ລັດຖະບານລາວຈະຂໍການຊ່ວຍເຫລືອຈາກກອງປະຊຸມໂຕະມົນລະດັບສາກົນຫລາຍຂຶ້ນ
ເພື່ອນຳໃຊ້ເຂົ້າໃນການຟື້ນຟູສະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ທີ່ຖືກກະທົບ
ຈາກໄພນ້ຳຖ້ວມຄັ້ງໃຫຍ່.
Your browser doesn’t support HTML5
ເຊີນຟັງລາຍງານເລື້ອງລາວຈະຮ້ອງຂໍການຊ່ວຍເຫລືອ ຈາກສາກົນ ເພື່ອຟື້ນຟູຈາກຜົນກະທົບ ຂອງໄພນ້ຳຖ້ວມ
ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະປະທານຄະນະກຳມະການ
ສະເພາະກິດແກ້ໄຂໄພພິບັດລະດັບຊາດຖະແຫຼງວ່າ ລັດຖະບານລາວໄດ້ຕຽມການ
ຈະຮຽກຮ້ອງ ຂໍການຊ່ວຍເຫລືອຈາກສາກົນຫລາຍຊຶ້ນ ໃນໂອກາດກອງປະຊຸມໂຕະມົນ
ລະດັບສູງ ປະຈຳປີ 2018 ລະຫວ່າງລັດຖະບານລາວກັບສາກົນ ແລະນາໆ ຊາດ ທີ່ໃຫ້
ການຊ່ວຍເຫລືອແກ່ລາວ ທີ່ກຳນົດ ຈະຈັດຂຶ້ນໃນທ້າຍເດືອນພະຈິກນີ້ ທີ່ນະຄອນວຽງ
ຈັນ ຊຶ່ງການຂໍການຊ່ວຍເຫລືອທີ່ເພີ້ມຂຶ້ນດັ່ງກ່າວ ມີເປົ້າໝາຍເພື່ອນຳໃຊ້ເຂົ້າໃນການ
ຟື້ນຟູສະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ
ຄັ້ງໃຫຍ່ ທີ່ເກີດຂຶ້ນໃນຊ່ວງເດືອນກໍລະກົດ-ກັນຍາຜ່ານມາ ໂດຍສະເພາະປະຊາຊົນ
ທີ່ເມືອງສະໜາມໄຊ ໃນແຂວງອັດຕະປື ທີ່ຖືກກະທົບຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ
ແຕກນັ້ນ ດັ່ງທີ່ທ່ານສອນໄຊ ຢືນຢັນວ່າ
ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີກວ່າເກົ່າ ນຶ່ງກະແມ່ນແຈ້ງຕໍ່ບໍ
ລິສັດພັດທະນາໂຄງການ. ສອງມາກະເມ່ນແຈ້ງຕໍ່ບັນດາອົງການຈັດຕົ້ງສາກົນປະຈຳ
ສປປ ລາວ ເພື່ອເອົາເຂົ້າໃນໂຄງການ ຮັບການຊ່ວຍເຫລືອຈາກຕ່າງປະເທດ ເປັນ
ຕົ້ນແມ່ນໂຄງການລະດົມທຶນຈາກຕ່າງປະເທດ ທີ່ຈັດຂຶ້ນໃນກອງປະຊຸມໂຕະມົນ
ໃນເດືອນພະຈິກ 2018 ທີ່ຈະມາເຖິງນີ້. ພ້ອມທັງສືບຕໍ່ດຳເນີນການປະເມີນຜົນເສຍ
ຫາຍ ທາງດ້ານເສດຖະກິດ, ສັງຄົມ, ແລະສິ່ງແວດລ້ອມໃຫ້ສຳເລັດໂດຍໄວ ເພື່ອ
ຮຽກຮ້ອງຄ່າຊົດເຊີຍ ຈາກຜູ້ພັດທະນາໂຄງການຢ່າງສົມເຫດ ສົມຜົນ.
ທາງດ້ານອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ສຳນັກງານປະຈຳ
ນະຄອນວຽງຈັນ ຢືນຢັນວ່າ ໃນປີ 2017 ບັນດາອົງການສາກົນ ແລະລັດຖະບານຂອງ
30 ກວ່າປະເທດ ທີ່ເຂົ້າຮ່ວມກອງປະຊຸມ ໂຕະມົນ ໄດ້ໃຫ້ການຊ່ວຍເຫລືອແກ່ລັດຖະ
ບານລາວຫລາຍກວ່າ 962 ລ້ານໂດລາ ແຕ່ວ່າການທີ່ລາວຕ້ອງປະເຊີນກັບໄພນ້ຳຖ້ວມ
ຄັ້ງໃຫຍ່ ທີ່ເຮັດໃຫ້ເກີດການເສຍຫາຢ່າງຫລວງຫລາຍ ໃນປີ 2018 ຈຶ່ງຄາດວ່າລັດຖະ
ບານລາວຈະຂໍການຊ່ວຍເຫລືອຈາກນາໆ ຊາດເພີ້ມຂຶ້ນເປັນບໍ່ໜ້ອຍກວ່າ 1,200 ລ້ານ
ໂດລາ ເພື່ອນຳໃຊ້ເຂົ້າໃນການຟື້ນຟູສະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ທີ່
ຖືກກະທົບຈາກໄພນ້ຳຖ້ວມຄັ້ງໃຫຍ່ດັ່ງກ່າວ ຊຶ່ງລວມເຖິງການຊ່ວຍເຫລືອປະຊາຊົນ
7,095 ຄົນ ທີ່ເມືອງສະໜາມໄຊອີກດ້ວຍ.
