ການກໍ່ສ້າງເຂື່ອນໄຊຍະບຸລີ ເທິງແມ່ນໍ້າຂອງໃນລາວໄດ້ຄືບ
ໜ້າໄປແລ້ວ 21% ຂອງແຜນການທີ່ວາງໄວ້ໂດຍຜູ້ບໍລິຫານ
ໃນໂຄງການຢືນຢັນວ່າ ການດໍາເນີນງານເປັນໄປຕາມແຜນ
ການທີ່ວາງໄວ້ໃນທຸກດ້ານ.
ທ່ານ ເຣວັດ ສຸວັນນະກິດຕິ ຮອງຜູ້ຈັດການດ້ານເທກນິກຂອງບໍລິສັດໄຊຍະບຸລີ ພາວເວີ ຈໍາກັດ ຊຶ່ງເປັນບໍລິສັດຜູ້ລົງທຶນໃນໂຄງການກໍ່ສ້າງເຂື່ອນໄຊຍະບຸລີເທິງແນວແມ່ນໍ້າຂອງ ໃນລາວ ໄດ້ຖະແຫຼງຢືນຢັນວ່າ ການດໍາເນີນງານກໍ່ສ້າງເຂື່ອນໄຊຍະບຸລີ ໄດ້ຄືບໜ້າໄປແລ້ວຄິດເປັນສັດສ່ວນ 21% ຂອງແຜນການທີ່ວາງໄວ້ທັງໝົດໃນປັດຈຸບັນນີ້.
ໂດຍເຖິງແມ່ນວ່າ ການດໍາເນີນງານຕ້ອງຢຸດຊະງັກໃນຊ່ວງເດືອນມັງກອນທີ່ຜ່ານມາ ເນື່ອງຈາກວ່າລະດັບນໍ້າໃນແມ່ນໍ້າຂອງໄດ້ສູງຂຶ້ນຢ່າງກະທັນຫັນກໍຕາມ ແຕ່ວ່າຫຼັງຈາກລະດັບນໍ້າໄດ້ລົດລົງສູ່ລະດັບປົກກະຕິ ແລ້ວນັ້ນ ການກໍ່ສ້າງກໍສາມາດດໍາເນີນການໄດ້ຕາມປົກກະຕິດ້ວຍເຊັ່ນກັນ ດັ່ງນັ້ນ ຈຶ່ງເຊື່ອວ່າ ການກໍ່ສ້າງເຂື່ອນໄຊຍະບຸລີ ຈະສໍາເລັດຕາມແຜນການທີ່ວາງໄວ້ທຸກດ້ານ ດັ່ງທີ່ທ່ານເຣວັດ ໄດ້ໃຫ້ການຢືນຢັນວ່າ:
“ການກໍ່ສ້າງເຖິງປັດຈຸບັນນີ້ ໄປໄດ້ປະມານ 21% ທຸກຢ່າງເປັນໄປຕາມແຜນ ເຖິງແມ່ນວ່າເມື່ອເດືອນທີ່ແລ້ວ ຈະມີລະດັບນໍ້າຂອງຂຶ້ນມາຢ່າງວ່ອງໄວເຖິງ 6 ແມັດ ເຮັດໃຫ້ຖ້ວມເຂົ້າມາໃນພື້ນທີ່ ແຕ່ວ່າທາງຜູ້ຮັບເໝົາຂອງເຮົາກໍມີປະສິດ ທິພາບ ທີ່ຈະຟື້ນຟູພື້ນທີ່ກໍ່ສ້າງໄດ້ຢ່າງວ່ອງໄວ.”
ທາງດ້ານ ທ່ານ ວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າ
ການກະຊວງພະລັງງານແລະບໍ່ແຮ່ ກໍໄດ້ໃຫ້ການຢືນຢັນໃນ
ໂອກາດທີ່ໄດ້ນໍາພາຄະນະນັກຂ່າວຂອງ BBC ຈາກປະເທດ
ອັງກິດໄປຖ່າຍທໍາສາລະຄະດີກ່ຽວກັບໂຄງການເຂື່ອນໄຊຍະ
ບຸລີ ເມື່ອບໍ່ດົນມານີ້ ວ່າການກ່ໍສ້າງ ເຂື່ອນໄຊຍະບຸລີ ໄດ້ດໍາ
ເນີນໄປໂດຍການປຶກສາຢ່າງໃກ້ຊິດກັບຄະນະນັກວິດສະວະ
ກອນ ທີ່ມີຄວາມຊ່ຽວຊານ ໃນລະດັບສາກົນ ຊຶ່ງປະກອບ
ດ້ວຍນັກວິດສະວະກອນຂອງບໍລິສັດ POYRY ແລະບໍລິສັດ
AF-Consult ຈາກປະເທດສະວິດເຊີແລນດ໌ ກັບບໍລິສັດ
CNR ຈາກຝຣັ່ງ ແລະບໍລິ ສັດ TEAM Group ຈາກປະເທດ
ໄທ ຈຶ່ງສາມາດຮັບປະກັນໄດ້ວ່າໂຄງການກໍ່ສ້າງເຂື່ອນໄຊຍະບຸລີຈະບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດໃນເຂດຕອນລຸ່ມແມ່ນໍ້າຂອງຢ່າງແນ່ນອນ.
