ນາຍທະຫານໄທ ວ່າ ສານເຄມີຕົ້ນທີ່ນຳໃຊ້ໃນການຜະລິດຢາບ້າ ແລະຢາໄອສ໌ໃນເຂດລຸ່ມແມ່ນ້ຳຂອງ ຖືກລັກລອບຂົນສົ່ງມາຈາກປະເທດຈີນ ແລະອິນເດຍ

Your browser doesn’t support HTML5

ນາຍທະຫານໃນໜ່ວຍສະເພາະກິດ ເພື່ອການປາບປາມການຄ້າຢາເສບຕິດຂ້າມຊາດຢູ່ທີ່ເຂດຊາຍແດນໃນພາກເໜືອຂອງປະເທດ ເປີດເຜີຍວ່າ ປະເພດຂອງອາຊະຍາກຳທີ່ມີມູນຄ່າ ຄິດເປັນຕົວເງິນສູງທີ່ສຸດໃນເຂດພາກເໜືອຂອງໄທ ໃນປັດຈຸບັນກໍຄືການຄ້າຢາເສບຕິດ