ປະຊາຊົນລາວໃນແຂວງຜົ້ງສາລີ ທີ່ຖືກກະທົບຈາກໂຄງການເຂື່ອນນ້ຳອູ 4 ແລະ 7
ກຳລັງປະເຊີນບັນຫາຫຍຸ້ງຍາກໃນຊີວິດປະຈຳວັນ ເພາະບໍ່ໄດ້ຮັບການຊ່ອຍເຫຼືອ
ຢ່າງພຽງພໍຈາກຜູ້ລົງທຶນຈາກຈີນ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
Your browser doesn’t support HTML5
ທ່ານຈັນສີ ແສງຊົມພູ ສະມາຊິກສະພາແຫ່ງຊາດລາວ ແຂວງຜົ້ງສາລີໄດ້ຖະແຫຼງຢືນ
ຢັນວ່າ ປະຊາຊົນລາວ ໃນແຂວງຜົ້ງສາລີ ທີ່ຖືກກະທົບຈາກໂຄງການເຂື່ອນໄຟຟ້າ
ນ້ຳອູ 4 ແລະ 7 ກຳລັງປະເຊີນກັບບັນຫາຫຍຸ້ງຍາກ ໃນຊີວິດປະຈຳວັນຫຼາຍຂຶ້ນນັບມື້
ໂດຍເຖິງແມ່ນວ່າ ຈະໄດ້ຮັບການຈັດສັນທີ່ຢູ່ອາໄສ ແລະທີ່ດິນທຳກິນຈາກກຸ່ມຜູ້ລົງທຶນ
ໃນໂຄງການແລ້ວກໍຕາມ ຫາກແຕ່ວ່າ ພວກເຂົາເຈົ້າ ກໍຍັງບໍ່ມີຄວາມໝັ້ນຄົງ ໃນການ
ຄອງຊີບ ແຕ່ຢ່າງໃດ ເນື່ອງຈາກວ່າ ພວກເຂົາເຈົ້າຍັງບໍ່ມີເງື່ອນໄຂສະດວກ ໃນການ
ຜະລິດຜົນຕ່າງໆ ໃນທີ່ດິນທຳກິນ ທີ່ໄດ້ຮັບການຈັດສັນນັ້ນ ດັ່ງທີ່ທ່ານຈັນສີ ໄດ້ໃຫ້
ການຢືນຢັນວ່າ:
"ກ່ຽວກັບວຽກງານຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ທີ່ຖືກຜົນ
ກະທົບຂອງໂຄງການ ໂດຍສະເພາະແມ່ນໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 4
ແລະນ້ຳອູ 7 ນີ້ ມີແຕ່ການຈັດສັນບ່ອນຢູ່ເທົ່ານັ້ນ ສ່ວນອາຊີບບໍ່ໄດ້ຮັບການຟື້ນຟູ
ບໍ່ໄດ້ຮັບການຈັດຕັ້ງປະຕິບັດ ໂດຍສະເພາະແມ່ນຖືວ່າຢູ່ໃນເຂດການຜະລິດ
ກໍບໍ່ມີເສັ້ນທາງເຂົ້າເຖິງເຮັດໃຫ້ເຂົາເຈົ້ານີ້ ຈະໄປທຳການຜະລິດ ມີຄວາມຫຍຸ້ງຍາກ.”
ສ່ວນທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານແລະບໍ່ແຮ່
ຍອມຮັບວ່າ ການເກັບກຳຂໍ້ມູນກ່ຽວກັບປະຊາຊົນລາວ ທີ່ຖືກກະທົບຈາກໂຄງການ
ເຂື່ອນນ້ຳອູ ໃນໄລຍະຜ່ານມາ ຍັງເຮັດໄດ້ບໍ່ດີ ໂດຍສະເພາະແມ່ນການປະເມີນຄ່າ
ເສຍຫາຍທີ່ຈະຕ້ອງຊົດເຊີຍໃຫ້ປະຊາຊົນທີ່ຖືກເວນຄືນທີ່ດິນ ແລະສິ່ງປຸກສ້າງນັ້ນ
ຍັງຈະຕ້ອງເກັບກຳຂໍ້ມູນຢ່າງລະອຽດຕື່ມອີກ ເພາະຍັງມີຫາງສຽງຈາກປະຊາຊົນ
ທີ່ຖືກກະທົບວ່າ ພວກເຂົາເຈົ້າບໍ່ໄດ້ຮັບການຊົດເຊຍ ຢ່າງເປັນທຳ ຊຶ່ງເຮັດໃຫ້ກະຊວງ
ພະລັງງານພ້ອມດ້ວຍອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຈະຕ້ອງຮ່ວມກັນ
ປະເມີນຄ່າຊົດເຊີຍໃຫ້ຖືກຕ້ອງຕາມລະບຽບກົດໝາຍຕໍ່ໄປ ດັ່ງທີ່ ທ່ານຄຳມະນີ
ໃຫ້ການຢືນຢັນວ່າ...
