ການປະຕິບັດແຜນການຫຼຸດຜ່ອນບັນຫາຄວາມຍາກຈົນຂອງ
ປະຊາຊົນລາວປະສົບຜົນສໍາເລັດ ຢູ່ໃນເຂດ 10 ເມືອງຈາກ
ທັງໝົດ 47 ເມືອງທີ່ຍາກຈົນທີ່ສຸດໃນທົ່ວປະເທດລາວ.
ຄະນະກໍາມະການລະດັບຊາດເພື່ອການຊີ້ນໍາການພັດທະນາ
ຊົນນະບົດ ແລະລົບລ້າງ ຄວາມຍາກຈົນຂອງປະຊາຊົນລາວ
ລາຍງານວ່າ ການປະຕິບັດແຜນການລາວ ໃນລະຍະນັບຕັ້ງ
ແຕ່ປີ 2011 ເປັນຕົ້ນມາຈົນເຖິງປັດຈຸບັນ ໄດ້ເປັນຜົນເຮັດໃຫ້ບັນຫາຄວາມຍາກຈົນຂອງ
ປະຊາຊົນລາວຫຼຸດລົງຢ່າງຕໍ່ເນື່ອງ ໂດຍສາມາດຫຼຸດຈໍານວນເມືອງ ທີ່ທຸກຍາກລົງໄດ້
ຈາກ 47 ເມືອງໃນປີ 2010 ມາເປັນ 37 ເມືອງໃນເວລານີ້.
ແຕ່ຢ່າງໃດກໍຕາມ ຄະນະກໍາມະການຊຸດດັ່ງກ່າວນີ້ ກໍຍອມຮັບວ່າການຂາດແຄນງົບປະ
ມານຂອງລັດຖະບານລາວ ຍັງຖືເປັນປັດໄຈສໍາຄັນ ທີ່ຈະວັດແທກໄດ້ວ່າການລົບລ້າງ
ບັນຫາຄວາມຍາກຈົນຂອງປະຊາຊົນລາວນັ້ນຈະສາມາດປະຕິບັດໄດ້ຕາມເປົ້າໝາຍທີ່
ວາງ ໄວ້ຫຼືບໍ່ ຊຶ່ງກໍຄືການລົດບັນຫາທຸກຍາກຂອງປະຊາຊົນລາວລົງໃຫ້ຢູ່ໃນອັດຕາສະ
ເລ່ຍ ບໍ່ເກີນ 10% ຂອງຈໍານວນຄົວເຮືອນທັງໝົດໃນປີ 2015.
ກ່ອນໜ້ານີ້ ທ່ານຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ
ແລະປະທານປະເທດລາວ ກໍໄດ້ໃຫ້ການຢືນຢັນວ່າ ເປົ້າໝາຍສໍາຄັນທີ່ສຸດຂອງການ
ພັດທະນາລາວ ຈົນເຖິງປີ 2015 ກໍຄືການແກ້ໄຂບັນຫາຍາກຈົນຂອງປະຊາຊົນ ຕາມ
ມະຕິຕົກລົງຂອງ ຄະນະກໍາມະການກົມການເມືອງ ສູນກາງພັກ ທີ່ເອີ້ນວ່າ ແຜນການ
ສາມສ້າງ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:
“ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ຕິດພັນ
ກັບການປະຕິບັດ ຂອງກົມການເມືອງສູນກາງພັກ ກ່ຽວ
ກັບການສາມສ້າງ ສ້າງແຂວງໃຫ້ເປັນຫົວ ໜ່ວຍຍຸດ
ທະສາດສ້າງເມືອງ ໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບ
ດ້ານ ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາສູ້ຊົນ ບັນ
ລຸເປົ້າໝາຍ ເຮັດໃຫ້ຄອບຄົວທຸກຍາກທົ່ວປະເທດໃຫ້
ຍັງເຫຼືອ ບໍ່ເກີນສິບສ່ວນຮ້ອຍ ໃນປີ 2015.”
