ມືປືນສັງຫານໝູ່ ໃນ ລາສ໌ ເວກັສ ໄດ້ວາງແຜນ ລ່ວງໜ້າ ແຕ່ຍັງບໍ່ທັນຮູ້ ເຫດຜົນເທື່ອ

ພວກພະນັກງານ ໄດ້ເອົາໄມ້ແປ້ນປິດປ່ອງຢ້ຽມທີ່ຖືກທຸບ ໂດຍມືປືນ ໃນໂຮງແຮມ Mandalay Bay Resort ແລະ Casino, ບ່ອນທີ່ ທ້າວ Stephen Paddock ທຳການຍິງສັງຫານໝູ່ ຢູ່ໃນເສັ້ນທາງຜູ້ຄົນຍ່າງທ່ຽວຊົມເມືອງ ຫຼື Las Vegas Strip ຂອງລັດ Nevada, ວັນທີ 6 ຕຸລາ 2017.

ເປັນ​ເວລາດົນ​ກວ່າ​ສັບປະດາແລ້ວ ຫຼັງຈາກມື​ປືນ ​ທ້າວ Stephen Craig Paddock ​
ໄດ້​ຍິງສັງຫານຜູ້ຄົນ 58 ຄົນ ​ແລະເຮັດໃຫ້​ເກືອບ 500 ຄົນ ​ບາດ​ເຈັບ ພວກ​ສືບສວນ ​
ໃນ​ນະຄອນ Las Vegas ຍັງ​ບໍ່​ທັນໄດ້ຮັບ​ສາ​ເຫດ​ຂອງ​ການ​ໂຈມ​ຕີ ​ແລະ​ກ່າວ​ວ່າ
ການ​ຊອກ​ຫາສາ​ເຫດຕ່າງໆຂອງ​ການ​ໂຈມ​ຕີ​ທີ່​ວ່າ​ນີ້ ​ແມ່ນ​ຍັງ​ເປັນ​ບູລິ​ມມະ​ສິດ​ຂອງ
​ພວກ​ເຂົາ​ເຈົ້າ​ຢູ່.

ຜູ້​ບັນຊາ​ການ​ຕຳຫຼວດ ທ່ານ Joseph Lombardo ​ເຂດ​ເມືອງ Clark ​ໄດ້​ບອກ​ກັບ​
ພວກ​ນັກ​ຂ່າວ ​ໃນ​ວັນ​ຈັນ​ວານ​ນີ້ ວ່າ ທ້າວ Paddock ​ໄດ້​ປິດ​ບັງເລື່ອງ​ລາວ​ຫຼາຍຢ່າງ
ໃນ​ຊ່ວ​ງ​ເວລາ​ ​ກ່ອນ​ການ​ສັງຫານ ທີ່​ເຮັດ​ໃຫ້​ຂັ້ນ​ຕອນ​ຂອງ​ການ​ຄົ້ນ​ຫາ​ຄຳ​ຕອບ
​ເປັນ​ການ​ຍາກ.

​ແຕ່​ທ່ານ​ໄດ້​ກ່າວ​ວ່າ ພວກຕຳຫຼວດ​ທ້ອງ​ຖິ່ນ ທີ່​ເຮັດ​ວຽກ​ຮ່ວມ​ກັນ​ກັບ​ອົງການ​ສືບ​ລັບ​ສັນຕິບານກາງ ​ແລະ​ຫ້ອງການ​ເຫຼົ້າ​ແລະ​ຢາ ​ແລະ​ອາວຸດ ​ໃນຫຼັກ​ຖານຕ່າງໆ ທີ່​ພົວພັນ​
ກັບການ​ວິ​ເຄາະ​ນິ​ໄສ​ໃຈຄໍຂອງລາວ ​ໄດ້​ກັບ​ເຂົ້າ​ໄປ​ກວດ​ຄົ້ນ​ບ້ານ​ຂອງ​ຜູ້ກ່ຽວ, ​ວິ​ເຄາະ
​ເຖິງ​ການ​ຕິດ​ຕໍ່​ສື່ສານ​ຂອງ​ລາວ ​ແລະ​ການ​ໄປ​ເຮັດ​ວຽກ​ເຮັດ​ການ ຈົນ​ເຖິງ​ສະຖານ​ທີ່
​ເກີດ​ເຫດ ​ໃນ​ເຂດບັນ​ເທີ​ງຂອງ​ນະຄອນ Las Vegas.

“ປັດຈຸບັນ​ນີ້ ພວກ​ເຮົາ​ບໍ່ເຊື່ອ​ວ່າ ມັນ​ມີ​ເຫດການ​ອັນ​ໃດ ຂອງ​ຊີວິດຜູ້​ຕ້ອງ​ສົງ​ໄສ
ທີ່​ເປັນ​ກຸນ​ແຈ​ສຳຄັນ,”
ຊຶ່ງທ່ານ Lombardo ​ໄດ້​ກ່າວ​ໄວ້ ​ແລະ​ໄດ້​ກ່າວ​ຕໍ່​ໄປ​ວ່າ
“ພວກ​ເຮົາ​ເຊື່ອ​ວ່າ ລາ​ວ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ພາກ​ຊີວິດ​ຂອງຜູ້​ຄົນ​ແບບ​ທີ່​ລາວ​
ໄດ້​ກະທຳ​ນັ້ນ, ​ແລະ​ລາວ​ໄດ້​ມີ​ແຜນການ​ທີ່​ໝາຍ​ໝັ້ນໃນ​ອັນ​ທີ່​ລາວໄດ້ຕັ້ງ​ໃຈ
​ກະທຳລົງ​ໄປ​ນັ້ນ.”

ພວກ​ນັກ​ສື​ບສວນ ​ແມ່ນ​ໄດ້​ໂອ້​ລົມ​ກັບ​ນ້ອງ​ຊາຍ​ຂອງ​ທ້າວ Paddock ພ້ອມ​ດຽວ​ກັບ
​ແຟນສາວ​ຂອງ​ຜູ້ກ່ຽວ ກ່ຽວ​ກັບ​ການ​ເອົາ​ບາດກ້າວຕ່າງໆ ແລະ​ການ​ຕິດ​ຕໍ່​ພົວພັນຂອງ
​ທ້າ​ວ Paddock ໃນ​ຊ່ວງ​ເວລາ​ທີ່​ລາວ​ໄດ້​ຈັດການ​ວາງ​ແຜນການ​ໂຈມ​ຕີ ພ້ອມ​ດຽວ
​ກັບ​ການ​ຊື້​ເກັບ​ປືນທ້ອນ​ໄວ້

ພວກ​ເຈົ້າ​ໜ້າ​ທີ່ ​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ ປືນ 32 ກະບອກ ​ໃນ​ຫ້ອງ​ພັກ​
ໃນໂຮງ​ແຮມ Mandalay Bay ບ່ອນ​ທີ່​ທ້າວ Paddock ​ໄດ້​ທຸບ​ປ່ອງຢ້ຽມ​ແລະ​ເປີດ
​ສາກ​ຍິງຝູງ​ຊົນ​ທີ່​ຊົມ​ການສະ​ແດງ​ດົນຕີ​ລູກ​ທົ່ງ​ອ​າ​ເມຣິກັນ ທີ່ຢູ່​ກົງກັນຂ້າມ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