ທັງນີ້ໂດຍທ່ານ ວີລະພົນ ໄດ້ໃຫ້ການອະທິບາຍວ່າການກໍ່ສ້າງເຂື່ອນໄຊຍະບຸລີໄດ້ມີການນໍາໃຊ້ເທກໂນໂລຈີ່ທີ່ທັນສະໄໝໃນຂັ້ນສຸດຍອດຂອງໂລກ ທັງໃນສ່ວນທີ່ເປັນເຄື່ອງກໍາເນີດໄຟຟ້າ ລະບົບສົ່ງໄຟຟ້າ ແລະລະບົບຄວບຄຸມໄຟຟ້າ ທັງກໍຍັງໄດ້ມີການນໍາໃຊ້ອຸບປະກອນທີ່ເປັນມິດ ຕໍ່ສິ່ງແວດລ້ອມທໍາມະຊາດອີກດ້ວຍ ຕົວຢ່າງ ກໍຄືລະບົບປະຕູນໍ້າ ແລະລະບົບກັງຫັນທີ່ບໍ່ເປັນ ອັນຕະລາຍຕໍ່ສັດນໍ້າເປັນຕົ້ນ.
ໂຄງການເຂື່ອນໄຊຍະບຸລີ ມີກໍານົດການກໍ່ສ້າງສໍາເລັດພາຍໃນປີ 2019 ໂດຍຈະສາ ມາດຜະລິດພະລັງງານໄຟຟ້າໄດ້ເຖິງ 1,280 MW ແລະຈະສົ່ງກະແສໄຟຟ້າຂາຍໃຫ້ໄທເປັນເວລາ 29 ປີ ກໍຄືນັບແຕ່ປີ 2019-2048 ໂດຍຫຼັງຈາກນັ້ນ ກໍຄືໃນປີ 2049 ໂຄງການເຂື່ອນ ໄຊຍະບຸລີ ກໍຈະຖືກໂອນມາເປັນຂອງລັດຖະບານລາວທັງໝົດ.
ກ່ອນໜ້ານີ້ ທ່ານສຸລິວົງ ລັດຖະມົນຕີວ່າການກະຊວງພະລັງງານແລະບໍ່ແຮ່ ກໍຖະແຫຼງ ຢືນ ຢັນວ່າ ການພັດທະນາພະລັງງານໃນລາວທີ່ສ່ວນໃຫຍ່ ຈະເປັນການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກນັ້ນ ຖືເປັນພະລັງງານທາງເລືອກ ແລະພະລັງງານທົດແທນທີ່ສະອາດ ແລະເປັນມິດຕໍ່ສິ່ງແວດລ້ອມທໍາມະຊາດ ທັງຍັງຈະສົ່ງຜົນກະທົບດ້ານລົບຕໍ່ສັງຄົມໃນລະດັບທີ່ຕໍ່າຫຼາຍອີກດ້ວຍ.
ຍິ່ງໄປກວ່ານັ້ນ ການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ກໍຍັງຈະສົ່ງຜົນດີຕໍ່ການພັດທະນາທາງເສດ ຖະກິດ ເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນເທື່ອລະກ້າວ ເນື່ອງຈາກລາວສາມາດທີ່ຈະສ້າງລາຍຮັບຈາກການຂາຍກະແສໄຟຟ້າ ແລະໃນຂະນະດຽວກັນ ການຕອບສະໜອງກະແສໄຟຟ້າໄປໃຫ້ປະຊາຊົນລາວໄດ້ຊົມໃຊ້ ຢ່າງກວ້າງຂວາງ ຫຼາຍຂຶ້ນນັບມື້ນັ້ນ ກໍຍັງໄດ້ປະກອບສ່ວນຢ່າງສໍາຄັນ ເຂົ້າໃນການພັດທະນາພາກການຜະລິດ ຕ່າງໆ ໄດ້ເປັນຢ່າງດີອີກດ້ວຍ.
ທັງນີ້ ໂດຍກະຊວງພະລັງງານແລະບໍ່ແຮ່ ໄດ້ວາງແຜນການທີ່ຈະເພີ່ມລະດັບຄວາມອາດສາມາດໃນການຜະລິດພະລັງງານໄຟຟ້າຈາກ 3,200 MW ໃນປັດຈຸບັນ ເປັນບໍ່ໜ້ອຍກວ່າ 12,500 MW ໃນປີ 2020 ຊຶ່ງກໍໝາຍຄວາມວ່າ ລັດຖະບານລາວ ຈະຕ້ອງສົ່ງເສີມການລົງທຶນເຂົ້າມາໃນພາກພະລັງງານໃຫ້ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສໍາລັບນັບແຕ່ປັດຈຸບັນໄປຈົນ ເຖິງປີ 2020 ດັ່ງກ່າວ ກໍຈະຕ້ອງກໍ່ສ້າງເຂື່ອນໄຟຟ້າໃຫ້ໄດ້ 13 ໂຄງ ການ ພ້ອມກັບໂຮງງານຜະລິດໄຟຟ້າຈາກຖ່ານລິກໄນ້ ອີກ 1 ແຫ່ງ.

Your browser doesn’t support HTML5
ຟັງລາຍງານ ຄວາມຄືບໜ້າ ການກໍ່ສ້າງເຂື່ອນໄຊຍະບຸລີ

ເຂື່ອນ ໄຊຍະບຸລີ ທີ່ກໍາລັງຢູ່ພາຍໃຕ້ການກໍ່ສ້າງ