ນາຍົກລາວ ຢືນຢັນວ່າ ຈະໃຊ້ ທຸກມາດຕະການ ເພື່ອ ລົບລ້າງ ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ

ບັນດາຜູ້ນຳທີ່ເປັນເພດຍິງ ພາຍໃນການຈັດ​ຕັ້ງຂອງພັກລັດ ສະເຫລີມສະຫລອງ ເນື່ອງໃນໂອກາດ ​ວັນ​ຕ້ານ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງສາກົນ​ ທີ່​ກົງ​ກັບ​ວັນທີ 25 ພະຈິກ​ຂອງ​ທຸກ​ປີ.

ນາຍົກລັດຖະມົນຕີລາວ ຢືນຢັນວ່າ ລັດຖະບານຈະດຳເນີນ
ທຸກມາດຕະການ ເພື່ອລົບລ້າງຄວາມຮຸນແຮງທີ່ກະທຳຕໍ່ແມ່
ຍິງ ແລະຈະເສີມສ້າງຄວາມສະເໝີພາບລະຫວ່າງຍິງຊາຍ
ຢ່າງແທ້ຈິງໃນລາວ.

Your browser doesn’t support HTML5

ຟັງລາຍງານ ນາຍົກລາວ ຢືນຢັນວ່າ ຈະໃຊ້ ທຸກມາດຕະການ ເພື່ອ ລົບລ້າງ ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ.

ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ໄດ້​ຖະ​ແຫລ​ງຢືນຢັນ ​ໃນໂອກາດ​ວັນ​ຕ້ານ​ຄວາມ​ຮຸນ​ແຮງ ທີ່​ກະທຳ​ຕໍ່​ແມ່ຍິງ​ສາກົນ ທີ່​ກົງ​ກັບ​ວັນທີ 25 ພະຈິກ​ຂອງ​ທຸກ​ປີ ​ແລະ​ໄດ້​ເລີ້ມ​ການ​ລົນ​ນະ​ລົງ ນັບ​ຈາກ​ປີ 2000 ​ເປັນຕົ້ນມາ​ຈົນ​ເຖິງ​ປັດຈຸບັນ​ນີ້ ວ່າ ລັດຖະບານ​ລາວ ​ໄດ້​ໃຫ້​ຄວາມ​ສຳຄັນ​ຢ່າງ​ຍິ່ງ ຕໍ່​ການປົກ​ປ້ອງ​ສິດທິ​ຂອງ​ແມ່ຍິງ ​ໂດຍ​ມີ​ເປົ້າໝາຍ​ທີ່​ຈະ​ເສີມ​ສ້າງ​ຄວາມ​ສະ​ເໝີ​ພາບ ລະຫວ່າງ​ຍິງ-ຊາຍ ​ໃຫ້​ເກີດ​ຂຶ້ນ​ໃນ​ລາວ​ໃຫ້​ໄດ້​ຢ່າງ​ແທ້​ຈິງ.

ຍິ່ງ​ໄປ​ກວ່າ​ນັ້ນ ພາຍໃຕ້​ເປົ້າໝາຍ​ດັ່ງກ່າວ​ນີ້ ລັດຖະບານ​ລາວ​ກໍ​ຍັງ​ໄດ້​ໃຫ້​ຄວາມ​ສຳຄັນ ​ເປັນ​ພິ​ເສດ​ຕໍ່​ການ​ດຳ​ເນີນ​ທຸກ​ມາດ​ຕະການ ​ເພື່ອ​ຕ້ານ​ທຸກໆ​ຄວາມ​ຮຸນ​ແຮງ​ ທີ່​ກະທຳ​ຕໍ່​ແມ່ຍິງ ​ແລະເດັກນ້ອຍ​ໃນ​ລາວ ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ທອງ​ສິງ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ:

