ນັກທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ 3.7 ລ້ານຄົນ ເດີນທາງ
ເຂົ້າມາທ່ອງທ່ຽວໃນລາວ ໃນປີ 2013 ທີ່ຜ່ານມາ ທັງຍັງຖືເປັນ
ຈໍານວນນັກທ່ອງທ່ຽວທີ່ເກີນກວ່າລະດັບຄາດໝາຍ ໃນປີ 2015
ອີກດ້ວຍ.
ກະຊວງຖະແຫຼງຂ່າວ ວັດທະນະທໍາແລະທ່ອງທ່ຽວຂອງລາວ ລາຍງານວ່າໃນຕະຫຼອດປີ 2013 ທີ່ຜ່ານມາ ມີຊາວຕ່າງຊາດເດີນທາງເຂົ້າມາທ່ອງທ່ຽວໃນລາວຈໍານວນທັງໝົດ 3,779,490 ຄົນ ໂດຍບໍ່ພຽງແຕ່ຈະເປັນຈໍານວນນັກທ່ອງທ່ຽວທີ່ເພີ່ມຂຶ້ນຈາກ 3 ລ້ານ 3 ແສນກວ່າຄົນ ໃນປີ 2012 ເທົ່ານັ້ນ ຫາກແຕ່ກໍຍັງຖືເປັນຈໍານວນນັກທ່ອງທ່ຽວທີ່ເດີນ ທາງເຂົ້າມາໃນລາວເກີນກວ່າແຜນການປີ 2013 ແລະເກີນກວ່າ ລະດັບຄາດໝາຍສໍາ ລັບປີ 2015 ທີ່ວາງໄວ້ ທີ່ຈໍານວນ 3,750,000 ຄົນອີກດ້ວຍ.
ໂດຍໃນຈໍານວນນັກທ່ອງທ່ຽວທັງໝົດດັ່ງກ່າວ ກໍແບ່ງເປັນນັກທ່ອງທ່ຽວຈາກປະເທດສະມາຊິກໃນກຸ່ມອາຊ່ຽນດ້ວຍກັນ 3 ລ້ານ 4 ໝື່ນກວ່າຄົນ ຊຶ່ງເພີ່ມຂຶ້ນຈາກ 2 ລ້ານ 7 ແສນກວ່າຄົນໃນປີ 2012 ທັງຍັງຄິດເປັນສັດສ່ວນທີ່ເພີ່ມຂຶນເກີນກວ່າ 3 ເທົ່າຕົວເມື່ອທຽບ ກັບປີ 2006 ທີ່ມີນັກທ່ອງທ່ຽວຈາກອາຊ່ຽນດ້ວຍກັນພຽງແຕ່ 9 ແສນກວ່າຄົນເທົ່ານັ້ນ ທີ່ເດີນທາງເຂົ້າມາທ່ອງທ່ຽວໃນລາວ ໃນປີ 2006 ດັ່ງກ່າວ.
ສ່ວນນັກທ່ອງທ່ຽວຈາກພູມິພາກ ອື່ນ ກໍເດີນທາງເຂົ້າມາທ່ອງທ່ຽວໃນລາວເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊັ່ນດຽວກັນ ຊຶ່ງໃນນີ້ກໍລວມ ເຖິງນັກທ່ອງທ່ຽວຈາກຢູໂຣບ ທີ່ເພີ່ມຂຶ້ນຈາກ 185,000 ກວ່າຄົນ ໃນປີ 2012 ເປັນຫຼາຍກວ່າ 212,000 ຄົນໃນປີ 2013 ໃນຂະນະທີ່ນັກທ່ອງທ່ຽວ ຈາກສະຫະລັດອາເມຣິກາກໍເພີ່ມຂຶ້ນຈາກຫຼາຍ 75,800 ຄົນ ເປັນ 85,900 ກວ່າຄົນ ແຕ່ທີ່ເດີນທາງເຂົ້າມາທ່ອງທ່ຽວໃນລາວຫຼາຍທີ່ສຸດໃນຊ່ວງດຽວກັນນີ້ກໍແມ່ນນັກທ່ອງທ່ຽວຈາກໄທ ທີ່ມີຈໍານວນຫຼາຍກວ່າ 1.9 ລ້ານຄົນນັ້ນເອງ.
ສໍາລັບສາເຫດສໍາຄັນ ທີ່ເຮັດໃຫ້ນັກທ່ອງທ່ຽວເດີນທາງເຂົ້າມາ
ໃນລາວເພີ່ມຂຶ້ນດັ່ງກ່າວ ກໍໄດ້ຮັບການອະທິບາຍຈາກທ່ານ ບໍ່
ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະ
ນະທໍາ ແລະທ່ອງທ່ຽວ ວ່າເປັນຍ້ອນການພັດທະນາພາກບໍລິ
ການແລະທ່ອງທ່ຽວໃນລາວ ທີ່ກ້າວໄປສູ່ລະດັບມາດຕະຖານ
ສາກົນຫຼາຍຂຶ້ນເລື້ອຍໆ ໂດຍຈະເຫັນໄດ້ຈາກການທີ່ລາວຮັບ
ລາງວັນລະດັບໂລກ ໃນຖານະປະເທດ ທີ່ເປັນຈຸດໝາຍປາຍ
ທາງຍອດນິຍົມ ຂອງບັນດານັກ ທ່ອງທ່ຽວ ຈາກທົ່ວໂລກ ມາ
ຢ່າງຕໍ່ເນື່ອງ.
