ນັກເສດຖະສາດກ່າວວ່າ ໄພນໍ້າຖ້ວມ ເຮັດໃຫ້ ເສດຖະກິດ ລາວ ຂະຫຍາຍຕົວ ຕໍ່າກວ່າ ຄາດໝາຍ ຢ່າງໜ້ອຍ 1 ເປີເຊັນ

ຄວາມເສຍຫາຍທີ່ເກີດຈາກໄພນໍ້າຖ້ວມ ໃນແຂວງອັດຕະປື ທີ່ເກີດຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍຫັກພັງໃນທ້າຍເດືອນ ທີ່ຜ່ານມາ

ໄພນໍ້າຖ້ວມຄັ້ງໃຫຍ່ ຈະສົ່ງຜົນກະທົບເຮັດໃຫ້ເສດຖະກິດຂອງລາວຂະຫຍາຍຕົວເພີ້ມ
ຂຶ້ນ ໃນອັດຕາສະເລ່ຍທີ່ຕໍ່າກວ່າເປົ້າໝາຍທີ່ວາງໄວ້ ບໍ່ໜ້ອຍກວ່າ 1 ເປີເຊັນ ທັງຍັງ
ຈະກະທົບຕໍ່ການລົບລ້າງ ບັນຫາຄວາມຍາກຈົນອີກດ້ວຍ.

Your browser doesn’t support HTML5

ເຊີນຟັງລາຍງານເລື້ອງຜົນກະທົບຂອງໄພນໍ້າຖ້ວມຕໍ່ເສດຖະກິດຂອງລາວ

ທ່ານ ລີເບີ ລີບົວປາວ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວຢືນຢັນ
ວ່າ ໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຈາກອິດທິພົນຂອງພາຍຸເຊີ່ນຕິງ ທີ່ພັດເຂົ້າມາລາວ ໃນ
ຊ່ວງວັນທີ 15-23 ກໍລະກົດ 2018 ນັ້ນ ໄດ້ສົ່ງຜົນກະທົບຕໍ່ການເຕີບໂຕທາງເສດຖະກິດ
ຂອງລາວໂດຍກົງ ເພາະຄວາມເສຍຫາຍ ທີ່ເກີດກັບຜົນຜະລິດດ້ານກະສິກໍາ, ຊັບສິນ
ຂອງລັດຖະບານ ແລະປະຊາຊົນ ແລະລະບົບໂຄງລ່າງພື້ນຖານຕ່າງໆ ໃນທົ່ວປະເທດ
ນັ້ນ ຈະເຮັດໃຫ້ຍອດຜະລິດຕະພັນລວມພາຍໃນ ຫລື GDP ຂອງລາວໃນປີ 2018 ນີ້ ບໍ່ເປັນໄປຕາມເປົ້າໝາຍທີ່ວາງໄວ້ ຊຶ່ງຈາກການປະເມີນເບື້ອງຕົ້ນຄາດວ່າ ໄພພິບັດ
ຄັ້ງນີ້ ຈະເຮັດໃຫ້ GDP ຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍ ບໍ່ເກີນ 6 ເປີເຊັນ ຈາກ
ເປົ້າໝາຍທີ່ວາງໄວ້ທີ່ລະດັບ 7 ເປີເຊັນໃນປີ 2018 ນີ້.

ພາບຖ່າຍໃນທ້າຍເດືອນ ກໍລະກົດ, 2018 ທີ່ສະແດງໃຫ້ເຫັນພາບລວມຂອງ ມ. ສະໜາມໄຊ, ຂ. ອັດຕະປື, ທີ່ຖືກນໍ້າຖ້ວມ ຢ່າງໜັກ

