ໂຮງຮຽນໃນເຂດຕົວເມືອງລາວ ມີຈໍານວນຄູເກີນລະດັບຄວາມຕ້ອງການຕົວຈິງ. ສ່ວນໂຮງຮຽນໃນເຂດຊົນນະບົດ ນັ້ນ ກັບຍັງຕ້ອງປະເຊີນກັບບັນຫາຂາດແຄນ ຄູຈໍານວນຫລາຍໃນປັດຈຸບັນນີ້.
Your browser doesn’t support HTML5
ເຊີນຟັງລາຍງານຄວາມແຕກໂຕນດ້ານການສຶກສາລະຫວ່າງເຂດຊົນນະບົດ ແລະເຂດຕົວເມືອງໃນລາວ
ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີວ່າການ ກະຊວງສຶກສາທິການ
ແລະ ກິລາຍອມຮັບວ່າ ມາດຕະຖານການສຶກສາ ໃນເຂດຕົວເມືອງ ກັບຊົນນະບົດລາວ ຍັງມີການແຕກໂຕນກັນຫລາຍ ຊຶ່ງຈະເຫັນໄດ້ຈາກການຂາດແຄນ ຄູໃນຢູ່ໂຮງຮຽນໃນເຂດຊົນນະບົດ ທີ່ເຮັດໃຫ້ຕ້ອງອາໄສການປະກອບສ່ວນຈາກ ບັນດາຄູອາສາສະໝັກ ຈໍານວນ ຫລາຍກວ່າ 12,000 ຄົນ ໃນຂະນະ ບັນດາໂຮງຮຽນໃນເຂດຕົວເມືອງ ມີຄູເກີນຄວາມຕ້ອງການຕົວຈິງຫລາຍກວ່າ 8,600 ຄົນແລະ ໃນຈຳນວນຄູເກີນດັ່ງກ່າວກໍບໍ່ມີຄູຜູ້ໃດທີ່ຈະອາສະໝັກໃຈໄປສອນ ຢູ່ໂຮງຮຽນໃນເຂດຊົນນະບົດອີກດ້ວຍ. ຊຶ່ງເມື່ອສົມທົບດ້ວຍການທີ່ລັດຖະບານລາວ ໄດ້ຈຳກັດໂຄວຕາ ການບັນຈຸຄູໃໝ່ໄດ້ພຽງແຕ່ 1,800 ຄົນ ເທົ່ານັ້ນໃນຕະຫຼອດປີ 2018 ຜ່ານມາອີກດ້ວຍແລ້ວ ຈຶ່ງຈະເຮັດໃຫ້ບັນຫາຂາດແຄນຄູ ໃນໂຮງຮຽນເຂດຊົນນະບົດຍັງສືບຕໍ່ມີອີກຕໍ່ໄປ ດັ່ງທີ່ ທ່ານນາງ ແສງເດືອນ ໄດ້ຢືນຢັນວ່າ:
“ນັກຮຽນ ຮຽນຈົບ ແຕ່ບໍ່ໄດ້ຮັບການບັນຈຸຍັງມີຫລາຍໃນປັດຈຸບັນ ແລະມີຄູເຫລືອທັງໝົດ 8,611 ຄົນ. ບັດນີ້ ຄູບໍ່ພໍນີ້ ແມ່ນພວກເຮົາຍັງສັງລວມໄດ້ໃນການດໍາເນີນການສໍາຫລວດ ໃນສົກ 2017-2018 ນັ້ນ ເຫັນວ່າ ບໍ່ພໍ 19,612 ຄົນ ແລະຄູອາສາສະໝັກຈໍານວນ 12,267 ຄົນຍັງເປັນບັນຫາ ເປັນສິ່ງທ້າທາຍໃຫ້ແກ່ກະຊວງສຶກສາທິການ ແລະກິລາ ກໍຄືລັດຖະບານຕ້ອງໄດ້ສືບຕໍ່ແກ້ໄຂ.”
ນັກຮຽນພາກັນເອົາດອກໄມ້ໄປອວຍພອນໃຫ້ຄູ ໃນວັນຄູແຫ່ງຊາດ ປີ 2016 ຢູ່ໂຮງຮຽນນຶ່ງໃນນະຄອນຫລວງວຽງຈັນ
ໂດຍ ອັດຕາການເຂົ້າຮຽນຂອງເດັກນ້ອຍລາວ ທີ່ອາຍຸ 3-5 ປີ ຢູ່ທີ່ລະດັບ 49 ເປີເຊັນ
ສ່ວນການເຂົ້າຮຽນໃນລະດັບປະຖົມສຶກສາ ລະດັບມັດທະຍົມຕົ້ນ ແລະ ລະດັບມັດ
ທະຍົມປາຍຢູ່ທີ່ອັດຕາສະເລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນ ແລະ 47.8 ເປີເຊັນ
ຕາມລຳດັບ ຊຶ່ງຖືວ່າ ເປັນການພັດທະນາ ການສຶກສາທີ່ມີການຂະຫຍາຍຕົວເພີ້ມຂຶ້ນ
ໃນທຸກພາກສ່ວນ ຫາກແຕ່ວ່າການພັດທະນາການສຶກສາໃນລາວ ຍັງຂາດຄຸນນະພາບ
ໂດຍເຫັນໄດ້ຈາກອັດຕາການຄ້າງຫ້ອງຮຽນ ໃນຊັ້ນປະຖົມສຶກສາ ຍັງຢູ່ທີ່ລະດັບ 4.9
ເປີເຊັນ ສ່ວນບັນຫາຍາກຈົນນັ້ນ ກໍເຮັດໃຫ້ເດັກນ້ອຍໃນລາວ ຕ້ອງປະການຮຽນໃນ
ອັດຕາສະເລ່ຍເຖິງ 4.8 ເປີເຊັນ, ຊຶ່ງສູງທີ່ສຸດໃນອາຊຽນ ດ້ວຍກັນ.
