ນາຍົກລັດຖະມົນຕີ ຍອມຮັບວ່າການພັດທະນາທາງເສດຖະກິດ
ຂອງລາວຍັງອິງໃສ່ການຂຸດຄົ້ນຊັບພະຍາກອນທໍາມະຊາດເປັນ
ດ້ານຫຼັກ ທັງຍັງໄດ້ ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ທໍາມະຊາດ
ຫຼາຍຂຶ້ນນັບມື້ອີກດ້ວຍ.
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ໄດ້ຖະແຫຼງຍອມຮັບຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 6 ຂອງສະພາແຫ່ງຊາດລາວຊຸດທີ 7 ທີ່ໄດ້ດໍາເນີນກອງປະຊຸມໃນລະ ຫວ່າງ ວັນທີ 9-25 ທັນວານີ້ ວ່າສະພາບການພັດທະນາທາງເສດຖະກິດຂອງລາວໃນ ປັດຈຸບັນ ເຖິງແມ່ນວ່າຈະມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງກໍຕາມ ຫາກແຕ່ພື້ນ ຖານການຜະລິດສິນຄ້າກໍຍັງອິງໃສ່ການຂຸດຄົ້ນຊັບພະຍາກອນທໍາມະຊາດເປັນຕົ້ນຕໍ.
ຍີ່ງໄປກວ່ານັ້ນ ຜົນການກວດກາບັນດາໂຄງການລົງທຶນທີ່ເປັນການຂຸດຄົ້ນຊັບພະຍາ ກອນທໍາມະຊາດໃນທົ່ວປະເທດໃນລາວລະຍະທີ່ຜ່ານມາ ກໍຍັງພົບວ່າມີຫຼາຍໆໂຄງ ການທີ່ໄດ້ດໍາ ເນີນການຂຸດຄົ້ນໃນລັກສະນະສວນທາງກັບຫຼັກການພັດທະນາແບບຍືນຍົງ ທັງຍັງໄດ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດຫຼາຍຂຶ້ນນັບມື້ອີກດ້ວຍ ດັ່ງທີ່ທ່ານທອງສິງ ໄດ້ຖະແຫຼງເນັ້ນຢໍ້າວ່າ:
“ເສດຖະກິດແຫ່ງຊາດ ເຖິງແມ່ນວ່າມີການເຕີບໂຕແລະ
ຕໍ່ເນືອງ ແຕ່ພື້ນຖານ ຍັງບໍ່ທັນໜັກແໜ້ນ ການສະສົມ
ພາຍໃນຍັງມີນ້ອຍ ພື້ນຖານການຜະລິດບໍ່ທັນຫຼາຍ ຍັງ
ອາໄສການຂົດຄົ້ນຊັບພະຍາກອນທໍາມະຊາດແລະການ
ສົ່ງອອກວັດຖຸດິບ ເປັນຕົ້ນຕໍ ການຄຸ້ມຄອງນໍາໃຊ້ຊັບພະ
ຍາກອນທໍາມະຊາດມີຫຼາຍກໍລະນີບໍ່ທັນຮັບປະກັນຄວາມ
ຍືນຍົງ ແລະບໍ່ເປັນມິດຕໍ່ສິ່ງແວດລ້ອມ.”
ໃນປັດຈຸບັນ ລັດຖະບານລາວກໍາລັງຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດສະບັບທີ 7 ທີ່ໄດ້ເລີ່ມລົງມືປະຕິບັດນັບແຕ່ປີ 2011 ເປັນຕົ້ນມາແລ້ວ ແລະຍັງຈະຈັດຕັ້ງປະຕິບັດຕໍ່ໄປຈົນເຖິງ ປີ 2015 ໂດຍໃນລະຍະທີ່ຜ່ານມາ ກໍປາກົດວ່າເສດຖະ ກິດລາວໄດ້ຂະຫຍາຍຕົວເພີ່ມຂຶ້ນຈາກ 8.1% ໃນແຜນການປີ 2010-2011 ເປັນ 8.3% ທັງໃນແຜນການປີ 2011-2012 ແລະແຜນການປີ 2012-2013.