“ລັດຖະບານ ຍາມ​ໃດ​ກໍ​ໃຫ້​ຄວາມ​ສຳຄັນ ຕໍ່​ວັນ​ດັ່ງກ່າວ​ຢ່າງ​ບໍ່​ລົດ​ລະ ດ້ວຍ​ການ​ປົກ​ປ້ອງ​ສິດທິ ​ແລະຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ຂອງ​ແມ່ຍິງ ​ແລະເດັກນ້ອຍ ​ເປັນຕົ້ນ​ແມ່ນ​ສິດທິ ​ໃນ​ການ​ດຳລົງ​ຊີວິດ​ໃຫ້​ມີ​ກຽດ​ສັກ​ສີ​ຢູ່​ໃນ​ສັງຄົມທີ່​ດີ ​ແລະ​ໄດ້​ຮັບ​ການ​ພັດທະນາ​ຢ່າງຮອບດ້ານ ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ໃຫ້ເດັກ​ຍິງ​ໄດ້​ມີ​ໂອກາດ​ເທົ່າ​ທຽມ​ກັບ ​ເດັກ​ຊາຍ​ສາມາດ​ເຂົ້າ​ເຖິງ​ການ​ສຶກສາ ຢ່າງ​ທົ່ວ​ເຖິງ​ໃນ​ທຸກ​ລະດັບ.”

ແຕ່​ຢ່າງ​ໃດ​ກໍ​ຕາມ ​ເຈົ້າໜ້າ​ທີ່​ຂັ້ນສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ຍອມຮັບ​ວ່າ ການຈັດ​ຕັ້ງ
ປະຕິບັດ​ແຜນການ ​ເພື່ອ​ເສີມ​ສ້າງ​ຄວາມ​ສະ​ເໝີ​ພາບ ລະຫວ່າງ​ຍິງ-ຊາຍ​ໃນ​ລາວ ທີ່​ໄດ້​ເລີ້ມ​
ການຈັດຕັ້ງປະຕິບັດ​ດ້ວຍ​ການ​ສ້າງຕັ້ງຄະນະ​ກຳມະການ​ລະດັບ​ຊາດ ​ເພື່ອ​ການ​ພັດທະນາ​
ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​ລາວ ນັບ​ຕັ້ງ​ແຕ່​ປີ 2003 ​ເປັນຕົ້ນມາ​ຈົນ​ເຖິງ​ປັດຈຸບັນ​ນີ້ ຍັງ​ຖື​ວ່າ​
ມີ​ຄວາມ​ຄືບ​ໜ້າ​ໃນ​ລະດັບ​ທີ່​ຕ່ຳຫຼາຍ ​ເມື່ອ​ທຽບ​ກັບ​ເປົ້າໝາຍ​ທີ່​ວາງ​ໄວ້.

ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ໄດ້​ຖະ​ແຫລ​ງຢືນຢັນ ວ່າ ລັດຖະບານ​ລາວ ​ໄດ້​ໃຫ້​ຄວາມ​ສຳຄັນ​ຢ່າງ​ຍິ່ງ ຕໍ່​ການປົກ​ປ້ອງ​ສິດທິ​ຂອງ​ແມ່ຍິງ.

ທັງ​ນີ້​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​ປະຕິບັດ​ງານ​ໃນ​ຊ່ວງ​ກວ່າ
10 ປີມາ​ນີ້ ສ່ວນ​ໃຫຍ່​ຈະ​ເປັນ​ການ​ປະຕິບັດ​ງານ ​ໃນ​ດ້ານ​
ເອກະສານ ​ແລະ​ພິທີການ​ຕ່າງໆຫຼາຍກວ່າ​ການຈັດຕັ້ງປະຕິບັດ
​ໃນ​ພາກ​ຕົວ​ຈິງ ຊຶ່ງ​ຈະ​ເຫັນໄດ້ ຈາກ​ການ​ດັດ​ແກ້​ ລັດ​ຖະ​ທຳ
ມະນູນ ​ເພື່ອ​ຢັ້ງຢືນ​ເຖິງ​ການ​ເຄົາລົບ ຕໍ່ຫຼັກການ​ສາກົນ​ວ່າ​ດ້ວຍ
ຄວາມ​ສະ​ເໝີ​ພາບ ລະຫວ່າງ​ຍິງ-ຊາຍ ​ໃນ​ປີ 2003 ທີ່​ຕາມ​ດ້ວຍ
​ການ​ບັງຄັບ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ພັດທະນາ ​ແລະ ການ​ປົກ​
ປ້ອງ​ແມ່ຍິງ​ໃນ​ປີ 2004 ​ແລະ ການ​ປະກາດ​ເປົ້າໝາຍ ສະຫັດ​
ສະຫວັດ ທີ່​ຈະ​ເພີ້​ມສັດສ່ວນ​ຂອງ​ແມ່ຍິງ​ລາວ ​ໃຫ້​ມີ​ຖານະ​ຕຳ​ແໜ່​ງ
​ໃນ​ທາງ​ການ​ເມືອງ​ໃຫ້​ໄດ້​ເຖິງ 30 ​ເປີ​ເຊັນ ຂອງ​ຕຳ​ແໜ່​ງທັງ​ໝົດ​
ໃນ​ປີ 2015.