ສໍາລັບແຜນການພັດທະນາເສດຖະກິດແລະສັງຄົມ ທີ່ລັດຖະ
ບານລາວ ກໍາລັງປະຕິບັດຈັດຕັ້ງ ຢູ່ໃນປັດຈຸບັນນີ້ ກໍແມ່ນສະບັບທີ 7 ຊຶ່ງໄດ້ເລີ່ມລົງມື
ປະຕິບັດ ນັບແຕ່ປີ 2011 ເປັນຕົ້ນມາແລ້ວ ແລະກໍຍັງຄົງປະຕິບັດຈັດຕັ້ງຕໍ່ໄປ ຈົນເຖິງ
ປີ 2015 ໂດຍໃນລະຍະຂອງການຈັດຕັ້ງປະຕິບັດທີ່ຜ່ານມາ ກໍປາກົດວ່າເສດຖະກິດ
ຂອງລາວ ໄດ້ຂະຫຍາຍຕົວ ເພີ່ມຂຶ້ນຈາກ 8.1% ໃນແຜນການປີ 2010-2011 ເປັນ
8.3% ໃນປີ 2011-2012 ແລະກໍຍັງຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 8.3%
ໃນແຜນການປີ 2012-2013 ທີ່ໄດ້ສິ້ນສຸດລົງໃນທ້າຍເດືອນກັນຍາທີ່ຜ່ານມານີ້.
ແຕ່ຢ່າງໃດກໍຕາມ ການພັດທະນາຊົນນະບົດເພື່ອລົບລ້າງບັນ
ຫາຍາກຈົນໃນລາວນັ້ນ ກໍຕ້ອງການທີ່ຈະໄດ້ຮັບການຕອບສະ
ໜອງທາງດ້ານງົບປະມານຈາກລັດຖະບານລາວ ບໍ່ໜ້ອຍກວ່າ
500 ຕື້ກີບໃນແຕ່ລະປີ ຫາກແຕ່ວ່າ ໃນຄວາມເປັນຈິງນັ້ນ ກັບ
ປາກົດວ່າ ລັດຖະບານລາວສາມາດຕອບສະໜອງງົບປະມານ
ໄດ້ ຢ່າງບໍ່ພຽງພໍກັບຄວາມຕ້ອງການດັ່ງກ່າວ.
ໂດຍຈະເຫັນໄດ້ຈາກການທີ່ລັດຖະບານລາວ ໄດ້ເລີ່ມການ
ຈັດຕັ້ງປະຕິບັດຕາມແຜນການສາມສ້າງ ນັບແຕ່ເດືອນຕຸລາ
2012 ເປັນຕົ້ນມາ ຊຶ່ງໃນຮອບ 1 ປີ ທີ່ຜ່ານມານີ້ກໍໄດ້ຈັດຕັ້ງປະຕິບັດແຜນການໃນ 109
ບ້ານ ທີ່ໄດ້ຄັດເລືອກຈາກ 51 ເມືອງທັງໃນ 17 ແຂວງທົ່ວປະເທດ ແຕ່ເນື່ອງຈາກວ່າ
ລັດຖະບານບາວກໍຍັງຄົງຕ້ອງປະເຊີນກັບບັນຫາຂາດແຄນ ງົບປະມານຢ່າງຕໍ່ເນື່ອງ ຈຶ່ງ
ສາມາດຕອບສະໜອງງົບປະມານໃຫ້ກັບຈາກຈັດຕັ້ງປະຕິບັດ ແຜນການສາມສ້າງໄດ້
ພຽງແຕ່ 83.3 ຕື້ກີບເທົ່ານັ້ນ ສໍາລັບ 381 ໂຄງການ ຫຼືຄິດສະເລ່ຍ ໄດ້ໂຄງການລະ 223
ລ້ານກີບເທົ່ານັ້ນ.

Your browser doesn’t support HTML5