ໂດຍປັດໄຈສໍາຄັນ ທີ່ຊຸກຍູ້ໃຫ້ເສດຖະກິດຂອງລາວ ມີການຂະຫຍາຍຕົວເພີ່ມຂຶ້ນດັ່ງ ກ່າວ ກໍຄືການຂະຫຍາຍຕົວຂອງການຜະລິດໃນພາກອຸດສາຫະກໍາຂຸດຄົ້ນແຮ່ທາດ ແລະ ພາກພະລັງງານ ຫາກແຕ່ວ່າທະນາຄານໂລກ ແລະທະນາຄານພັດທະນາເອເຊຍ
(ADB) ກໍໄດ້ຕັກເຕືອນວ່າ ການພັດທະນາເສດຖະກິດ ທີ່ອິງໃສ່ແຕ່ການຂຸດຄົ້ນຊັບພະຍາ
ກອນທໍາມະຊາດເປັນຕົ້ນຕໍນັ້ນ ຈະບໍ່ສົ່ງຜົນດີຕໍ່ການພັດທະນາລາວໃນລະຍະຍາວ ເພາະ
ບໍ່ມີພຽງແຕ່ຈະເຮັດໃຫ້ ຊັບພະຍາກອນຕ້ອງລົດນ້ອຍລົງໄປເລືອຍໆເທົ່ານັ້ນ ແຕ່ຍັງຈະສົ່ງ
ຜົນກະທົບຕໍ່ສະພາແວດ ລ້ອມທໍາມະຊາດໃນລາວຢ່າງກວ້າງຂວາງອີກດ້ວຍ.
ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍຍັງຢືນຢັນຈະຊຸກຍູ້ໃຫ້
ເສດຖະກິດໃນລາວ ຂະ ຫຍາຍ ຕົວເພີ່ມຂຶ້ນຕໍ່ໄປຢ່າງຕໍ່ເນື່ອງ
ໂດຍລ່າສຸດກໍໄດ້ມອບໝາຍໃຫ້ກະຊວງແຜນ ການແລະການ
ລົງທຶນເປັນພາກສ່ວນທີ່ຮັບຜິດຊອບໃນການຮ່າງແຜນການ
ພັດທະນາເສດຖະກິດ-ສັງຄົມ ສະບັບທີ 8 ສໍາລັບຈັດຕັ້ງປະຕິ
ບັດໃນຊ່ວງປີ 2016-2020 ຕໍ່ໄປ.
ໂດຍລັດຖະບານລາວ ໄດ້ວາງຄາດໝາຍໄວ້ວ່າເສດຖະກິດລາວ
ຈະຕ້ອງຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ ລະຫວ່າງ 8.5%
ຫາ 9% ໃນແຕ່ລະປີ ຊຶ່ງກໍຈະເຮັດໃຫ້ຍອດຜະລິດຕະພັນລວມພາຍໃນ (GDP) ຂອງລາວ ສາມາດຄິດສະເລ່ຍເປັນລາຍຮັບຂອງປະຊາຊົນໄດ້ເຖິງ 3,200 ໂດລ່າ ຕໍ່ຄົນຕໍ່ປີ ໃນປີ 2020 ແລະເປັນການຮັບປະກັນວ່າລາວໄດ້ຫຼຸດພົ້ນຈາກການເປັນປະເທດດ້ອຍພັດທະນາແລ້ວອີກດ້ວຍ.
ທາງດ້ານ ທ່ານລີເບີ ລີບົວປາວ ຜູ້ອໍານວຍການສະຖາບັນວິໄຈ ເສດຖະກິດແຫ່ງຊາດ
ລາວ ກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ເສດຖະກິດຂອງລາວມີຄວາມອາດສາມາດທີ່ຈະ
ຂະຫຍາຍຕົວເພີ່ມຂຶ້ນໄດ້ ໃນອັດຕາສະເລ່ຍທີ່ເກີນກວ່າ 9% ຕໍ່ປີ ຖ້າຫາກວ່າໂຄງການກໍ່
ສ້າງທາງລົດ ໄຟຄວາມໄວສູງທີ່ເຊື່ອມຕໍ່ຈາກລາວໄປຈີນໄດ້ເກີດຂຶ້ນຢ່າງເປັນຮູບປະທໍາ
ແຕ່ກໍຍັງບໍ່ຊັດເຈນວ່າ ໂຄງການດັ່ງກ່າວນີ້ ຈະສາມາດເລີ່ມລົງມືກໍ່ສ້າງໄດ້ເມື່ອໃດແທ້
ເພາະທາງການຈີນ ຍັງບໍ່ອະນຸມັດເງິນກູ້ 7,000 ລ້ານໂດລ່າໃຫ້ລາວນັ້ນເອງ.

Your browser doesn’t support HTML5
ຟັງລາຍງານ ລາວພັດທະນາປະເທດ ທີ່ອິງໃສ່ຊັບພະຍາກອນທໍາມະຊາດ
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ໄດ້ຖະແຫຼງຍອມຮັບຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 6 ຂອງສະພາແຫ່ງຊາດລາວຊຸດທີ 7 ທີ່ໄດ້ດໍາເນີນກອງປະຊຸມໃນລະ ຫວ່າງ ວັນທີ 9-25 ທັນວານີ້ ວ່າສະພາບການພັດທະນາທາງເສດຖະກິດຂອງລາວໃນ ປັດຈຸບັນ ເຖິງແມ່ນວ່າຈະມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງກໍຕາມ ຫາກແຕ່ພື້ນ ຖານການຜະລິດສິນຄ້າກໍຍັງອິງໃສ່ການຂຸດຄົ້ນຊັບພະຍາກອນທໍາມະຊາດເປັນຕົ້ນຕໍ.
