ລາວປະເຊີນກັບບັນຫາ ໃນການຍົກຍ້າຍ ປະຊາຊົນ ອອກຈາກເຂດ ສໍາປະທານທີ່ດີນ

ການກໍ່ສ້າງຫົນທາງໃໝ່ ໃນເຂດພະທາດຫລວງ ກຽມໃສ່ສະຫລອງ ຄົບຮອບ 450 ປີຂອງການສ້າງຕັ້ງ ນະຄອນຫລວງວຽງຈັນ ໃນ ເດືອນພະຈິກ 2010.

ການກໍ່ສ້າງຫົນທາງໃໝ່ ໃນເຂດພະທາດຫລວງ ກຽມໃສ່ສະຫລອງ ຄົບຮອບ 450 ປີຂອງການສ້າງຕັ້ງ ນະຄອນຫລວງວຽງຈັນ ໃນ ເດືອນພະຈິກ 2010.

ອໍານາດ​ການ​ປົກຄອງ​ເຂດ​ນະຄອນ​ວຽງ​ຈັນ​ ກໍາລັງ​ປະສົບ​ກັບ​ບັນຫາ​ການ​ຍົກ​ຍ້າຍ​ ປະຊາຊົນ​ ອອກ​ຈາກ​ເຂດ​ສໍາປະທານ​ຂອງ​ລັດຖະບານ ​ເພາະວ່າ​ບໍ່​ສາມາດ​ທີ່​ຈະ​ພັດທະນາ​ພື້ນ​ທີ່​ຮອງ​ຮັບ ເຂົາເຈົ້າ​ໄດ້​ ຕາມ​ແຜນການ.

ທ່ານ​ສົມບັດ ​ເຢຍລີ​ເຮີ ​ເຈົ້າຄອງ​ນະຄອນ​ຫລວງ​ວຽງ​ຈັນ ຖະ​ແຫລ​ງຍອມຮັບ​ວ່າການ​ຍົກ​
ຍ້າຍ​ປະຊາຊົນ​ທີ່​ໄດ້​ຮັບຜົນ​ກະທົບ​ຈາກ​ໂຄງການ​ພັດທະນາ​ຕ່າງໆ​ຂອງ​ລັດຖະບານ​ລາວ​ໃນ​
ເຂດ​ນະຄອນຫລວງ​ວຽງ​ຈັນ ​ໄປ​ຢູ່​ເຂດ​ຈັດສັນໃໝ່​ ໃນ​ໄລຍະ​ທີ່​ຜ່ານ​ມາ​ຈົນ​ເຖິງ​ປັດຈຸບັນ​ນີ້ ​
ໄດ້​ປະສົບ​ກັບ​ບັນຫາ​ຫຍຸ້ງ​ຍາກ​ໃນ​ຫລາຍ​ດ້ານ ​ເຊັ່ນ​ການ​ຊັກ​ຊ້າ​ໃນການ​ພັດທະນາ​ພື້ນ​ທີ່
ຮອງ​ຮັບ ​ແລະ​ການ​ບໍ່​ໄດ້​ຮັບ​ຄວາມ​ຮ່ວມ​ມື​ຈາກ​ປະຊາຊົນ​ ເປັນ​ຕົ້ນ.

ໂດຍ​ກ່ຽວກັບ​ບັນຫາ​ການ​ບໍ່​ໄດ້​ຮັບ​ຄວາມ​ຮ່ວມ​ມື​ຈາກ​ປະຊາຊົນ​ນັ້ນ ທ່ານ​ສົມບັດ​ກໍ​ຍອມຮັບ​
ວ່າ​ເປັນ​ບັນຫາ​ທີ່​ປະສົບກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ທີ່​ສຸດ ​ເນຶ່ອງຈາກ​ປາກົດ​ວ່າ​ມີ​ປະຊາຊົນ
ຈໍານວນ​ນຶ່ງ​ທີ່​ບໍ່​ໄດ້​ຖືກ​ກະທົບ​ຈາກ​ໂຄງການ​ພັດທະນາ​ຂອງ​ລັດ​ຖະບານ ​ໄດ້​ພາກັນ​ເຂົ້າ​ໄປ​
ຈັບຈອງ​ແລະ​ອາ​ໃສ​ຢູ່​ໃນ​ເຂດ​ຈັດ​ສັນ​ ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ ຍ້ອນຖືກ​ຕົວະ​ຍົວະ​ຈາກ​ກຸ່ມ
ຄົນ​ບໍ່​ດີ​ທີ່​ໄດ້​ບິດ​ເບືອນ​ຂໍ້​ມູນ ​ຈົນ​ເຮັດ​ໃຫ້​ເກີດ​ຄວາມ​ເຂົ້າ​ໃຈ​ຜິດ​ໃນ​ກຸ່ມ​ປະຊາຊົນ​ລາວ ດັ່ງ​
ທີ່ທ່ານສົມບັດ​ໄດ້​ຖະ​ແຫລ​ງຊີ້​ແຈງ​ເຖິງ​ກໍລະນີ​ບັນຫາ​ທີ່​ເກີດ​ຂຶ້ນຢູ່​ເຂດ​ຈັດ​ສັນ​ໃໝ່​ ຫລັກ 21 ​ໃນ​ເຂດ​ເມືອງ​ໄຊ​ທານີ ​ໃນ​ປັດຈຸບັນ​ນີ້​ວ່າ:

