ລັດຖະບານໄທ ກຳລັງທົບທວນການຂຶ້ນຄ່າແຮງງານຂັ້ນຕໍ່າ 400 ບາດຕໍ່ມື້ ຄືນໃໝ່

  • ຊົງຣິດ ໂພນເງິນ

ຜູ້ອອກແຮງງານຊາວພະມ້າທີ່ມີຄ່າແຮງຖືກ ລຽນກະເບື້ອງຢູ່ເທິງຫຼັງຄາຂອງອາຄານແຫ່ງນຶ່ງ ຢູ່ໃນເຂົາຫຼົກ ໃນເມືອງ ຕະກົວ ປ່າ ຂອງຈັງຫວັດ ພັງງາ, ທາງພາກໃຕ້ຂອງປະເທດໄທ, ວັນທີ 15 ມິຖຸນາ 2005.

ລັດຖະບານ​ໄທ ​ກຳລັງ​ພິຈາລະນາ​ແຜນການ​ເພີ່ມ​ຄ່າ​ຈ້າງ​ຂັ້ນ​ຕ່ຳ​ເປັນ 400 ບາດ​ຕໍ່​ມື້​ຄືນໃໝ່ ເພາະ​ເຫັນວ່າຈະ​ສົ່ງ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ແລະຂະໜາດກາງຂອງໄທ.

Your browser doesn’t support HTML5

ລັດຖະບານໄທ ກຳລັງທົບທວນການຂຶ້ນຄ່າຈ້າງຂັ້ນຕໍ່າ 400 ບາດ ຄືນໃໝ່

ທ່ານ​ພິ​ພັດ ລັດ​ຖະ​ກິດ​ປະ​ການ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ​ໄທ ຖະ​ແຫຼງ​ວ່າລັດຖະບານ​ໄທ​ກຳລັງພິຈາລະນາ​ຢ່າງ​ລະມັດລະວັງ​ຕໍ່​ແຜນການ​ທີ່​ຈະ​ເພີ່ມ​ຄ່າ​ຈ້າງ​ຂັ້ນ​ຕ່ຳ​ໃນ​ເວລາ​ນີ້. ທັງ​ນີ້​ເຖິງ​ວ່າ​ໄດ້​ຕົກລົງ​ກັນ​ກ່ອນ​ໜ້າ​ນີ້​ທີ່​ຈະ​ເພີ່ມ​ອັດຕາ​ຄ່າ​ຈ້າງ​ຂັ້ນ​ຕ່ຳ​ໃຫ້​ຄົນ​ງານ​ເປັນ 400 ບາດ​ຕໍ່​ມື້ ນັບ​ແຕ່​ວັນ​ທີ 1 ຕຸລາ 2024 ເປັນຕົ້ນ​ໄປ ແຕ່​ເມື່ອ​ຖືກ​ຄັດຄ້ານ​ຈາກ​ອົງການ​ນາຍ​ຈ້າງ​ແຫ່ງ​ຊາດໄທ ​ດ້ວຍ​ເຫດຜົນ​ວ່າ ການ​ຂຶ້ນ​ຄ່າ​ຈ້າງ​ຂອງ​ຄົນ​ງານ​ທັງ​ໝົດ ລວມທັງ​ຄົນ​ງານ​ລາວ. ມຽນມາ ແລະ ກໍາປູເຈຍ ທີ່ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍ ຈະສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ຜູ້ປະກອບການທີ່ຜະລິດສິນຄ້າໃນປະເທດໄທ. ໂດຍສະເພາະວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ທີ່ມີທຶນຈຳກັດ ນອກຈາກບໍ່ມີເງິນຈ້າງຄົນງານແລ້ວ. ຍັງຈະມີການປົດພະນັກງານຕື່ມອີກ, ສະນັ້ນ, ແຜນການເພີ່ມອັດຕາຄ່າຈ້າງຂັ້ນຕ່ຳ ຕ້ອງໄດ້ມີການພິຈາລະນາ ແລະ ທົບທວນຄືນໃນເທື່ອນີ້, ເຊິ່ງອາດຈະເປັນການເພີ່ມອັດຕາຄ່າຈ້າງຕາມລະດັບສີມືແຮງງານຂອງແຕ່ລະຄົນເປັນສຳຄັນ. ດັ່ງທີ່ ທ່ານ ພິພັດ ຢືນຢັນວ່າ:

“ພວກເຮົາຈະບໍ່ປະກາດຄ່າຈ້າງຂັ້ນຕໍ່າ. ເມື່ອມີການປະກາດຄ່າຈ້າງຂັ້ນຕໍ່າສຸດ ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ຝ່າຍ​ຜູ້​ຈ້າງ​ອາດ​ຈະ​ບໍ່​ສາ​ມາດ​ແບກ​ຫາບ​ພາ​ລະ ​ທີ່​ສໍາ​ຄັນ​ທີ່​ສຸດ​ແມ່ນ​ພວກ​ເຮົາ​ຕ້ອງ​ຈ່າຍ​ຄ່າ​ສີ​ມື​ແຮງ​ງານ​ ຖ້າ​ບໍ່​ດັ່ງ​ນັ້ນ​ ຄົນ​ງານ​ທີ່​ບໍ່​ມີ​ຄວາມ​ສາ​ມາດ​ ເຂາເຈົ້າໄດ້ຂ້າມຈາກປະເທດເພື່ອນບ້ານເຂົ້າ​ມາປະ​ເທດ​ໄທ​ ຢ່າງ​ໜ້ອຍ​ພວກ​ເຂາ​ຕ້ອງໄດ້​ຝຶກ​ອົບ​ຮົມແຕ່ 6 ເດືອນ​ຫາ 1 ປີ ພວກເຂາຈະ​ໄດ້​ຮັບ​ຄ່າ​ແຮງ​ງານຂັ້ນ​ຕ່ຳ​ເທ່າກັບຄົນທີ່ມີຄວາມຮູ້ຄວາມສາມາດແລ້ວໄດ້ແນວໃດ? ໃນ​ກໍ​ລະ​ນີ​ນີ້, ພວກ​ເຮົາຕ້ອງ​ມີ​ຄວາມ​ຍຸ​ຕິ​ທໍາ​ກັບ​ຜູ້​ປະ​ກອບ​ການ​ແລະ​ຜູ້​ຈ້າງ​ແຮງງານ.”

ສ່ວນທ່ານ ຊະນິນ ຊະລິດສາພົງ, ສະມາຊິກສະພາການຄ້າແຫ່ງຊາດໄທ ຢືນຢັນວ່າອົງການນາຍຈ້າງ​ທີ່​ປະກອບ​ດ້ວຍ 92 ສະມາຄົມ​ທີ່​ຕາງໜ້າ​ໃຫ້​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ຂະໜາດນ້ອຍ 15,000 ກວ່າ​ແຫ່ງ​ທີ່​ມາ​ຈາກ 76 ​ແຂວງ​ໃນ​ທົ່ວ​ປະ​ເທດ​ໄທ ​ໄດ້​ຍື່ນ​ຈົດໝາຍ​ເຖິງ​ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ​ໄທ. ​ເພື່ອ​ສະ​ແດງ​ຄວາມ​ຄັດຄ້ານ​ຕໍ່​ແຜນການ​ຂອງ​ລັດຖະບານ​ໄທ​ທີ່​ຈະ​ເພີ່ມ​ອັດຕາ​ຄ່າ​ແຮງ​ງານ​ຕ່ຳ​ຢູ່​ໄທ​ຈາກ 345 ບາດ​ເປັນ 400 ບາດ​ຕໍ່​ວັນ​ແຕ່​ວັນ​ທີ 1 ຕຸລາ 2024 ​ເປັນ​ຕົ້ນ​ໄປ. ດ້ວຍເຫດຜົນວ່າ ການຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳຈະສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຜູ້ປະກອບການ SME ໃນໄທ. ເນື່ອງຈາກວ່າມັນຈະເພີ່ມຄ່າໃຊ້ຈ່າຍໃນການຜະລິດຜະລິດຕະພັນ. ພ້ອມ​ກັນ​ນັ້ນ, ລາຍ​ຮັບ​ຂອງ​ຜູ້​ປະກອບ​ການ SME ຍັງ​ບໍ່​ທັນ​ເພີ່ມ​ຂຶ້ນ​ເລີຍ. ຜົນ​ໄດ້​ຮັບ​ແມ່ນຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະພາບ​ການ​ສູນ​ເສຍ ​ແລະ ​ໃນ​ທີ່​ສຸດແມ່ນ​ຕ້ອງຍຸດກິດຈະການ ດັ່ງ​ທີ່​ທ່ານ ຊະນິນ ຢືນຢັນວ່າ:

“ມື້ນີ້ ເພີ່ມຂຶ້ນເຖິງ 400 ຄົນ. ພວກເຂົາເວົ້າວ່າ 80% ບໍ່ສາມາດຢູ່ລອດໄດ້. ທ່ານສາມາດຖາມຜູ້ປະກອບການຂະຫນາດນ້ອຍ. ສ່ວນ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ແມ່ນ​ແມ່​ຄ້າ-ນັກ​ຂາຍ​ ກ່ອ​ສ້າງ​ ຕະຫຼາດ​ສົດ, ຂາຍຍ່ອຍ​ແລະຂາຍ​ສົ່ງ​ SME ລ້ວນ​ແຕ່​ໄດ້​ຮັບ​ຜົນ​ກະທົບ ​ເປັນ​ຄັ້ງ​ທຳ​ອິດ​ທີ່​ສະພາ​ການ​ຄ້າ 76 ​ແຂວງ​ໄດ້​ຍື່ນ​ຄັດຄ້ານ ໃນ​ເວ​ລາ​ດຽວ​ກັນ. ແລະ ມີ 92 ສະມາຄົມການຄ້າທີ່ເປັນເຈົ້າຂອງໂຮງງານ. ​ແລະ​ມີ​ຜູ້​ປະກອບ​ການ​ຂະໜາດ​ນ້ອຍ 15.000 ກວ່າ​ລາຍ, ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ປັບ​ລະດັບ​ລາຍ​ໄດ້​ຕາມ​ຄະນະ​ກຳມະການ​ສາມ​ຝ່າຍ ​ແລະ ອະນຸ​ກຳມະການ​ໃນ​ແຕ່ລະ​ແຂວງ.”

ກ່ອນໜ້ານີ້ ຣັຖບານໄທ ໄດ້ອະນຸມັດ ໃຫ້ຄົນງານ ລາວ, ມຽນມາ, ແລະ ກຳພູຊາ ຫຼາຍກວ່າ 3 ແສນຄົນ ໄປເຮັດວຽກ ຢູ່ໄທ ຈົນຮອດ ວັນທີ 13 ກຸມພາ 2025. ຣັຖບານໄທ ກໍໄດ້ຫຼຸດ ຄ່າວີຊາ ໃຫ້ຄົນງານລາວ. ຄົນພະມ້າ ແລະ ກັມພູຊາ ທີ່ໄປເຮັດວຽກ ຢູ່ໄທ ແບບຖືກຕ້ອງ ຕາມກົດໝາຍ ເຊັ່ນດຽວກັນ, ຫລຸດລົງ ຈາກ 2,000 ບາດ ເຫລືອພຽງ 500 ບາດ. ດ້ວຍ​ເຫດ​ນີ້, ຄາດ​ວ່າ​ຈະ​ສືບ​ຕໍ່​ມີ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ໄທ​ຕື່ມ​ອີກ, ລວມທັງຄົນງານລາວເຊັ່ນກັນ ສິ່ງດັ່ງກ່າວຈະເຮັດໃຫ້ຂະແຫນງການຜະລິດໃນລາວປະເຊີນກັບການຂາດແຄນແຮງງານຫຼາຍກວ່າ 700,000 ຄົນ, ໂດຍສະເພາະແມ່ນທຸລະກິດໃນຂະແຫນງການບໍລິການແລະການທ່ອງທ່ຽວ.