ຍີ່ງໄປກວ່ານັ້ນ ຜົນການກວດກາບັນດາໂຄງການລົງທຶນທີ່ເປັນການຂຸດຄົ້ນຊັບພະຍາ ກອນທໍາມະຊາດໃນທົ່ວປະເທດໃນລາວລະຍະທີ່ຜ່ານມາ ກໍຍັງພົບວ່າມີຫຼາຍໆໂຄງ ການທີ່ໄດ້ດໍາ ເນີນການຂຸດຄົ້ນໃນລັກສະນະສວນທາງກັບຫຼັກການພັດທະນາແບບຍືນຍົງ ທັງຍັງໄດ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດຫຼາຍຂຶ້ນນັບມື້ອີກດ້ວຍ ດັ່ງທີ່ທ່ານທອງສິງ ໄດ້ຖະແຫຼງເນັ້ນຢໍ້າວ່າ:
ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ
“ເສດຖະກິດແຫ່ງຊາດ ເຖິງແມ່ນວ່າມີການເຕີບໂຕແລະ
ຕໍ່ເນືອງ ແຕ່ພື້ນຖານ ຍັງບໍ່ທັນໜັກແໜ້ນ ການສະສົມ
ພາຍໃນຍັງມີນ້ອຍ ພື້ນຖານການຜະລິດບໍ່ທັນຫຼາຍ ຍັງ
ອາໄສການຂົດຄົ້ນຊັບພະຍາກອນທໍາມະຊາດແລະການ
ສົ່ງອອກວັດຖຸດິບ ເປັນຕົ້ນຕໍ ການຄຸ້ມຄອງນໍາໃຊ້ຊັບພະ
ຍາກອນທໍາມະຊາດມີຫຼາຍກໍລະນີບໍ່ທັນຮັບປະກັນຄວາມ
ຍືນຍົງ ແລະບໍ່ເປັນມິດຕໍ່ສິ່ງແວດລ້ອມ.”
ໃນປັດຈຸບັນ ລັດຖະບານລາວກໍາລັງຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດສະບັບທີ 7 ທີ່ໄດ້ເລີ່ມລົງມືປະຕິບັດນັບແຕ່ປີ 2011 ເປັນຕົ້ນມາແລ້ວ ແລະຍັງຈະຈັດຕັ້ງປະຕິບັດຕໍ່ໄປຈົນເຖິງ ປີ 2015 ໂດຍໃນລະຍະທີ່ຜ່ານມາ ກໍປາກົດວ່າເສດຖະ ກິດລາວໄດ້ຂະຫຍາຍຕົວເພີ່ມຂຶ້ນຈາກ 8.1% ໃນແຜນການປີ 2010-2011 ເປັນ 8.3% ທັງໃນແຜນການປີ 2011-2012 ແລະແຜນການປີ 2012-2013.
ໂດຍປັດໄຈສໍາຄັນ ທີ່ຊຸກຍູ້ໃຫ້ເສດຖະກິດຂອງລາວ ມີການຂະຫຍາຍຕົວເພີ່ມຂຶ້ນດັ່ງ ກ່າວ ກໍຄືການຂະຫຍາຍຕົວຂອງການຜະລິດໃນພາກອຸດສາຫະກໍາຂຸດຄົ້ນແຮ່ທາດ ແລະ ພາກພະລັງງານ ຫາກແຕ່ວ່າທະນາຄານໂລກ ແລະທະນາຄານພັດທະນາເອເຊຍ
(ADB) ກໍໄດ້ຕັກເຕືອນວ່າ ການພັດທະນາເສດຖະກິດ ທີ່ອິງໃສ່ແຕ່ການຂຸດຄົ້ນຊັບພະຍາ
ກອນທໍາມະຊາດເປັນຕົ້ນຕໍນັ້ນ ຈະບໍ່ສົ່ງຜົນດີຕໍ່ການພັດທະນາລາວໃນລະຍະຍາວ ເພາະ
ບໍ່ມີພຽງແຕ່ຈະເຮັດໃຫ້ ຊັບພະຍາກອນຕ້ອງລົດນ້ອຍລົງໄປເລືອຍໆເທົ່ານັ້ນ ແຕ່ຍັງຈະສົ່ງ
ຜົນກະທົບຕໍ່ສະພາແວດ ລ້ອມທໍາມະຊາດໃນລາວຢ່າງກວ້າງຂວາງອີກດ້ວຍ.
ຕຶກຫ້ອງວ່າການ ລັດຖະບານລາວ ທີ່ນະຄອນຫລວງວຽງຈັນ ຖ່າຍຈາກອະນຸສາວະລີ ປະຕູໄຊ