ທັງນີ້ ໂດຍເລີ່ມຈາກປີ 2008 ທີ່ວາລະສານ New York Times ໄດ້ຈັດໃຫ້ລາວເປັນ 1 ໃນ 53 ປະເທດທີ່ໜ້າທ່ອງທ່ຽວຫຼາຍທີ່ສຸດໃນໂລກ ຕິດຕາມດ້ວຍໂຄງການທ່ອງທ່ຽງທໍາມະຊາດໂດຍປະຊາຊົນມີສ່ວນຮ່ວມຢູ່ເຂດປ່າສະຫງວນ ແຫ່ງຊາດນໍ້າຫາ ໃນແຂວງຫຼວງນໍ້າທາ ກໍໄດ້ຮັບລາງວັນດີເດັ່ນ ໃນຖານະໂຄງການທີ່ປະກອບສ່ວນເຂົ້າໃນການລົບລ້າງຄວາມຍາກຈົນຂອງປະຊາຊົນ ຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP)
ສ່ວນເມືອງມໍລະດົກໂລກຫຼວງພະບາງ ກໍໄດ້ຮັບຫຼຽນຄໍາໃນຖານະທີ່ເປັນເມືອງທ່ອງທ່ຽວອັນດັບ 1 ຂອງໂລກ ຈາກວາລະສານ Wonderous ຂອງອັງກິດ ເຖິງ 6 ປີຕິດຕໍ່ກັນ ແລະປີ 2013 ສະພາການທ່ອງທ່ຽວແລະການຄ້າແຫ່ງສະຫະພາບຢູໂຣບ ກໍໄດ້ຍົກຍ້ອງໃຫ້ລາວເປັນປະເທດທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ດັ່ງທີ່ ທ່ານບໍ່ແສງຄໍາ ໄດ້ໃຫ້ການຢືນຢັນວ່າ:
“ໃນລະຍະເວລາ ທີ່ຜ່ານມາ ຍ້ອນຄວາມພະຍາຍາມເອົາໃຈໃສ່ຢ່າງຕັ້ງໜ້າ ແລະໄດ້ມີຜົນສໍາເລັດຢ່າງຕໍ່ເນື່ອງ ຂອງຂະແໜງການທ່ອງທ່ຽວ ຈຶ່ງໄດ້ເຮັດໃຫ້ ສປປ.ລາວຂອງພວກເຮົາໄດ້ຮັບການຍົກຍ້ອງສັນລະເສີນ ແລະໄດ້ຮັບລາງວັນ ທີ່ເປັນກຽດຫຼາຍຄັ້ງ ແລະລ່າສຸດ ດັ່ງທີ່ພວກເຮົາໄດ້ຮັບຊາບນໍາກັນແລ້ວວ່າ ໃນຕົ້ນປີ 2013 ປະເທດລາວເຮົາກໍໄດ້ຮັບລາງວັນອັນດັບ 1 ຈາກສະພາການ ທ່ອງທ່ຽວ ແລະການຄ້າຢູໂຣບ ເປັນປະເທດທີ່ໜ້າທ່ຽວທີ່ສຸດໃນໂລກ.”
ທັງນີ້ໂດຍທາງການກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ລາຍງານວ່າ ນັກທ່ອງທ່ຽວຕ່າງຊາດ ໄດ້ເດີນທາງເຂົ້າມາທ່ອງທ່ຽວໃນລາວເພີ່ມຂຶ້ນຢ່າງຕໍ່ເນື່ອງ ນັບແຕ່ປີ 1993 ເປັນຕົ້ນມາ ຊຶ່ງໃນປີ 2013 ທີ່ຜ່ານມາ ກໍປາກົດວ່າ ພາກບໍລິການໃນລາວມີລາຍຮັບ ຈາກການທ່ອງທ່ຽວຫຼາຍກວ່າ 513 ລ້ານໂດລ່າ ສ່ວນປີ 2014 ກໍຄາດໝາຍວ່າຈະມີນັກທ່ອງ ທ່ຽວຕ່າງຊາດຫຼາຍກວ່າ 3.8 ລ້ານຄົນ ທີ່ຈະເດີນທາງເຂົ້າມາໃນລາວ ແລະພາກບໍລິການໃນ ລາວກໍຈະມີລາຍຮັບເກີນກວ່າ 550 ລ້ານໂດລ່າ.

Your browser doesn’t support HTML5