ລາວ ກັບກໍາປູເຈຍຕົກລົງຈະ ສືບຕໍ່ເຈລະຈາກັນ ເພື່ອປັກປັນ ຊາຍແດນຢ່າງສັນຕິ

ພວກທະຫານຊາຍແດນກໍາປູເຈຍ ທີ່ພາກັນປະຕິບັດງານ ຢູ່ໃກ້ໆກັບຊາຍແດນລາວ

ທາງ​ການ​ລາວກັບກໍາປູເຈຍ ຕົກລົງຈະປັກປັນຊາຍແດນລະຫວ່າງກັນດ້ວຍການເຈ
ລະຈາຢ່າງສັນຕິ ໂດຍຍັງເຫລືອພຽງແຕ່ 13% ຂອງເຂດແດນທັງໝົດເທົ່ານັ້ນ ທີ່ຈະຕ້ອງຕົກລົງປັກປັນຮ່ວມກັນຕໍ່ໄປ.

Your browser doesn’t support HTML5

ເຊີນຟັງຂ່າວເລື່ອງຊາຍແດນລາວກັບກໍາປປູເຈຍ

ທ່ານແພງສະຫວັນ ແກ້ວປະເສີດ ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງ
ຊາດ ສັງກັດ ໃນກະຊວງການຕ່າງປະເທດລາວ ຖະແຫລງຢືນຢັນວ່າ ພາຍຫລັງທີ່ມີ
ບັນຫາເກີດຂຶ້ນ ຢູ່ບໍລິເວນ ຊາຍແດນລາວ ກັບກໍາພູເຈຍໃນວັນທີ 12 ສິງຫາ 2017
ທີ່ຜ່ານມາ ສະພາບການກໍໄດ້ກັບຄືນມາສູ່ສະພາບປົກກະຕິແລ້ວໃນຂະນະນີ້ ອັນ
ເນື່ອງມາຈາກການຕົກລົງຮ່ວມກັນ ໃນວັນທີ 12 ສິງຫາ ດັ່ງກ່າວ ທີ່ນະຄອນວຽງຈັນ.

ເນື້ອໃນສໍາຄັນຂອງການຕົກລົງລະຫວ່າງ​ນາຍົກລັດຖະມົນຕີຂອງທັງ​ສອງ​ປະ​ເທດ​
ໃນ​ຄັ້ງນີ້ ກໍ​ຄື​ການ​ຖອນ​ກໍາລັງ​ທະຫານ​ທັງໝົດຂອງ​ທັງ​ສອງ​ຝ່າຍ​ອອກ​ໄປ​ຈາກ​ພື້ນທີ່ ທີ່​ຂັດ​ແຍ້​ງກັນ​ໃນ​ເຂດ​ແກ້ງ​ຕອມ​ຄອຍ ກັບ​ຫ້ວຍ​ຕະ​ເງົາທີ່​ເປັນ​ເຂດ​ຊາຍ​ແດນ ລະຫວ່າງ​ເມືອງ​ສະໜາມ​ໄຊ ​ໃນ​ແຂວງ​ອັດ​ຕະປືກັບ​ເມືອງ​ແສນປາງ ​ໃນ​ແຂວງ​ສະ​ຕຶງ​ເຕັງ (ຊຽງ​ແຕງ) ຂອງ​ກໍາ​ປູເຈຍ ໂດຍ​ໃຫ້​ກັບ​ຄືນ​ໄປ​ໃນ​ເຂດ​ທີ່​ດັ້ງ​ເດີມ​ຂອງ​ທັງ​ສອງ​ຝ່າຍ ​ແລະ​ທ່ານ​ຮຸນ ​ເຊ​ນ ກໍ​ໄດ້​ອອກ​ຄໍາ​ສັ່ງ​ໃຫ້​ຢຸດ​ການກໍ່ສ້າງ​ຖະໜົນ​ໃນ​ເຂດ​ດັ່ງກ່າວ ນັບ​ແຕ່​ວັນ​ທີ 13 ສິງຫາ​ເປັນຕົ້ນມາ.

