ອັດຕາການຕາຍຂອງແມ່ ແລະເດັກໃນລາວ ຍັງເປັນອັນຕະລາຍສູງທີ່ສຸດໃນອາຊຽນ
ສ່ວນລັດຖະບານລາວ ກໍຄາດຫວັງວ່າ ຈະຫລຸດອັດຕາການຕາຍຂອງແມ່ ແລະເດັກ
ໃຫ້ໄດ້ຕາມແຜນການ ທີ່ວາງໄວ້ໃນປີ 2018 ນີ້.
ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີວ່າການກະຊວງສາທາລະນະສຸກຖະແຫຼງວ່າ ເປົ້າໝາຍສໍາຄັນ ທີ່ຈະຈັດຕັ້ງປະຕິບັດໃຫ້ໄດ້ຕາມແຜນການທີ່ວາງໄວ້ໃນປີ 2018
ນີ້ຄືການຫລຸດອັດຕາການຕາຍຂອງແມ່ຍິງໃນຂະນະຖືພາ ຫລືຄອດລູກລົງຈາກ
182 ເປັນ 175 ຕໍ່ 1 ແສນຄົນ ພ້ອມກັນນີ້ກໍຍັງຈະຫລຸດອັດຕາການຕາຍຂອງເດັກ
ອາຍຸຕໍ່າກວ່າ 5 ປີລົງຈາກ 56 ເປັນ 51 ຕໍ່ 1,000 ຄົນໃຫ້ໄດ້ຢ່າງເປັນຮູບປະທໍາ.
ທາງດ້ານທ່ານລັດທິພອນ ອຸລາ ນັກໂພຊະນາການຂອງກະຊວງສາທາລະນະສຸກ
ໃຫ້ການການຢືນຢັນວ່າ ຍັງມີເດັກນ້ອຍລາວທີ່ອາຍຸຕ່ຳກວ່າ 5 ປີ ຄິດເປັນອັດຕາສະ
ເລ່ຍເຖິງ 44 ເປີເຊັນໃນທົ່ວປະເທດ ທີ່ຍັງຕ້ອງປະເຊີນກັບບັນຫາຂາດແຄນດ້ານໂພ
ສະນາການຢ່າງໜັກ ຈຶ່ງເຮັດໃຫ້ເດັກນ້ອຍເຫລົ່ານີ້ ມີສ່ວນສູງ ແລະນໍ້າໜັກຕໍ່າກວ່າ
ເກນ ທັງຍັງມີການຈະເລີນເຕີບໂຕທາງສະໝອງ ແລະການຮຽນຮູ້ ໃນລະດັບທີ່ຕ່ຳ
ກວ່າເກນມາດຕະຖານສາກົນອີກດ້ວຍ.
ເດັກນ້ອຍທີ່ປະເຊີນກັບບັນຫາດັ່ງກ່າວນີ້ ສ່ວນໃຫຍ່ກໍແມ່ນເດັກນ້ອຍທີ່ຢູ່ໃນເຂດ
ຊົນນະບົດ ທີ່ຄອບຄົວມີຖານະຍາກຈົນ ແລະບັນຫາຍິ່ງມີຄວາມຮຸນແຮງຂຶ້ນ ເມື່ອ
ປາກົດວ່າພໍ່-ແມ່ ແລະຜູ້ປົກຄອງຂອງເດັກນ້ອຍເຫລົ່ານີ້ ບໍ່ມີຄວາມຮູ້ ແລະຄວາມ
ເຂົ້າໃຈດ້ານສາທາລະນະສຸກ ແລະໂພສະນາການສໍາລັບເດັກເລີຍ ລວມທັງການ
ຂາດແຄນດ້ານງົບປະມານຂອງລັດຖະບານລາວດ້ວຍນັ້ນ ກໍຍິ່ງເຮັດໃຫ້ຍາກຕໍ່ການ
ແກ້ໄຂບັນຫາ ທັງຍັງເຮັດໃຫ້ລາວເປັນປະເທດທີ່ມີອັດຕາການເສຍຊີວິດຂອງແມ່ຍິງ
ໃນຂະນະຄອດລູກ ແລະການເສຍຊີວິດຂອງເດັກເກີດໃໝ່ ມີອັດຕາສູງທີ່ສຸດໃນອາ
ຊຽນອີກດ້ວຍ ດັ່ງທີ່ທ່ານເອກສະຫວ່າງ ວົງວິຈິດ ປະທານຄະນະກໍາມາທິການຕ່າງ
ປະເທດ ສະພາແຫ່ງຊາດລາວໄດ້ຢືນຢັນວ່າ
“ໃນທົ່ວປະເທດເຮົານີ້ ແຕ່ລະມື້ແມ່ນມີແມ່ຍິງຫລາຍກວ່າ 1 ຄົນເສຍຊີວິດ ເນື່ອງ
ມາຈາກການຖືພາ, ການເກີດລູກ ແລະຍັງມີອີກ 30 ຄົນ ທີ່ຍັງມີຄວາມສ່ຽງ ໂດຍ
ສະເພາະຢູ່ເຂດຊົນນະບົດ ຫ່າງໄກສອກຫລີກ. ການເສຍຊີວິດຂອງແມ່ນີ້ ຍັງເປັນ
ສັນຍານອັນນຶ່ງ ທີ່ບົ່ງບອກວ່າ ສັງຄົມບໍ່ສາມາດປົກປ້ອງຜູ້ທີ່ມີຄວາມສ່ຽງທີ່ສຸດນັ້ນ
ໄດ້ ເພາະວ່າ ການເສຍຊີວິດຂອງແມ່ ແລະເດັກ ແມ່ນສິ່ງທີ່ສາມາດຫລີກລ່ຽງໄດ້
ຖ້າວ່າໄດ້ຮັບການເອົາໃຈໃສ່ເທົ່າທີ່ຄວນ.”