ຍິ່ງໄປກວ່ານັ້ນ ດ້ວຍສະພາບຊີວິດການເປັນຢູ່ທີ່ຍາກຈົນຢ່າງຍິ່ງ ຂອງປະຊາຊົນລາວຊຶ່ງ
ມີສາເຫດມາຈາກຄ່າຄອງຊີບ ທີ່ປັບຕົວສູງຂຶ້ນນັບມື້ ໃນຂະນະທີ່ລັດຖະບານ ລາວ ກໍບໍ່
ສາມາດທີ່ຈະໃຫ້ການຊ່ວຍເຫຼືອໄດ້ເລີຍນັ້ນ ກໍຍັງເຮັດໃຫ້ການປະການຮຽນຂອງເດັກ
ນ້ອຍລາວໃນລະດັບປະຖົມສຶກສາໃນເຂດຊົນນະບົດນັ້ນ ມີອັດຕາສະເລ່ຍສູງກວ່າ 20
ເປີເຊັນອີກດ້ວຍ.
ໃນປັດຈຸບັນ ກະຊວງສຶກສາທິການແລະກິລາ ມີຄູ-ອາຈານທັງໝົດ 19,000 ກວ່າຄົນ
ທົ່ວປະເທດ ໂດຍ ໃນຕະຫຼອດປີ 2018 ລັດຖະບານລາວກໍໄດ້ອະນຸຍາດໃຫ້ສາມາດ
ຮັບໃໝ່ໄດ້ພຽງແຕ່ ບໍ່ເກີນ 1,800 ຄົນ ເທົ່ານັ້ນ ດ້ວຍເຫດນີ້ຈຶ່ງຈະເຮັດໃຫ້ໂຮງຮຽນ
ໃນເຂດຊົນນະບົດ ຍັງຈະຕ້ອງປະເຊີນກັບບັນຫາຂາດແຄນຄູ ສອນຕໍ່ໄປ.
ຍິ່ງໄປກວ່ານັ້ນ ບັນຫາດັ່ງກ່າວຍັງຖືເປັນສະພາບການ ທີ່ກົງກັນຂ້າມກັບນະໂຍບາຍ ຂອງລັດຖະບານລາວ ທີ່ໄດ້ປະກາດເປົ້າໝາຍ ຈະຂະຫຍາຍໂອກາດດ້ານການສຶກສາ ສຳລັບເດັກນ້ອຍໃນເຂດຊົນນະບົດໃຫ້ໄດ້ ຢ່າງທົ່ວເຖິງພາຍໃນປີ 2015 ທີ່ຜ່ານມາ ຫາກແຕ່ວ່າ ດ້ວຍບັນຫາຄວາມຍາກຈົນຂອງປະຊາຊົນທີ່ຍັງບໍ່ໄດ້ຮັບການແກ້ໄຂນັ້ນ ຈຶ່ງເຮັດໃຫ້ລັດຖະບານລາວບໍ່ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງເລີຍ.
ນອກຈາກນັ້ນ ບັນຫາທີ່ເປັນອຸປະສັກຕໍ່ການຂະຫຍາຍ ໂອກາດທາງດ້ານການສຶກສາຂັ້ນພື້ນຖານ ໃຫ້ໄດ້ຢ່າງທົ່ວເຖິງໃນທົ່ວປະເທດລາວ ອີກປະການໜຶ່ງກໍແມ່ນບັນຫາຂາດແຄນດ້ານງົບປະມານຂອງລັດຖະບານລາວ ໂດຍ ບັນຫາທີ່ເຫັນໄດ້ຈາກການຈັດພິມ ແລະ ການແຈກຈ່າຍ ປຶ້ມຕຳລາຮຽນສຳລັບນັກຮຽນຊັ້ນປະຖົມທຸກຄົນ ໃນທົ່ວປະເທດ ໃນປີ 2015 ແຕ່ຈົນເຖິງປັດຈຸບັນກໍຍັງ ສາມາດປະຕິບັດໄດ້ ບໍ່ເຖິງ 70 ເປີເຊັນຂອງນັກຮຽນທັງໝົດ ໃນລາວ.
ພາຍໃຕ້ສະພາບການດັ່ງກ່າວ ຍັງເປັນການຍາກທີ່ລັດຖະບານລາວຈະສາມາດບັນລຸ ເປົ້າໝາຍທີ່ວາງໄວ້ ໃນປີ 2020 ກໍຄືການຂະຫຍາຍການສຶກສາ ພາກບັງຄັບໃຫ້ເຖິງຊັ້ນມັດທະຍົມຕົ້ນ ໂດຍເຮັດໃຫ້ພົນລະເມືອງລາວທຸກຄົນ ມີໂອກາດຮຽນຈົບຊັ້ນມັດທະຍົມຕົ້ນ ດ້ວຍການຂະຫຍາຍຕາໜ່າງການສຶກສາ ນອກໂຮງຮຽນ ໃຫ້ທົ່ວເຖິງໃນປະເທດ ໃຫ້ໄດ້ຢ່າງເປັນຮູບປະທຳ ນັ້ນກໍຍັງເປັນການຍາກ.