ຫາກແຕ່ວ່າຜົນຂອງການຈັດຕັ້ງປະຕິບັດໃນພາກຕົວຈິງນັ້ນ ກັບ
ຍັງດຳເນີນໄປຢ່າງຊັກຊ້າ ແລະການທີ່ຈະສາມາດ ບັນລຸເປົ້າ
ໝາຍທີ່ວາງໄວ້ດັ່ງກ່າວຢ່າງແທ້ຈິງນັ້ນ ກໍຄົງຈະເປັນໄປໄດ້ຍາກ
ຢ່າງຍິ່ງເຊັ່ນດຽວກັນດັ່ງທີ່ ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການ
ຊີ້ແຈງວ່າ:

“ການປະຕິບັດສິດສະເໝີພາບຍິງ-ຊາຍນີ້ ກໍຄືການສົ່ງເສີມຄວາມກ້າວໜ້າ ຂອງ
ແມ່ຍິງກໍໄດ້ອິງໃສ່ ແຜນພັດທະນາຂອງລັດຖະບານຫັ້ນ ໃນການສ້າງພະນັກງານ
ເພດຍິງເຂົ້າໃນອົງການຈັດຕັ້ງພັກລັດ ອົງການຈັດຕັ້ງມະຫາຊົນ ຄາດໝາຍສູ້ຊົນ
20 ເປີເຊັນ ຂຶ້ນໄປ ກ່ຽວກັບສະມາຊິກສະພາຫັ້ນໃຫ້ໄດ້ 30 ເປີເຊັນ ເຫັນວ່າ
ການຈັດຕັ້ງປະຕິບັດນີ້ ພວກຂ້າພະເຈົ້າແມ່ນປະຕິບັດໄດ້ 15 ເປີເຊັນ.”

ໂດຍຈາກການສຳຫລວດ ຂອງສະຫະພັນແມ່ຍິງລາວພົບວ່າ ແຂວງເຊກອງ ເປັນເຂດທີ່ຍັງ
ຫລ້າຫລັງທີ່ສຸດ ໃນການພັດທະນາຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ເພາະມີແມ່ຍິງ
ບໍ່ເຖິງ 3 ເປີເຊັນ ທີ່ຢູ່ໃນຕຳແໜ່ງລະດັບຜູ້ບໍລິຫານຂັ້ນສູງ ຂອງແຂວງເຊກອງນັ້ນເອງ.

ນອກຈາກນີ້ ກໍຍັງເປັນການຍາກຢ່າງຍິ່ງ ທີ່ລັດຖະບານລາວ ຈະບັນລຸເປົ້າໝາຍ ສະຫັດ
ສະຫວັດ ການພັດທະນາ ດ້ານສຸຂະພາບອະນາໄມ ແລະໂພຊະນາການຂອງແມ່ ແລະເດັກ
ໄດ້ໃນປີ 2015 ເພາະການຂາດສານອາຫານຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີ ຍັງເຮັດໃຫ້
ມີເດັກນ້ອຍຕົວເຕ້ຍເຖິງ 38 ເປີເຊັນ ແລະ 32 ເປີເຊັນ ກໍມີນ້ຳໜັກຕ່ຳກວ່າເກນໃນຂະນະທີ່
ເປົ້າໝາຍສະຫັດສະຫວັດໄດ້ວາງໄວ້ ທີ່ລະດັບ 22 ເປີເຊັນ ສ່ວນການເສຍຊີວິດຂອງແມ່ຍິງ
ລາວໃນຂະນະຖືພາ ກໍຍັງສູງເຖິງ 339 ຄົນ ຫາກແຕ່ວ່າເປົ້າໝາຍສະຫັດສະຫວັດນັ້ນ ກໍຈະ
ຕ້ອງບໍ່ເກີນ 260 ຄົນຕໍ່ແສນຄົນ ຈຶ່ງເປັນການຍາກຢ່າງຍິ່ງ ທີ່ຈະປະຕິບັດ ໄດ້ພາຍໃນປີ
2015 ນັ້ນເອງ.