ທັງນີ້ ໄພນ້ຳຖ້ວມຄັ້ງໃຫຍ່ໄດ້ກວມເອົາພື້ນທີ່ໃນເຂດ 2,409 ໝູ່ບ້ານ 115 ເມືອງໃນ
17 ແຂວງ ແລະນະຄອນວຽງຈັນ ໂດຍສົ່ງຜົນກະທົບຕໍ່ປະຊາຊົນລາວ 639,437 ຄົນ
ຫຼື 131,507 ຄອບຄົວ ທັງຍັງເຮັດໃຫ້ມີຜູ້ເສຍຊີວິດ 55 ຄົນ, ບາດເຈັບ 2 ຄົນ, ສູນຫາຍ
65 ຄົນ ແລະ 16,709 ຄົນບໍ່ມີທີ່ຢູ່ອາໄສ ເພາະເຮືອນທີ່ນ້ຳພັດ ເສຍຫາຍຢ່າງສິ້ນເຊີງ.
ສ່ວນນາປີເສຍຫາຍໄປ 90,600 ກວ່າເຮັກຕາ ຫຼື 12 ເປີເຊັນ ຂອງນາປີ ທີ່ປັກດຳໄດ້
ທັງໝົດ ໂດຍຍັງບໍ່ຮວມເຖິງເຂົ້າໄຮ່ ແລະພື້ນທີ່ປູກພືດຕ່າງໆ ທີ່ເສຍຫາຍໄປກວ່າ
15,000 ເຮັກຕາ, ຄອງຊົນລະປະທານ 778 ແຫ່ງ, ໜອງປາ 5,387 ແຫ່ງ, ງົວ-ຄວາຍ
-ໝູ-ແບ້ ຫຼາຍກວ່າ 23,000 ຕົວ ແລະສັດປີກ 70,000 ກວ່າຕົວ.
ນອກຈາກນັ້ນ ໄພນ້ຳຖ້ວມຄັ້ງໃຫຍ່ໃນລາວ ຍັງເຮັດໃຫ້ຖະນົນເສຍຫາຍ 644 ເສັ້ນ,
ຂົວ 49 ແຫ່ງ, ເສົາໄຟຟ້າ 915 ຕົ້ນ, ອາຄານຮຽນ 300 ກວ່າຫຼັງ, ໂຮງໝໍ 2 ແຫ່ງ, ສຸກ
ສາລາ 35 ແຫ່ງ, ແຫຼ່ງນ້ຳບາດານ 5,910 ແຫ່ງ, ນ້ຳສ້າງ 7,138 ແຫ່ງ, ແລະວິດຖ່າຍ
22,962 ຫຼັງ ໂດຍໃນການສ້ອມແປງຄວາມເສຍຫາຍເຫລົ່ານີ້ ຄາດວ່າຈະຕ້ອງໃຊ້
ງົບປະມານໃນຂັ້ນເບື້ອງຕົ້ນ ຫລາຍກວ່າ 1,800 ຕື້ກີບ.
ທາງດ້ານເຈົ້າໜ້າທີ່ ຂອງອົງການອາຫານແລະການກະເສດແຫ່ງສະຫະປະຊາຊາດ
(FAO) ທີ່ມີສຳນັກງານຢູ່ບາງກອກ, ປະເທດໄທ ກໍເປີດເຜີຍວ່າ FAO ໄດ້ປະເມີນ
ເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້ງໃຫຍ່ທີ່ເກີດຂຶ້ນໃນທົ່ວປະເທດລາວ ເຮັດໃຫ້ເກີດການ
ເສຍຫາຍຫຼາຍກວ່າ 1,800 ຕື້ກີບ ໃນນີ້ພາກກະສິກຳເສຍຫາຍ 1,260 ຕື້ກີບ ແລະ
ການທີ່ຈະຮັບປະກັນໃຫ້ໄດ້ວ່າປະຊາຊົນລາວ ຈະບໍ່ຂາດສະບຽງອາຫານໃນປີ
2019 ກໍຍັງຈະຕ້ອງຊຸກຍູ້ການປູກພືດລະດູແລ້ງ ໃຫ້ໄດ້ໃນພື້ນທີ່ 185,000 ເຮັກຕາ
ອີກດ້ວຍ.