ນັກເສດຖະສາດໄທ ລະບຸວ່າ ການຂາດດຸນການຄ້າຢ່າງຕໍ່ເນື່ອງສົ່ງຜົນກະທົບເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ຫລຸດລົງສູ່ລະດັບຂັ້ນວິກິດ

Your browser doesn’t support HTML5

ລັດຖະບານລາວ ກໍໄດ້ດຳເນີນໃນຫຼາຍມາດຕາການ ເພື່ອຄວບຄຸມການນຳເຂົ້າສິນຄ້າຢູ່ທີ່ດ່ານຊາຍແດນໃນທົ່ວປະເທດ ໂດຍສະເພາະການຄວບຄຸມການນຳເຂົ້ານ້ຳມັນເຊື້ອໄຟນັ້ນ ໃນຂະນະດຽວກັນ ກໍໄດ້ມີການປັບຂຶ້ນອັດຕາພາສີມູນຄ່າເພີ້ມຈາກ 7 ເປີເຊັນ ເປັນ 10 ເປີເຊັນ ເພື່ອເຮັດໃຫ້ລັດຖະບານ ມີລາຍຮັບທີ່ໄດ້ຈາກການຈັດເກັບພາສີການຄ້າເພີ້ມຂຶ້ນ