ທ່ານສົມບັດ ເຢຍລີເຮີ ເຈົ້າຄອງ ກໍາແພງນະຄອນຫລວງວຽງຈັນ (file photo 2010)

ທ່ານສົມບັດ ເຢຍລີເຮີ ເຈົ້າຄອງ ກໍາແພງນະຄອນຫລວງວຽງຈັນ (file photo 2010)

“ພວກ​ເຮົາ​ນີ້​ກະ​ໄດ້​ກະກຽມ​ເນື້ອ​ທີ່ 61 ​ເຮັກ​ຕ້າ ​ແລະ
32 ​ເຮັກ​ຕ້າ​ ຢູ່​ເຂດ​ປ່າ​ສະ​ຫງວນດົງ​ພະ​ໄຊ​ໃຫ້​ປະຊາ
ຊົນ​ໄປ​ຢູ່ ​ແຕ່​ກໍ​ມີ​ພະ​ນັກ​ງານ​ ນັກ​ລົບ​ແລະ​ປະຊາຊົນ​
ຈໍານວນ​ນຶ່ງ​ທີ່​ບໍ່​ແມ່ນ​ເປົ້າໝາຍ​ທີ່​ຈະ​ຈັດ​ສັນ​ໃຫ້​ ໄດ້​
ຖືກ​ຄົນ​ບໍ່​ດີ​ ຊວນ​ເຊື່ອ​ວ່າ​ ແມ່ນ​ພັກ-ລັດ​ນີ້​ໄດ້​ຈັດ​ສັນ​
ເພື່ອໃຫ້​ຜູ້​ບໍ່​ມີ​ທີ່​ດິນ​ຫັ້ນ. ດັ່ງ​ນັ້ນ ​ພໍ່​ແມ່​ ພີ່ນ້ອງ ກໍ​ຄື
ພະນັກງານ​ ນັກ​ລົບ ຕະຫລອດ​ເຖິງ​ພະນັກງານ​ບໍາ
ນານ​ຈຳນວນ​ນຶ່ງ​ ກໍ​ໄດ້​ພາກັນ​ບຸກລຸກ​ເຂົ້າ​ໄປ​ແລະ​
ແບ່ງປັນ​ທີ່​ດິນ​ ທີ່ອໍານາດ​ການ​ປົກຄອງ ນະຄອນ
ຫລວງ​ວຽງ​ຈັນ​ໄດ້​ບຸກ​ເບີກ​ດັ່ງກ່າວ”

ເຂດ​ຈັດ​ສັນ​ໃໝ່​ ຫລັກ 21 ດັ່ງກ່າວ​ນີ້ ​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນມາ​ເພື່ອ​ຮອງ​ຮັບ​ປະຊາຊົນລາວ​
ທີ່​ໄດ້​ຮັບ​ຜົນກະທົບຈາກ​ໂຄງການ​ພັດທະນາ​ຕ່າງໆ​ຂອງ​ລັດຖະບານ​ລາວ​ໃນ​ເຂດ​ນະຄອນ
ຫລວງ​ວຽງ​ຈັນ​ເປັນ​ການສະ​ເພາະ ​ເຊັ່ນ​ການ​ກໍ່ສ້າງ​ສະໜາມ​ກີລາ​ແຫ່ງ​ໃໝ່​ ແລະ​ສະໜາມ​
ກ໊ອຟ​ເພື່ອ​ຮອງ​ຮັບ​ກີລາ​ຊີ​ເກ​ມສ໌​ ເມື່ອ​ທ້າຍ​ປີ 2009 ການ​ຂະຫຍາ​ຍສະໜາມ​ຫລວງ​ແລະ
ກົມ​ມະ​ລຽນ​ຢູ່​ທາດຫລວງ ​ແລະ​ການ​ສ້າງ​ທາງ 4 ​ເລນ ​ເພື່ອ​ເຊຶ່ອມຕໍ່​ຈາກ​ພະທາດຫລວງ ​
ໄປ​ຍັງ​ຖະໜົນ​ກໍາ​ແພງ​ເມືອງ ຊຶ່ງ​ຖືເປັນ​ໂຄງການ​ນຶ່ງ​ທີ່​ສໍາຄັນ​ ທີ່​ຈະ​ຕ້ອງ​ດໍາ​ເນີນ​ການ​ໃຫ້
ສໍາ​ເລັດ ​ທັນ​ການສະ​ເຫລີ​ມສະຫລອງ​ນະຄອນຫລວງ​ວຽງ​ຈັນ​ຄົບຮອບ 450 ປີ ​ໃນ​ທ້າຍ
ເດືອນ​ພະ​ຈິກ​ປີ​ນີ້.

