ເຈົ້າໜ້າທີ່ປະຈໍາກອງບັນຊາການປ້ອງກັນຄວາມສະຫງົບໃນເຂດຂະຄອນວຽງຈັນ
ໃຫ້ການຢືນຢັນວ່າ ບັນຫາອາດຊະຍາກໍາທີ່ເກີດຂຶ້ນໃນເຂດນະຄອນວຽງຈັນ ມີລະດັບ
ຄວາມຮຸນແຮງຫຼາຍຂຶ້ນນັບມື້ ຊຶ່ງຈະເຫັນໄດ້ຈາກໃນໄລຍະ 6 ເດືອນຜ່ານມາຂອງປີນີ້
ມີຄະດີອາດຊະຍາກໍາເກີດຂຶ້ນແລ້ວເຖິງ 591 ກໍລະນີ ແລະເຈົ້າໜ້າທີ່ ລາວກໍສາມາດຕິດ
ຕາມຈັບກຸມຜູ້ກະທໍາຜິດໄດ້ທັງໝົດ 541 ຄົນ ໂດຍໃນນີ້ກໍລວມເຖິງຜູ້ກະທໍາຄວາມຜິດ
ທີ່ເປັນແມ່ຍິງດ້ວຍຈໍານວນ 76 ຄົນ.
ຍິ່ງໄປກວ່ານັ້ນ ບັນຫາທີ່ໜ້າເປັນຫ່ວງຢ່າງຍິ່ງ ກໍຄືໃນຈໍານວນຜູ້ກະທໍາຄວາມຜິດທັງໝົດ
ທີ່ຖືກຈັບກຸມຕົວໄດ້ດັ່ງກ່າວນີ້ ສ່ວນໃຫຍ່ກໍແມ່ນເຍົາວະຊົນທີ່ມີອາຍຸສະເລ່ຍຕໍ່າກວ່າ 18 ປີ
ທີ່ໄດ້ພາກັນກະທໍາຄວາມຜິດກ່ຽວກັບຢາເສບຕິດ ການປົ້ນຈີ້ ແລະລັກຊັບ ລວມເຖິງການ
ຊ່ອງສຸມ ຫຼືລວມຕົວກັນຕັ້ງເປັນກຸ່ມແກ໊ງເພື່ອກໍ່ອາດຊະຍາກໍາຕ່າງໆໂດຍບໍ່ເກງກົວກົດໝາຍ
ອີກດ້ວຍ. ດັ່ງທີ່ເຈົ້າໜ້າທີ່ຄົນດັ່ງກ່າວໄດ້ໃຫ້ການ ອະທິບາຍເຖິງສະພາບການທີ່ເປັນຢູ່ໃນ ເວລານີ້ວ່າ:
ແກ້ງຊາວໜຸ່ມລາວທີ່ຖືກຈັບໄດ້ຍ້ອນໄດ້ລັກແລະປຸ້ນຈີ້ເອົາຂອງຄົນອື່ນ
“ສິ່ງຍໍ້ທໍ້ໃນສັງຄົມປັດຈຸບັນ
ຍັງສົ່ງຜົນກະທົບທາງລົບໃຫ້
ແກ່ເດັກນ້ອຍ ແລະໄວໜຸ່ມລາວ
ເຊັ່ນວ່າຕົກເປັນທາດຂອງຢາເສບ
ຕິດ ກາຍເປັນນັກເລງອັນທະພານ
ຕິດເຊື້ອໂຣກເອດສ໌ ຖືກຂາຍແຮງ
ງານ ຂີ້ຄ້ານຮໍ່າຮຽນ ມົ້ວສຸມເພີດ
ເພີນເກີນຂອບເຂດ ຊຶ່ງຜູ້ກະທໍາ
ຜິດສ່ວນໃຫຍ່ກະແມ່ນພວກໄວ
ໜຸ່ມທີ່ມີອາຍຸຕໍ່າກວ່າ 18 ປີ.”
ທາງດ້ານຄະນະກໍາມະການກວດກາ ແລະຄວບຄຸມຢາເສບຕິດແຫ່ງຊາດລາວ ກໍລາຍງານວ່າ
ການລັກລອບຂົນສົ່ງແລະການຄ້າຢາເສບຕິດໃນລາວ ໄດ້ກາຍເປັນບັນຫາທີ່ຮຸນແຮງຫຼາຍຂຶ້ນ
ນັບມື້ ເນື່ອງຈາກກຸ່ມແກ໊ງຄ້າຢາເສບຕິດໃນລາວ ບໍ່ພຽງແຕ່ຈະມີການຂະຫຍາຍພື້ນທີ່ການຄ້າ
ຢາເສບຕິດຂອງພວກຕົນຈາກເຂດຕົວເມືອງ ໄປຍັງເຂດຊົນນະບົດຂອງລາວເທົ່ານັ້ນ. ຫາກແຕ່
ກໍຍັງປາກົດວ່າກຸ່ມແກ໊ງຄ້າຢາເສບຕິດໄດ້ເພີ່ມປະລິມານຢາເສບຕິດ ທັງທີ່ລັກລອບຂົນສົ່ງເພື່ອ
ຂາຍພາຍໃນລາວ ແລະທີ່ສົ່ງອອກໄປຕ່າງປະເທດອີກດ້ວຍ. ຕົວຢ່າງກໍຄືກໍລະນີ ທາງການລາວ
ສາມາດຈັບກຸມນັກຄ້າຢາເສບຕິດໄດ້ 4 ຄົນ ໃນຂະນະທີ່ກໍາລັງລັກລອບຂົນສົ່ງຢາບ້າ ນໍ້າໜັກ
ລວມກວ່າ 2 ໂຕນ ຂ້າມແມ່ນໍ້າຂອງໄປຕ່າງປະເທດເມື່ອປີຜ່ານມາ.