ທັງນີ້ ລະບົບບໍລິການດ້ານສາທາລະນະສຸກຂອງລັດຖະບານລາວຍັງບໍ່ສາມາດຕອບສະໜອງຄວາມຕ້ອງການຂັ້ນພື້ນຖານຂອງ ແມ່ຍິງທີ່ຖືພາໄດ້ຢ່າງທົ່ວເຖິງ ໂດຍສະ
ເພາະ ແມ່ນຂໍ້ຈຳກັດດ້ານບຸກຄະລາກອນ ແລະເຄື່ອງມືທາງການແພດສຳລັບໃຫ້ການ
ຊ່ວຍເຫຼືອແກ່ແມ່ຍິງລາວໃນການເກີດລູກນັ້ນ ຍັງຖືເປັນບັນຫາຫຍຸ້ງຍາກ ແລະຂາດ
ເຂີນທີ່ສຸດໃນປັດຈຸບັນນີ້.
ສ່ວນອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະເມີນວ່າ ລັດຖະ
ບານລາວບໍ່ສາມາດບັນລຸເປົ້າໝາຍສະຫັດສະວັດຂອງການພັດທະນາໃນ 6 ດ້ານ
ດ້ວຍກັນ ຄືເດັກອາຍຸຕ່ຳກວ່າ 5 ປີ ຍັງມີສ່ວນສູງຕ່ຳກວ່າເກນ ເຖິງ 38 ເປີເຊັນ. ສ່ວນ
ເດັກທີ່ມີນ້ຳໜັກຕ່ຳກວ່າເກນ ກໍຍັງມີອັດຕາສະເລ່ຍເຖິງ 27 ເປີເຊັນ ໃນຂະນະທີ່ອັດ
ຕາການເຂົ້າຮຽນແລະຮຽນຈົບຊັ້ນປະຖົມປີທີ 5 ກໍເພີ່ມຂຶ້ນຢ່າງຊັກຊ້າ. ອັດຕາການ
ຕາຍຂອງເດັກອາຍຸຕ່ຳກວ່າ 1 ປີ ຍັງສູງເຖິງ 43 ຄົນຕໍ່ 1 ພັນຄົນ. ອັດຕາການຕາຍ
ຂອງແມ່ຍິງໃນຂະນະຖືພາກໍຍັງສູງເຖິງ 182 ຄົນ ຕໍ່ 1 ແສນຄົນ. ສ່ວນແມ່ນຍິງທີ່ເກີດ
ລູກໂດຍໄດ້ຮັບການຊ່ວຍເຫຼືອຈາກແພດ ຫຼືພະຍາບານ ກໍມີແຕ່ 60 ເປີເຊັນ ເທົ່ານັ້ນ.
ສ່ວນສະຖານທູດສະຫະລັດອາເມຣິກາ ທີ່ນະຄອນວຽງຈັນກໍລາຍງານວ່າ ການຈັດຕັ້ງ
ປະຕິບັດໂຄງການປັບປຸງໂພສະນາການສໍາລັບເດັກອາຍຸຕໍ່າກວ່າ 5 ປີໃນລາວ ນັບແຕ່
ປີ 2015 ເປັນຕົ້ນມາ ແລະຍັງຈະຈັດຕັ້ງປະຕິບັດຈົນໄປເຖິງກາງປີ 2018 ດ້ວຍງົບປະ
ມານ 27 ລ້ານໂດລາ ທີ່ລັດຖະບານສະຫະລັດໃຫ້ການຊ່ວຍເຫລືອແກ່ລັດຖະບານ
ລາວຜ່ານອົງການອາຫານໂລກ ສາມາດຕອບສະໜອງດ້ານໂພສະນາການທີ່ດີ ໃຫ້ແກ່
ເດັກນ້ອຍນັກຮຽນ ໄດ້ຫລາຍກວ່າ 140,000 ຄົນ ໃນແຕ່ລະວັນ ແລະໃນນີ້ກໍມີໂຮງຮຽນ
ຫລາຍເຖິງ 1,400 ແຫ່ງທີ່ຕັ້ງຢູ່ໃນເຂດຊົນນະບົດຂອງ 7 ແຂວງ ທີ່ທຸກຍາກທີ່ສຸດໃນ
ລາວອີກດ້ວຍ.