ທາງດ້ານ ທ່ານ ຢາຊູຊີ ເນກີຊີ (Yasushi Negishi) ຜູ້ອຳນວຍການທະນາຄານພັດທະ
ນາເອເຊຍ (ADB) ປະຈຳສປປ ລາວ ຖະແຫລງວ່າ ຄະນະຜູ້ຊ່ຽວຊານ​ຂອງ ADB ​ໄດ້
ໃຫ້ການ​ຄາດໝາຍ​ກ່ອນໜ້ານີ້ວ່າ ​ເສດຖະກິດຂອງ​ລາວ​ໃນ​ປີ 2018 ຈະ​ຂະຫຍາຍ​ຕົວ​
ເພີ້​ມຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ 7 ​ເປີ​ເຊັນ ທຽບໃສ່ປີ 2017. ຫາກແຕ່ວ່າ ການທີ່ລາວໄດ້ປະ
ເຊີນກັບໄພນໍ້າຖ້ວມ ຄັ້ງໃຫຍ່ ທັງຍັງປະເຊີນກັບບັນຫາໄພເງິນເຟີ້ ທີ່ເພີ້ມຂຶ້ນເຖິງ 5
ເປີເຊັນ ໃນປັດຈຸບັນ ເພາະວ່າມີການສວຍໂອກາດປັບຂຶ້ນລາຄາສິນຄ້າ ໂດຍທີ່ທາງ
ການລາວບໍ່ສາມາດຄວບຄຸມໄດ້ ຢ່າງມີປະສິດທິພາບ ອີກດ້ວຍນັ້ນ ຈຶ່ງກະທົບເຖິງສະ
ພາວະການຄອງຊີບຂອງປະຊາຊົນລາວ ຢ່າງກວ້າງຂວາງ ໃນເວລານີ້ ທັງກໍຍັງຈະເຮັດ
ໃຫ້ GDP ຂອງລາວຂະຫຍາຍຕົວເພີ້ມຂຶ້ນບໍ່ເຖິງ 7 ເປີເຊັນ ໃນປີ 2018 ນີ້ອີກດ້ວຍ.

ພ້ອມກັນນີ້ ADB ​ຍັງຄາດໝາຍວ່າ ພາກບໍລິການ ຈະຂະຫຍາຍ​ຕົວເພີ້ມຂຶ້ນບໍ່ເຖິງ 9
ເປີເຊັນ, ພາກອຸດສາຫະກໍາ ຫັດຖະກໍາ ແລະພາກກະສິກໍາ-ປ່າໄມ້ຈະຂະຫຍາຍ​ຕົວ
ເພີ້ມຂຶ້ນບໍ່ເຖິງ 8 ເປີເຊັນ ແລະ 2.8 ເປີເຊັນ ຕາມລໍາດັບ ໃນຂະນະທີ່ກ່ອນໜ້ານີ້ ລັດຖະ
ບານລາວກໍໄດ້ວາງຄາດໝາຍການຂະຫຍາຍຕົວໃນພາກອຸດສາຫະກໍາໄວ້ ໃນລະດັບ
9.1 ເປີເຊັນ, ພາກບໍລິການ 6.4 ເປີເຊັນ, ພາກກະສິກໍາ 2.8 ເປີເຊັນ ແລະພາສີ​ອາກອນ
ການຄ້າຂາອອກ-ຂາ​ເຂົ້າ ຈະຂະຫຍາຍ​ໂຕໃນລະດັບ 9 ເປີເຊັນຕາມລໍາດັບນັ້ນ ກໍຍ່ອມ
ຈະເປັນໄປໄດ້ຍາກເຊັ່ນກັນ ໂດຍສະເພາະກໍແມ່ນພາກບໍລິການ ແລະທ່ອງທ່ຽວໃນລາວ
ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງໃຫຍ່ແລ້ວ ໃນຂະນະນີ້.

