ທາງການລາວ ໂດຍປະທານປະເທດ ໄດ້ອະນຸມັດການໃຫ້ສັນຊາດລາວ ແກ່ຊາວຫວຽດນາມ 4,664 ຄົນ ທີ່ຫາກິນຢູ່ໃນລາວ
Your browser doesn’t support HTML5
ທາງການລາວ ຍັງໄດ້ຈັດທຳຮ່າງກົດໝາຍວ່າດ້ວຍການອະນຸຍາດໃຫ້ຄົນເຊື້ອຊາດລາວ ທີ່ຢູ່ຕ່າງປະເທດໃຫ້ສາມາດກັບຄືນມາຢູ່ລາວໄດ້ຢ່າງຖາວອນດ້ວຍ ຊຶ່ງຄາດວ່າ ຈະບັນຈຸເຂົ້າສູ່ວາລະກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດລາວ ເພື່ອລົງມະຕິຮັບຮອງ ແລະສະເໜີຕໍ່ປະທານປະເທດ ເພື່ອລົງນາມອະນຸມັດຢ່າງເປັນທາງການພາຍໃນປີ 2024 ນີ້