ຄ້າຍ​ ພວກປະທ້ວງ ແຫ່ງສຸດທ້າຍ ໃນຮົງກົງ ຖືກມ້າງແລ້ວ

ຊາຍຄົນນຶ່ງ ຍ່າງກາຍ ຄ້າຍພວກປະທ້ວງ ກ່ອນໜ້າ ຈະຖືກມ້າງອອກໄປ ເຊິ່ງຕັ້ງຢູ່ນອກ ສຳນັກງານໃຫຍ່ ຂອງລັດຖະບານ ໃນຮົງກົງ ປະເທດຈີນ, ວັນທີ 24 ມິຖຸນາ 2015.

ບັນດາ​ເຈົ້າໜ້າ​ທີ່​ຮົງ​ກົງ​ໄດ້​ມ້າງ​ຄ້າຍ​ຜ້າຕັ້ງແຫ່ງສຸດທ້າຍຂອງ
ການປະ​ທ້ວງ​ຢ່າງໃຫຍ່​ ເມື່ອ​ປີ​ກາຍ​ນີ້ ທີ່​ບໍ່​ປະສົບ​ຜົນສຳ​ເລັດ​
ໃນ​ການ​ກົດ​ດັນ ​ໃຫ້​ປະຕິ​ຮູບ​ ໄປສູ່ປະຊາ​ທິປະ​ໄຕ ຢູ່​ໃນ​ເຂດ
​ປົກຄອງ​ຂອງ​ຈີນ​ແຫ່ງ​ນີ້.

ພວກ​ປະ​ທ້ວງ ​ໄດ້​ຂັດ​ຂວາງ​ແຕ່ພຽງເລັກນ້ອຍ ​ໃນຂະນະ​ທີ່​
ທິມງານ​ຂອງ​ເຈົ້າໜ້າ​ທີ່​ລັດຖະບານ ​ເຄື່ອນ​ໄຫ​ວເຂົ້າ​ໄປ ​ໃນ
​ວັນ​ພຸດ​ມື້​ນີ້ ​ເພື່ອ​ເກັບ​ກູ້​ເອົາ​ພວກຕູບ​ຜ້າຕັ້ງ​ ປ້າຍ​ຄຳ​ຂວັນ ​ແລະ
ສິ່ງ​ຂອງ​ອື່ນ​ໆ ທີ່​ຍັງ​ເຫຼືອຢູ່ໜ້ອຍ​ນຶ່ງ​ ຢູ່ຄ້າຍພວກປະທ້ວງ ​
ນອກອາຄານສະພານິຕິບັນຍັດ ນັ້ນ ອອກ​ໄປ.

ທ່ານ​ Simon Wong ຜູ້ປະ​ທ້ວງ​ໄວ 71 ປີ ​ເວົ້າວ່າ “ຂ້າພະ​ເຈົ້າ ຮູ້ສຶກ​ສະຫງົບ. ຂ້າພະ​ເຈົ້າ ຮູ້ສຶກຄິດ​ຮອດ​ສະຖານ​ທີ່​ແຫ່ງ​ນີ້ ແລ້ວ ​ເພາະວ່າ ​ໃນໄລຍະ 200 ມື້ຜ່ານ​ມານັ້ນ​ ພວກ​ເຮົາ​ໄດ້​ເຫັນ​ປະ​ຫວັດ​ສາດ ​ແລະ ການ​ປ່ຽນ​ແປງ​ຂອງ​ຍຸກ​ສະ​ໄໝ. ຢູ່​ທີ່​ນີ້ ພວກ​ເຮົາໄດ້​ເຫັນຫຼາຍໆ ຄວາມ​ຮູ້ສຶກ ການ​ຮ້ອງໄຫ້ ຢາດ​ເຫື່ອ ແລະ ຄວາມເມດຕາຂອງ​ມວນມະນຸດ ​ແຕ່​ພວກ​ເຮົາ ຍັງ​ໄດ້​ເຫັນ​ຂໍ້​ຂັດ​ແຍ້​ງຫຼາຍ​ເຊັ່ນ​ກັນ.”

