ໄທແລະເກົາຫຼີໃຕ້ ຈະສ້າງ ເຂື່ອນໄຟຟ້າຢູ່ລາວ

ຈຸດບ່ອນສ້າງເຂື່ອນຢູ່ຕາມລໍາແມ່ນໍ້າຂອງ ທັງຢູ່ໃນປະເທດຈີນ ແລະ ສປປ ລາວ.

ກຸ່ມບໍລິສັດຂອງໄທແລະເກົາຫຼີໃຕ້ ໄດ້ລົງນາມໃນຂໍ້ຕົກລົງສະບັບນຶ່ງເພື່ອສ້າງເຂື່ອນ ໄຟຟ້າພະລັງນໍ້າ ມູນຄ່າ 900 ລ້ານໂດລາ ຢູ່ລາວ.

ມີການອ້າງຄຳເວົ້າຜູ້ວ່າການໄຟຟ້າຝ່າຍຜະລິດຂອງໄທ ທີ່ກ່າວວ່າເຂື່ອນໄຟຟ້າ ແຫ່ງນີ້ ຈະຜະລິດໄຟຟ້າໄດ້ຫຼາຍເຖິງ 390 ເມກາວັດແລະຈະສົ່ງໄປຂາຍໃຫ້ໄທ.

ສຳລັບລາວແລ້ວໂຄງການສ້າງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍນີ້ຈະນຳລາຍໄດ້ ແລະວຽກການທີ່ລາວຕ້ອງການ ຢູ່ໃນເຂດພາກໃຕ້ຂອງປະເທດ.

ເປັນທີ່ຄາດກັນວ່າການສ້າງເຂື່ອນດັ່ງກ່າວຈະເລີ້ມຂຶ້ນໃນທ້າຍປີໜ້າ ແລະຈະແລ້ວ
ສຳເລັດພາຍໃນປີ 2018.

ເມື່ອສອງປີກ່ອນກຸ່ມບໍລິສັດດຽວກັນນີ້ກໍໄດ້ລົງນາມໃນຂໍ້ຕົກລົງທີ່ມີລັກສະນະຄ້າຍ
ຄືກັນ ແຕ່ໄດ້ຖືກປ່ອຍໃຫ້ໝົດອາຍຸລົງຕໍ່ໜ້າ​ສະພາບ​ການ​ທີ່ລາຄາຕົ້ນທຶນສູງຂຶ້ນ
ແລະຄວາມຕ້ອງການໄຟຟ້າທີ່ມີໜ້ອຍລົງເນື່ອງຈາກສະພາບເສດຖະກິດຫຼຸດຖອຍ
ຢູ່​ໃນ​ທົ່ວໂລກ.

ກຸ່ມບໍລິສັດດັ່ງກ່າວແມ່ນປະກອບດ້ວຍ 2 ບໍລິສັດຈາກເກົາຫຼີໃຕ້ຄືບໍລິສັດວິສະວະ​ກໍາ
ແລະກໍ່ສ້າງ SK ກັບບໍລິສັດການໄຟຟ້າຕາ​ເວັນ​ຕົກເກົາຫຼີແລະບໍລິສັດຜະລິດໄຟຟ້າ
ຣາຊະບຸຣີຂອງໄທ.