ທ່ານນາຍົກທອງລຸນສີສຸລິດຂອງລາວ ແລະທ່ານນາຍົກ ຮຸນ ເຊນຂອງກໍາປູເຈຍ ຖະແຫລງຂ່າວຮ່ວມກັນ

ພ້ອມ​ກັນນີ້ ນາ​ຍົກ​ລັດຖະມົນຕີລາວ ​ແລະ​ກໍາປູ​ເຈຍ ກໍ​ຍັງ​ເປັນ​ເອກະ​ພາບ​ກັນ​ທີ່​ຈະ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງ ກ່ຽວກັບ​ຊາຍ​ແດນ​ດ້ວຍ​ການ​ເຈລະຈາ​ຢ່າງ​ສັນຕິ ​ໂດຍ​ມອບໝາຍ​ໃຫ້​ຄະນະ​ກໍາມະການ​ຊາຍ​ແດນ​ຂອງ​ທັງ​ສອງ​ຝ່າຍ ກໍ​ຄື​ກະຊວງ​ການ​ຕ່າງປະ​ເທດຂອງ​ທັງ​ສອງປະ​ເທດ​ເປັນ​ພາກສ່ວນທີ່​ຮັບຜິດຊອບ​ໃນ​ການ​ເຈລະຈາ ​ເພື່ອ​ຕົກລົງ​ຮ່ວມ​ກັນ​ຕໍ່​ໄປ ດັ່ງ​ທີ່​ ທ່ານ​ທອງ​ລຸນ ​ໄດ້​ໃຫ້ການ​ຢືນຢັນ​ໃນໂອກາດ​ການ​ຖະ​ແຫລງ ຂ່າວ​ຮ່ວມ​ກັນ​ກັບ​ທ່ານ​ຮຸນ​ ເຊ​ນ ຢູ່​ທີ່​ນະຄອນ​ວຽງຈັນ ​ເມື່ອ​ວັນ​ທີ 12 ສິງຫາ​ທີ່​ຜ່ານ​ມາ​ວ່າ:

“ພວກ​ເຮົາ​ທັງ​ສອງ​ນາຍົກ ​ໄດ້​ປຶກສາ​ຫາລື ​ແລະ​ຕົກລົງ​ກັນ​ວ່າ ຄະນະ​ກໍາມະການ​ຊາຍ​ແດນ ຂອງ​ສອງ​ປະ​ເທດ ສອງ​ກະຊວງ​ການ​ຕ່າງປະ​ເທດ ຈະ​ສືບຕໍ່ປຶກສາ​ຫາລື ພົບ​ປະ​ເຈລະຈາ ​ແກ້​ໄຂ​ບັນຫາ​ຊາຍ​ແດນ ທີ່​ບໍ່ທັນ​ຕົກລົງ​ປັກ​ຫລັກ​ຊາຍ​ນໍາ​ກັນ ​ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ​ເພື່ອ​ສ້າງ​ຄວາມໝັ້ນ​ໃຈ ​ແລະ​ພວກ​ເຮົາ​ທັງ​ສອງ​ນາ​ຍົກ ຈະ​ສືບຕໍ່ສ້າງເງື່ອນ​ໄຂ​ໃຫ້​ມີ​ການ​ປຶກສາ​ຫາລື​ກັນຢ່າງ​ເປັນ​ປົກະຕິ ​ໃນ​ການ​ແກ້​ໄຂ​ບັນຫາ​ຊາຍແດນ ທີ່​ອີງ​ໃສ່​ຜົນ​ສໍາ​ເລັດ​ທີ່​ຜ່ານ​ມາ.”

ທັງ​ນີ້ທາງ​ການ​ລາວ ​ແລະ​ກໍາປູ​ເຈຍ ​ໄດ້​ຕົກລົງ​ໃຫ້​ມີ​ການ​ສໍາ​ຫລວດ​ເພື່ອ​ປັກ​ຫລັກ​ຊາຍ​ແດນ​ຮ່ວມ​ກັນ ​ໃນ​ປີ 1995 ​ແລະ​ໄດ້​ເລີ່​ມການ​ສໍາ​ຫລວດ​ໃນ​ພາກ​ຕົວ​ຈິງ ນັບ​ແຕ່​ປີ 2000 ​ເປັນຕົ້ນມາ ​ໂດຍ​ມາ​ເຖິງ​ປັດຈຸບັນ ກໍ​ສາມາດ​ຕົກລົງ​ປັກ​ຫລັກໝາຍຊາຍ​ແດ​ນຮ່ວມ​ກັນ​ໄດ້​ແລ້ວ 121 ຫລັກ​ໃນ​ໄລຍະ​ທາງ 465 ກິ​ໄລ​ແມັດ ທີ່​ຄິດ​ເປັນ 87 ​ເປີ​ເຊັນ​ຂອງ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ ທີ່​ມີ​ໄລຍະ​ຍາວ ທັງໝົດ 535 ກິ​ໂລແມັດ ຈຶ່ງ​ຍັງ​ເຫລືອ​ພຽງ 70 ກິ​ໂລ​ແມັດ ຫລື 13 ​ເປີ​ເຊັນ​ເທົ່າ​ນັ້ນ ທີ່​ທັງ​ສອງ​ຝ່າຍ​ຈະ​ຕ້ອງ​ຕົກລົງ​ປັກ​ປັນ​ຮ່ວມ​ກັນ​ຕໍ່​ໄປ.