​ໃນ​ຈຸດ​ສູງ​ສຸດ​ຂອງ​ການ​ປະ​ທ້ວງ ​ເຊິ່ງ​ໄດ້​ເລີ້ມ​ຕົ້ນຂຶ້ນ​ເມື່ອ​ເດືອນ​ກັນຍາ ປີ​ກາຍ​ນີ້ ພວກ​ປະ​ທ້ວງຫຼາຍໝື່ນ​ຄົນ ພາ​ກັນ​ລົງ​ສູ່ທ້ອງ​ຖະໜົນຂອງ​ຮົງ​ກົງ ​ເພື່ອ​ກົດ​ດັນ​ໃຫ້​ມີ​ການ​ປ່ຽນ​ແປງ ​ໃນ​ວິທີ ທີ່​ເຂດ​ປົກຄອງ​ ທຳ​ການ​ເລືອກ​ເອົາ​ບັນ​ດາ​ຜູ້ນຳ​ຂອງຕົນນັ້ນ.

ຫຼັງຈາກ​ຄວາມ​ພະຍາຍາມ ​ທີ່ຈະທັບ​ມ້າງ ພວກ​ປະ​ທ້ວງ​ໂດຍ​ເຈົ້າໜ້າ​ທີ່​ຕຳຫຼວດ ​ໃຊ້​ແກັສ
ນ້ຳຕາ ​ແລະ ສະ​ເປ​ໝາກ​ເພັດ ​ໄດ້ລົ້ມ​ແຫລວ ບັນດາ​ເຈົ້າໜ້າ​ທີ່ ກໍ​ໄດ້​ອະນຸຍາດ​ໃຫ້​ພວກ
​ປະ​ທ້ວງ​ຢູ່​ຕໍ່​ໄປ ​ແຕ່​ໃນ​ທີ່​ສຸດ ກໍ​ໄດ້​ຖືກ​ທັບ​ມ້າງ ສະຖານ​ທີ່​ຈັດຕັ້ງການ​ປະ​ທ້ວງ ​ໂດຍສ່ວນ​
ໃຫຍ່ ​ໃນ​ເດືອນ​ທັນ​ວາປີ​ກາຍ​ນີ້.

ປັກ​ກິ່ງ​ໄດ້​ປະຕິ​ເສດ ທີ່​ຈະຍິນ​ຍອມ ​ຕໍ່​ຂໍ້​ຮຽກຮ້ອງ​ຂອງ​ພວກ​ປະ​ທ້ວງ ທີ່ຢາກ​ໃຫ້​ມີ​ການ​ປ່ອນ​ບັດເລືອກ​ເອົາ​ຜູ້​ບໍລິຫານ​ຮົງ​ກົງ ​ໃນ​ປີ 2017 ເປັນ​ແບບປະຊາທິປະ​ໄຕ​ຢ່າງ​ຄົບ​ຖ້ວນ. ແຕ່ແທນ​ທີ່ ປັກ​ກິ່ງ​ໄດ້​ຮັບຮອງ​ຮ່າງກົດໝາຍ ທີ່​ຢືນ​ຢັດ​ວ່າ ບັນດາ​ຜູ້​ສະໝັກ​ທັງ​ໝົດ ຕ້ອງ​ໄດ້​ຮັບ​ການ ກວດ​ສອບ​ໂດຍ ຄະນະ​ກຳມະການ ທີ່​ປະກອບ​ດ້ວຍ​ຜູ້ທີ່​ພັກດີ​ຕໍ່ ຈີນແຜ່ນດິນ​ໃຫຍ່.

ສະພາ​ນິຕິບັນຍັດຂອງ​ຮົງ​ກົງ ​ເມື່ອ​ອາທິດ​ແລ້ວ​ນີ້ ​ໄດ້​ຍັບ​ຍັ້ງ ມາດ​ຕະການດັ່ງກ່າວ ຍ້ອນ
​ ສະມາຊິກ​ຝ່າຍ​ຄ້ານ ຜູ້ທີ່​ມອງ​ເຫັນ​ວ່າ ການ​ປະຕິ​ຮູບນັ້ນ ​ເປັນ​ແຜນ​ການຂອງ “ປະຊາ​ທິ
ປະ​ໄຕ ແບບຈ​ອມປອມ.”
​ ໃນ​ຂະນະ​ນີ້ ຜູູ້ນຳ​ຂອງ​ດິນ​ແດນ​ດັ່ງກ່າວ​ນີ້ ຈະ​ສືບ​ຕໍ່ ຖືກ​ເລືອກ
​ເອົາ ໂດຍສະມາຊິກ ຄະນະ​ກຳມະການ ​ຈຳນວນ 1200 ຄົນ ຕໍ່​ໄປ.

Your browser doesn’t support HTML5

Hong Kong Politics