ບັນດາເຂື່ອນໄຟຟ້າທັງໃນ ຈີນແລະລາວ ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວະນານາພັນແລະລະບົບນິເວດທຳມະຊາດ

Your browser doesn’t support HTML5

ນັກຊ່ຽວຊານດ້ານສິ່ງແວດລ້ອມໃນສຳນັກງານຊັບພະຍາກອນນໍ້າແຫ່ງຊາດໄທ ຢືນຢັນວ່າ ການຄົ້ນຄວ້າຜົນກະທົບຈາກເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງ ໃນໄລຍະ 10 ປີ ຜ່ານມາ ພົບວ່າ ເຂື່ອນໄຟຟ້າ 12 ໂຄງການໃນຈີນ ແລະ 2 ໂຄງການໃນລາວ ລວມເຖິງ 80 ໂຄງການເຂື່ອນເທິງແມ່ນ້ຳສາຂາຂອງແມ່ນ້ຳຂອງໃນລາວ ໄດ້ສົ່ງຜົນກະທົບຢ່າງກ້ວາງຂວາງ