ສ່ວນທ່ານ Leik Boonwat ຜູ້ຕ່າງໜ້າຂອງອົງການຄວບຄຸມຢາເສບຕິດແລະອາດຊະຍາກໍາ
ແຫ່ງອົງການສະຫະປະຊາຊາດ ຫຼື UNODC ປະຈໍາປະເທດລາວ ກໍໄດ້ ລະບຸວ່າທາງການ
ລາວສາມາດຈັບກຸມແລະຍຶດຢາເສບຕິດໄດ້ຫຼາຍຂຶ້ນຢາງຕໍ່ເນື່ອງໃນຕະຫຼອດໄລຍະ 3 ປີມານີ້
ໂດຍຈະເຫັນໄດ້ຈາກການຍຶດເຮໂຣອີນໄດ້ເພີ່ມຂຶ້ນ ຈາກ 17.5 ກິໂລກຣາມ ໃນປີ 2008 ເປັນ
84.34 ກິໂລກຣາມ ໃນປີ 2010 ແລະກໍເພີ່ມຂຶ້ນອີກເຖິງ 4 ເທົ່າໃນຕະຫຼອດປີ 2011 ທີ່ຜ່ານມາ.
ຊາວໝຸ່ມລາວທີ່ເປັນແກ້ງຂາຍຢາເສບຕິດ ທີ່ຖືກຈັບໄດ້ໃນໝໍ່ໆມານີ້
ສ່ວນຢາບ້ານັ້ນ ກໍຖືເປັນຢາເສບ
ຕິດທີ່ເພີ່ມຂຶ້ນຢ່າງວ່ອງໄວທີ່ສຸດ
ເມື່ອປາກົດວ່າ ໃນໄລຍະ 3 ປີ
ຜ່ານມານີ້ ທາງການລາວສາມາດ
ຍຶດຢາບ້າໄດ້ເພີ່ມຂຶ້ນຈາກ 1.23
ລ້ານເມັດໃນປີ 2008 ເປັນຫຼາຍ
ກວ່າ 24.5 ລ້ານເມັດໃນປີ 2010
ຫຼືເພີ່ມຂຶ້ນຫຼາຍກວ່າ 18 ເທົ່າ
ແລະເກືອບ 30 ລ້ານເມັດໃນປີ 2011.
ທາງດ້ານກະຊວງຍຸຕິທໍາຂອງລາວ ກໍລາຍງານວ່າໃນໄລຍະ 6 ເດືອນທໍາອິດຂອງແຜນການ
ປະຈໍາປີ 2011-2012 ນີ້ ສານປະຊາຊົນລາວໃນທົ່ວປະເທດໄດ້ມີຄໍາຕັດສິນຄະດີອາດຊະ
ຍາກໍາຕ່າງໆໄປແລ້ວຈໍານວນທັງໝົດ 9,893 ກໍລະນີ.
ແຕ່ຢ່າງໃດກໍຕາມ ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ກໍໄດ້ມີຄໍາສັ່ງໃຫ້ໜ່ວຍ
ງານຕ່າງໆຂອງລັດຖະບານ ແລະທຸກພາກສ່ວນທີ່ກ່ຽວຂ້ອງໃນທົ່ວປະເທດ ຈະຕ້ອງຮ່ວມມື
ກັນເຂົ້າໃນການກວດລ້າງປາກົດການຍໍ່ທໍ້ ແລະບັນຫາໄພສັງຄົມໃນທຸກຮູບແບບຢ່າງເຂ້ມງວດ
ນັບແຕ່ເດືອນມີນາເປັນຕົ້ນມາແລ້ວ ທັງນີ້ກໍເພື່ອເຮັດໃຫ້ສາມາດຮັບປະກັນໃຫ້ໄດ້ 100% ວ່າ
ຈະບໍ່ມີປາກົດການຍໍ່ທໍ້າ ແລະໄພສັງຄົມເກີດຂຶ້ນໃນໂອກາດທີ່ລັດຖະບານລາວຈະເປັນເຈົ້າພາບ
ຈັດກອງປະຊຸມສຸດຍອດຜູ້ນໍາເອເຊຍກັບຢູໂຣບຄັ້ງທີ່ 9 ທີ່ຈະມີຂຶ້ນຢ່າງເປັນທາງການລະຫວ່າງ
ວັນທີ່ 5-6 ພະຈິກປີນີ້ ຢູ່ນະຄອນວຽງຈັນ.