ທາງ​ດ້ານ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ໄທ ລາຍ​ງານ​ວ່າ ​ໃນ​ປັດຈຸບັນ​ນີ້ ຍັງ​ເຫ​ລື​ອ​ເຂດ​ຊາຍ​ແດນ ຢູ່​ໃນ 14 ​ເນື້ອທີ່​ລະຫວ່າງ​ໄປ ກັບ​ລາວ ທີ່​ຈະ​ຕ້ອງ​ຕົກລົງ​ປັກ​ຫລັກໝາຍຊາຍ​ແດນ​ລະຫວ່າງ​ກັນ​ໃຫ້​ໄດ້ ​ໄວ​ທີ່​ສຸດ ​ແລະ​ຕໍ່ຈາກ​ນັ້ນ ກໍ​ຈະ​ດໍາ​ເນີນ​ການ​ໃນ​ທຸກ​ວິທີ​ທາງ ​ທີ່​ຈະ​ຮ່ວມ​ກັນ​ປັກ​ປັນ​ເຂດ​ແດນ​ທາງ​ນໍ້າ​ລະຫວ່າງ​ກັນ ​ທັງ​ໃນ​ແມ່​ນໍ້າ​ເຫືອງ ​ແລະ​ແມ່​ນໍ້າ​ຂອງນັ້ນ​ໃຫ້​ສໍາ​ເລັດ​ທັງໝົດ​ພາຍ​ໃນ​ປີ 2018 ຕໍ່​ໄປ.

ທາງ​ການ​ລາວ-​ໄທ ​ໄດ້​ຮ່ວມ​ກັນ​ສໍາ​ຫລວດ​ ແລະປັກ​ປັນ​ເຂດ​ແດນ​ທາງບົກ​ລະຫວ່າງ​ກັນ ​ນັບ​ຕັ້ງ​ແຕ່​ປີ 1997 ​ເປັນ​ຕົ້ນມາ ​ໂດຍ​ສາມາດຕົກລົງ​ປັກ​ປັນ​ເຂດ​ແດນ​ລະຫວ່າງ​ກັນ​ໄດ້​ແລ້ວໃນ​ລະຍະ​ທາງ​ລວມ 676 ກິ​ໂລ​ແມັດ ​ແລະ​ກໍ​ໄດ້​ມີ​ການ​ປັກ​ຫລັກໝາຍຊາຍ​ແດນ​ໄປ​ແລ້ວ 210 ຫລັກ ຄິດ​ເປັນ 93 ​ເປີ​ເຊັນຂອງ​ເຂດ​ແດ​ນທາງບົກ​ທັງໝົດລະຫວ່າງ​ສອງ​ປະ​ເທດຈຶ່ງ​ຍັງ​ເຫລືອ​ປະມານ 50 ກິ​ໂລ​ແມັດ ທີ່​ຍັງ​ຕົກລົງ​ກັນ​ບໍ່ທັນ​ໄດ້ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​ອ້າງ​ແຜນ ທີ່​ຄົນ​ລະສະ​ບັບ ​ແລະ​ການ​ຕີ​ຄວາມໝາຍ​ໃນ​ສົນທິສັນຍາ​ສະຫຍາມ-ຝຣັ່ງ ສະບັບ​ປີ 1926 ທີ່​ແຕກ​ຕ່າງ​ກັນ ລວມ​ເຖິງ​ສະພາບຂອງ​ທໍາ​ມະ​ຊາດ ​ໃນ​ພື້ນທີ່​ດັ່ງກ່າວ ກໍ​ໄດ້​ເກີດ​ການ​ປ່ຽນ​ແປງ​ໄປ​ຕາມ​ການ​ເວລາອີກ​ດ້ວຍ.