ການກໍ່ສ້າງຂົວຂ້າມນ້ຳຂອງ ແຫ່ງທີ 5 ລະຫວ່າງ ລາວ-ໄທ ເຊື່ອມຕໍ່ປາກຊັນກັບບຶງການ ຈະແລ້ວສຳເລັດສົມບູນ ແລະເປີດການນຳໃຊ້ ເປັນທາງການ

Your browser doesn’t support HTML5

ທ່ານໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ແຫ່ງທີ 5 ລະຫວ່າງ ລາວ-ໄທ ທີ່ເຊື່ອມຕໍ່ເມືອງປາກຊັນ ແຂວງບໍລິຄຳໄຊ ກັບຈັງຫວັດບຶງການ ຖະແຫລງວ່າ ການດຳເນີນງານຢູ່ເບື້ອງລາວ ຄືການກໍ່ສ້າງຖະໜົນເຊື່ອມຕໍ່ກັບໂຕຂົວ ແລະອາຄານດ່ານກວດຄົນເຂົ້າເມືອງໄດ້ສຳເລັດສົມບູນທັງ 100 ເປີເຊັນແລ້ວໃນປັດຈຸບັນນີ້