ແຜນຜັງໂຄງການພັດທະນາເດີ່ນ ພະທາດຫລວງ ກຽມໃສ່ສະຫລອງ ຄົບຮອບ 450 ປີຂອງການສ້າງຕັ້ງ ນະຄອນຫລວງວຽງຈັນ ໃນເດືອນ ພະຈິກ 2010.

ແຜນຜັງໂຄງການພັດທະນາເດີ່ນ ພະທາດຫລວງ ກຽມໃສ່ສະຫລອງ ຄົບຮອບ 450 ປີຂອງການສ້າງຕັ້ງ ນະຄອນຫລວງວຽງຈັນ ໃນເດືອນ ພະຈິກ 2010.

ອໍານາດ​ການ​ປົກຄອງ​ເຂດ​ນະຄອນຫລວງ​ວຽງ​ຈັນ​ ໄດ້​ຈັດ​
ແບ່ງ​ເຂດ​ຈັດ​ສັນ​ໃໝ່​ດັ່ງກ່າວ​ນີ້ ​ອອກ​ເປັນ​ສອງສ່ວນ​ທີ່ມີ​ພື້ນ
ທີ່​ລວມກັນ 90 ກວ່າ​ເຮັກ​ຕ້າສໍາລັບ​ຮອງ​ຮັບ​ປະຊາຊົນ​ລາວ​
ທີ່​ຖືກ​ກະທົບ​ຈາກ​ໂຄງການ​ພັດທະນາຕ່າງໆ​ຂອງ​ລັດຖະບານ​
ດັ່ງກ່າວ ​ຈໍານວນ​ທັງ​ໝົດ 251 ຄອບຄົວ ຊຶ່ືງ​ໃນ​ໄລຍະ​ທີ່​
ຜ່ານ​ມາ​ ປະຊາຊົນ​ລາວເຫລົ່າ​ນີ້ ກໍ​ໄດ້ຮັບ​ການ​ຊົດ​ເຊີຍ​ຈາກ
ທາງ​ການ​ລາວ​ແລ້ວ ​ຄິດ​ເປັນ​ມູນ​ຄ່າ​ລວມກັນ​ຫລາຍ​ກວ່າ 77
ຕື້​ກີບ ຫລື​ເກືອບ 10 ລ້ານ​ໂດ​ລາ ​ຕາ​ມອັດຕາ​ແລກປ່ຽນ​ໃນ
ປັດຈຸບັນ. ຫາກ​ແຕ່​ວ່າ​ ສໍາລັບ​ປະຊາຊົນ​ລາວ​ທີ່​ຖືກ​ກະທົບ
ຈາກ​ໂຄງການພັດທະນາ​ຕ່າງ​ໆຂອງ​ລັດຖະບານ​ລາວ​ນັ້ນ
ຄ່າ​ຊົດ​ເຊີຍດັ່ງກ່າວ ຖືວ່າຕໍ່າ​ເກີນ​ໄປ. ດ້ວຍ​ເຫດ​ນີ້ ​ຈຶ່ງ​ເຮັດ
ໃຫ້​ທາງການ​ລາວ​ຕ້ອງ​ໃຫ້ການ​ຊ່ວຍ​ເຫລືອ​ພວກ​ເຂົາ​ເຈົ້າ ດ້ວຍ​ການ​ພັດທະນາ​ເຂດ​ຈັດ​ສັນ​ໃໝ່ ​ເພື່ອ​ຮອງ​ຮັບ​ພວກ​ເຂົາ​ເຈົ້າ ດັ່ງກ່າວ​ນັ້ນ​ເອງ.