ທາງການໄທ ຂໍໃຫ້ຕຳຫຼວດລາວ ຊ່ວຍຕິດຕາມຈັບກຸ່ມ ນັກຄ້າຢາເສບຕິດລາຍໃຫຍ່ ຈຳນວນ 48 ຄົນຢູ່ໃນລາວ
Your browser doesn’t support HTML5
ເຈົ້າໜ້າທີ່ຕຳຫຼວດໄທ ຖະແຫລງຢືນຢັນວ່າ ບັນດານັກຄ້າຢາເສບຕິດລາຍໃຫຍ່ໃນເອເຊຍພາກັນຫລົບໜີການຈັບກຸມໄປຫລົບຊ່ອນຕົວຢູ່ໃນລາວ ເປັນຈຳນວນຫຼາຍ ດ້ວຍການແຝງຕົວເອງເປັນນັກທຸລະກິດການຄ້າ ແລະການລົງທຶນໃນລາວ ຈຶ່ງເປັນການຍາກທີ່ຈະຕິດຕາມ-ຈັບກຸມໄດ້ຢ່າງເທົ່າທັນ