເມືອງໃຫຍ່​ສຸດຂອງ​ປະ​ເທດ.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ຄົນ​ຜູ້ນີ້​ເສຍ​ຊີວິດ​
ຍ້ອນ​ພິດ​ບາດແຜທີ່ ລາວ​ໄດ້​ຮັບ​ ລຸນ​ຫຼັງທີ່​ມີ​ການ​ປະ​ທະ​ກັນ​ມື້
ນຶ່ງກ່ອນໜ້ານີ້ ຢູ່​ທີ່ເມືອງ Okkan ຊຶ່ງ ​ເປັນ​ເມືອງ​ນ້ອຍໆ ​ຕັ້ງ​
ຢູ່​ບໍ່​ເຖິງ 100 ກິໂລ​ແມັດ ທາງ​ພາກ​ເໜືອ​ ຂອງນະຄອນ ຢາງ​ກຸ້ງ.

ປະຊາຊົນເວົ້າວ່າ​ ມີ​ຊາວ​ພຸດກຸ່ມ​ນຶ່ງ​ຢ່າງ​ໜ້ອຍ 300 ຄົນ​ທີ່ຕິດ
ອາວຸດເຮັດ​ດ້ວຍ​ຕົນ ​ເອງໄດ້ທຳ​ການກວດ​ລ້າງຢູ່​ໃນ​ເມືອງ​ດັ່ງ
ກ່າວໃນ​ຕອນ​ແລງ​ຂອງ​ວັນ​ອັງຄານວານນີ້ ໂດຍ​ໄດ້ທໍາລາຍ​ຊັບ
​ສິນ​ ທີ່ຊາວ​ມຸສລິ​ມ​ເປັນ​ເຈົ້າ​ຂອງ.

ທ່ານ U Aung Min ຄູ​ສອນ​ສາສະໜາ​ທີ່​ວັດ​ອິສລາມ​ແຫ່ງ​ນຶ່ງ​
ຢູ່​ໃນເຂດ​ດັ່ງກ່າວເວົ້າວ່າທ່ານ​ຈື່​ໜ້າ​ ​ພວກທີ່​ທຳ​ການ​ໂຈມ​ຕີ​
ບາງ​ຄົນ​ໄດ້.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີ​ເຮືອນຢ່າ​ງໜ້ອຍ 157 ຫລັງໄດ້​ຖືກ​ທໍາລາຍ​ໃນ​ຂະນະ ວັດ​ມຸສລິ​ມ
ຢ່າ​ງໜ້ອຍວັດ​ສອງ​ຫລັງ ​ໄດ້​ຮັບ​ຄວາມເສຍ​ຫາຍ​ຢ່າງ​ໜັກ. ​ເຖິງ​ແມ່ນ​ມີ ຫລາຍ​ຄົນເວົ້າ​ວ່າ
ຕໍາຫຼວດບໍ່​ໄດ້​ປະກົດ​ໂຕ​ໃນຕອນຕົ້ນ​ໆເພື່ອ​ຢຸດ​ຕິ​ຄວາມ​ຮຸນແຮງ ​ກໍ​ຕາມແຕ່ຕໍ່​ມາມີ​ລາຍ​ງານ
​ວ່າ ​ໄດ້​ມີ​ການ​ສົ່ງເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ຫລວງຫລາຍ ​ໄປຍັງ​ເມືອງ Okkan.

ຄວາມ​ຮຸນ​ແຮງ​ຄ້າຍຄື​ກັນ​ໄດ້​ເຮັ​ດ​ໃຫ້ 43 ຄົນ​ເສຍ​ຊີວິດໃນ​ທ້າຍ​ເດືອນ​ມີນາ ​ຢູ່ທີ່ເມືອງ
Meikhtila ​ໃນພາກ​ກາງຂອງ​ມຽນມາ. ຄວາມ​ຮຸນ​ແຮງ​ຕໍ່ຕ້ານ​ຊາວ​ມຸສລິມ​ ໃນເວລາຕໍ່ມາ
ໄດ້​ແຜ່​ຂະຫຍາຍ​ໄປ​ທາງ​ພາກ​ໃ​ຕ້ ​ແຕ່ປະກົດ​ວ່າຄວາມ​ວຸ້ນວາຍ​ທີ່​ວ່າ ນີ້ ໄດ້​ຢຸດເຊົາ ຍັງ​ບໍ່​ທັນ​
ໄປ​ຮອດນະຄອນ​ຢາງ​ກຸ້ງ​ເທື່ອ.

Your browser doesn’t support HTML5

Burma