“ໃນນາມກະຊວງພະລັງງານແລະບໍ່ແຮ່ນັ້ນ ເປັນຜູ້ທີ່ຕິດຕາມ ແລະບັງຄັບໃຊ້
ບັນດານິຕິກຳຕ່າງໆ ຂອງສັນຍາທີ່ພວກເຮົາໄດ້ເຊັນກັບຜູ້ລົງທຶນ ຜູ້ພັດທະນາ
ໂຄງການແລະເອົາໃຈໃສ່ທີ່ສຸດ ແຕ່ແນ່ນອນບາງອັນ ກະຍັງບໍ່ທັນ ໄດ້ລະອຽດ
ບາງບ່ອນຊຶ່ງພວກເຮົາກໍໄດ້ເອົາໃຈໃສ່ສຸດຂີດ ຊຶ່ງປັດຈຸບັນນີ້ ກໍໃຫ້ລົງໄປກວດກາ
ຄືນບ່ອນ ຈຳນວນໂຄງການທີ່ສຳເລັດແລ້ວ ປະເມີນວ່າ ປະຊາຊົນເຮົາໄດ້ຮັບຜົນ
ກະທົບແນວໃດແດ່ ຈຳນວນນຶ່ງ ກໍໄດ້ມີຜົນກະທົບເພີ່ມຂຶ້ນ ຊຶ່ງເຈົ້າຂອງໂຄງການ
ທີ່ພັດທະນາໂຄງການນັ້ນ ກໍຕ້ອງໄດ້ມີການແກ້ໄຂ.”
ໂດຍຈາກການສຳຫຼວດ ແລະເກັບກຳຂໍ້ມູນໃນໄລຍະກ່ອນໜ້ານີ້ ພົບວ່າມີປະຊາຊົນ
ລາວ 2,000 ກວ່າຄົວເຮືອນ 10,000 ກວ່າຄົນ ໃນ 28 ບ້ານ ທີ່ຖືກກະທົບຈາກເຂື່ອນ
ໄຟຟ້ານ້ຳອູ ທັງ 7 ໂຄງການ ຊຶ່ງທີ່ຜ່ານມາ ກໍມີລາຍງານວ່າ ກຸ່ມຜູ້ລົງທຶນ ໃນໂຄງການ
ໄດ້ຈ່າຍເງິນຊົດເຊຍ ຄ່າທີ່ດິນ ແລະສິ່ງປຸກສ້າງໃຫ້ກັບປະຊາຊົນລາວທີ່ຖືກກະທົບ
ຈາກໂຄງການເຂື່ອນ ນ້ຳອູ 2, 5 ແລະ 6 ແລ້ວ ແຕ່ຈາກການສຳຫຼວດ ແລະ
ເກັບກຳຂໍ້ມູນ ໂດຍອົງການແມ່ນ້ຳສາກົນ (International Rivers) ກັບພົບວ່າຈະມີ
ປະຊາຊົນລາວ ໃນ 89 ບ້ານ ທັງໃນແຂວງຜົງສາລີ ອຸດົມໄຊ ແລະຫຼວງພະບາງທີ່ໄດ້ຮັບ
ຜົນກະທົບ ຈາກໂຄງການເຂື່ອນນ້ຳອູນັ້ນ ສ່ວນໃຫຍ່ ຍັງບໍ່ທັນໄດ້ຮັບການຊົດເຊີຍ
ແຕ່ຢ່າງໃດ.
ທາງດ້ານກຸ່ມບໍລິສັດ Power China ຈຳກັດຈາກຈີນ ລາຍງານວ່າ ການກໍ່ສ້າງເຂື່ອນ
ໄຟຟ້ານ້ຳອູ ທັງ 7 ໂຄງການຈະແລ້ວເສັດ ພາຍໃນປີ 2020 ດ້ວຍເງິນລົງທຶນຮວມ 2,800
ລ້ານໂດລາ ໂດຍທັງ 7 ໂຄງການ ຈະມີກຳລັງຕິດຕັ້ງຮວມ 1,272 ເມກາວັດ ໂດຍຈະ
ຂາຍໃຫ້ລັດວິສາຫະກິດໄຟຟ້າລາວ (EDL) ໃນຕະຫຼອດ ໄລຍະສຳປະທານ 29 ປີ
ນັບຈາກປີທີ່ກໍ່ສ້າງແລ້ວເສັດເປັນຕົ້ນໄປ.
ທັງນີ້ ການກໍ່ສ້າງເຂື່ອນໄຟຟ້ານ້ຳອູ ໄດ້ແບ່ງອອກເປັນ 2 ໄລຍະໂດຍໄລຍະທີ 1
ໄດ້ເລີ່ມການກໍ່ສ້າງໃນປີ 2012 ໂດຍມາເຖິງປັດຈຸບັນນີ້ ກໍໄດ້ກໍ່ສ້າງເສັດແລ້ວ 3 ໂຄງ
ການຄືເຂື່ອນໄຟຟ້ານ້ຳອູ 2, 5 ແລະ 6 ທີ່ມີກຳລັງຕິດຕັ້ງຮວມ 540 ເມກາວັດ ດ້ວຍເງິນ
ລົງທຶນຮວມ 1,035 ລ້ານໂດລາ ແລະໄດ້ສົ່ງພະລັງງານໄຟຟ້າ ໃຫ້ກັບ EDL ໃນປະລິ
ມານຮວມ1,100 ລ້ານກິໂລວັດ/ໂມງຕໍ່ປີ ນັບຈາກປີ 2017 ເປັນຕົ້ນມາ ສ່ວນໃນໄລຍະ
ທີ 2 ທີ່ກຳລັງກໍ່ສ້າງ ໃນເວລານີ້ ທີ່ປະກອບດ້ວຍເຂື່ອນນ້ຳອູ 1, 3, 4 ແລະ 7 ນັ້ນ
ກໍຈະດຳເນີນການກໍ່ສ້າງແລ້ວເສັດທັງ 4 ໂຄງການ ພາຍໃນປີ 2020 ຊຶ່ງກໍຈະເຮັດໃຫ້
ເຂື່ອນໄຟຟ້ານ້ຳອູ ທັງ 7 ໂຄງການ ສາມາດຜະລິດກະແສໄຟຟ້າ ຂາຍໃຫ້ກັບ EDL
ໄດ້ເກີນກວ່າ 2,590 ລ້ານ ກິໂລວັດ/ໂມງຕໍ່ປີ.