ນັກທ່ອງທ່ຽວຕ່າງຊາດພາກັນເດີນທາງໄປທ່ຽວເມືອງວັງວຽງ ຊຶ່ງເປັນຈຸດສົນໃຈສໍາຄັນໃນລາວ

ເຖິງແມ່ນວ່າໃນໄລຍະ 6 ເດືອນຕົ້ນປີ 2018 ນີ້ ໄດ້ມີນັກທ່ອງທ່ຽວຊາວຕ່າງຊາດ ເຂົ້າ
ມາທ່ອງທ່ຽວໃນລາວຫລາຍກວ່າ 20.1 ລ້ານຄົນ ຊຶ່ງເພີ້ມຂຶ້ນໃນອັດຕາສະເລ່ຍເຖິງ 6
ເປີເຊັນ ທຽບໃສ່ໄລຍະດຽວກັນ ໃນປີ 2017 ກໍຕາມ ຫາກແຕ່ວ່າການທ່ອງທ່ຽວໃນລາວ
ກໍຕ້ອງປະເຊີນກັບສະພາວະຕົກຕໍ່າລົງຢ່າງຮຸນແຮງ ນັບຈາກກາງເດືອນ ກໍລະກົດ ເປັນ
ຕົ້ນມາ ອັນເປັນຜົນກະທົບມາຈາກໄພນໍ້າຖ້ວມຄັ້ງໃຫຍ່ໃນເວລານີ້ ທີ່ສົມທົບກັບການບໍ
ລິການທີ່ບໍ່ໄດ້ມາດຕະຖານຂອງລາວເອງ ດັ່ງທີ່ ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີ
ວ່າການກະຊວງຖະແຫລງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ໄດ້ໃຫ້ການຍອມຮັບວ່າ
“ຜ່ານການປະຕິບັດ 6 ເດືອນຜ່ານມານີ້ ຍັງມີຂໍ້ຄົງຄ້າງ ມີຈຸດອ່ອນບາງຢ່າງ ເປັນຕົ້ນ
ວ່າ ການເຂົ້າ-ອອກເມືອງມີເລື້ອງ
ການຕັ້ງຈຸດກວດກາທີ່ສ້າງຄວາມລໍາຄານແດ່ບໍ່.
ບັ້ນເລື້ອງຂອງການອໍານວຍຄວາມ
ສະດວກ, ດ້ານລະບຽບການຕ່າງໆ ບໍ່ທັນດີບໍ່
ຫລືວ່າ ເລື້ອງລາຄາສິນຄ້າເຮົາອາດຈະຍັງແພງບໍ່ ເລື້ອງການນໍາທ່ຽວ, ການບໍລິ
ການບໍ່ທັນດີ ເລື້ອງການຂົນສົ່ງບໍ່ທັນປອດໄພຕ່າງໆນີ້ ອັນນີ້ກໍເປັນສະພາບລວມ
ພວກເຮົາຈະໄປຮຽກຮ້ອງໃຫ້ການທ່ອງທ່ຽວພວກເຮົາ ມັນພັດທະນາຄືປະເທດທີ່
ທັນສະໄໝນັ້ນ ມັນກະເປັນໄປໄດ້ຍາກຫລາຍ
.

ທາງດ້ານທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະ
ຊວງການເງິນຖະແຫຼງວ່າ ຖ້າຫາກການພັດທະນາເສດຖະກິດໃນປີ 2018 ນີ້ ເປັນໄປ
ຕາມແຜນການທີ່ວາງໄວ້ ກໍຄື GDP ຂະຫຍາຍໂຕເພີ້ມຂຶ້ນໃນອັດຕາສະເລ່ຍ 7 ເປີ
ເຊັນ ຈະເຮັດໃຫ້ GDP ມີມູນຄ່າລວມ 18,100 ລ້ານໂດລາ ແລະສະເລ່ຍ ເປັນລາຍ
ໄດ້ຂອງປະຊາຊົນລາວ ທີ່ລະດັບ 2,536 ໂດລາ ຕໍ່ຄົນຕໍ່ປີ.

ສ່ວນ​ກອງ​ທຶນ​ການ​ເງິນ​ສາກົນ (IMF) ລະບຸ​ວ່າ ລັດຖະບານ​ລາວ​ຈະຕ້ອງຈັດ​ເກັບລາຍ
​ຮັບ​ໃຫ້​ໄດ້​ 25,452 ຕື້​ກີບ ​ຄິດ​ເປັນ 17​.02 ​ເປີ​ເຊັນ​ຂອງ GDP ​ແລະຈະ​ຕ້ອງ​ຄຸມລາຍ
​ຈ່າຍ​ໃຫ້ບໍ່​ເກີ​ນ 32,809 ຕື້​ກີບ ຫລື 21.94 ​ເປີ​ເຊັນຂອງ GDP ດ້ວຍການ​ປະຕິບັດ
​ວິ​ໃນ​ການເງິນ​ຢ່າງ​ເຂັ້ມງວດ.

ໃນປີ 2017 ທີ່ຜ່ານມາ ລັດຖະບານ​ລາວ​ກໍໄດ້ວາງຄາດໝານການຂະຫຍາຍ​ໂຕທາງ
ເສດຖະກິດໄວ້ ​ໃນ​ລະດັບ 7 ​ເປີ​ເຊັນເຊັ່ນດຽວກັນ ແຕ່ກໍສມາດຈັດຕັ້ງປະຕິບັດໄດ້ຈິງ
ໃນລະດັບ 6.8 ​ເປີເຊັນ ໂດຍທີ່ GDP ມີມູນຄ່າລວມ 16,210 ລ້ານໂດລາ ແລະສະ
ເລ່ຍເປັນລາຍໄດ້ຂອງປະຊາຊົນລາວທີ່ລະດັບ 2,341 ໂດລາ ຕໍ່ຄົນ ຕໍ່ປີ.