ຄະນະນັກກິລາທີມຊາດລາວ ຄາດຫວັງວ່າ ຈະຍາດໃຫ້ໄດ້ບໍ່
ໜ້ອຍກວ່າ 10 ຫຼຽນຄໍາ ຈາກການແຂ່ງຂັນ ໃນ 24 ປະເພດ
ກິລາ ໃນງານມະຫະກໍາການແຂ່ງຂັນກິລາ ຊີເກມສ໌ ຄັ້ງທີ 27
ຢູ່ສະຫະພາບມຽນມາ.
ທ່ານ ພັນຄໍາ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິ
ການແລະກິລາ ຖະແຫຼງຢືນຢັນວ່າ ໃນງານມະຫະກໍາການແຂ່ງ
ຂັນກິລາຊີເກມສ໌ ຄັ້ງທີ 27 ທີ່ລັດຖະບານມຽນມາ ເປັນເຈົ້າພາບຈັດການແຂ່ງຂັນ ໃນລະຫວ່າງວັນທີ 11-22 ທັນວາ 2013 ນີ້ ລັດຖະບານລາວ ຈະສົ່ງຄະນະນັກກິລາທີມ ຊາດເຂົ້າຮ່ວມແຂ່ງຂັນໃນ 24 ປະເພດກິລາ ໂດຍໃນນີ້ ກໍມີຄວາມຫວັງທີ່ຈະຍາດເອົາ ຫຼຽນຄໍາໃຫ້ໄດ້ 9 ປະເພດກິລາ ກໍຄື ເປຕັງ ເຕກວນໂດ ວູຊູ ຢູໂດ ແຄມໂປ ໂມບິນາມ ມວຍ ມວຍປໍ້າ ແລະກະຕໍ້ຊິນໂລນ.
ທ່ານພັນຄໍາ ບອກວ່າ ໃນ 9 ປະເພດກິລາດັ່ງກ່າວນີ້ ຄະນະນັກກິລາທີມຊາດລາວ ໄດ້ ຕັ້ງຄວາມ ຫວັງ ທີ່ຈະຍາດໃຫ້ໄດ້ບໍ່ໜ້ອຍກວ່າ 10 ຫຼຽນຄໍາ ສ່ວນອີກ 15 ປະເພດກິລາ ທີ່ເຫຼືອນັ້ນ ກໍຈະພະຍາຍາມ ໃຫ້ໄດ້ດີທີ່ສຸດ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:
“ຢູ່ໃນຕໍາແໜ່ງຫຼຽນຄໍານີ້ 9 ປະເພດ 9 ປະເພດນີ້ແມ່ນບໍ່
ຢ່າໃຫ້ຫຼຸດຫຼະຫຼຽນຄໍາ ຢ່າງໜ້ອຍກໍໄດ້ຫຼຽນນຶ່ງ ໄດ້ສອງ
ໄດ້ສາມແຮ່ງດີແຫຼະ ບັດນີ້ກິລາ ຄວາມຫວັງຫຼຽນອື່ນໆ
ນອກຈາກຫຼຽນຄໍາແລ້ວ ມີ 15 ປະເພດ ສິບຫ້າບວກເກົ້າ
ກະແປວ່າເທົ່າໃດ ຊາວສີ່ວ່າຈັ່ງຊີ້ບໍ່ ໝາຍຄວາມວ່າກິລາ
15 ປະເພດນັ້ນ ບໍ່ໃຫ້ໄດ້ຫຼຽນຄໍາບໍ່ແມ່ນ ໄດ້ແຮ່ງດີ ອັນນີ້
ແມ່ນຕາມທີ່ຄະນະເຮົາກະກຽມ.”
ງານມະຫະກໍາການແຂ່ງຂັນກິລາຊີເກມສ໌ ຄັ້ງທີ 27 ຢູ່ສາທາລະ
ນະລັດແຫ່ງ ສະຫະພາບມຽນມາ ຈະມີການແຂ່ງຂັນໃນ 33 ປະ
ເພດກິລາ ເພື່ອຍາດເອົາ 1,557 ຫຼຽນລາງວັນ ຊຶ່ງ ແບ່ງເປັນ 460 ຫຼຽນຄໍາ ກັບ 460 ຫຼຽນເງິນ ແລະ 637 ຫຼຽນທອງແດງ ໂດຍການແຂ່ງ ຂັນ ຈະຈັດຢູ່ໃນ 3 ເມືອງດ້ວຍກັນ ຄືເມືອງຢ່າງກຸ້ງ ເມືອງມັນທະເລ ແລະນະຄອນເນປິດໍ ເມືອງຫຼວງແຫ່ງໃໝ່ຂອງມຽນມາ ໂດຍພິທີເປີດການແຂ່ງຂັນຈະມີຂຶ້ນຢ່າງເປັນທາງການໃນວັນທີ 11 ທັນວາ ຢູ່ທີ່ ເມືອງ ຫຼວງແຫ່ງໃໝ່ດັ່ງກ່າວ.
ແຕ່ຢ່າງໃດກໍຕາມ ງານມະຫະກໍາ ການແຂ່ງຂັນກິລາຊີເກມສ໌ ຄັ້ງທີ 27 ນີ້ ກໍໄດ້ມີການລົດປະເພດກິລາລົງຈາກຄັ້ງທີ 26 ຢູ່ປະເທດອິນໂດນີເຊຍ ເມື່ອປີ 2011 ຈໍານວນເຖິງ 11 ປະເພດກິລາດ້ວຍກັນ ເນື່ອງຈາກປະເທດເຈົ້າພາບບໍ່ມີຄວາມພ້ອມທີ່ຈະຈັດການແຂ່ງຂັນ ເຊັ່ນ ຍີມ ນາສຕິກ ເທນນີສ ເຕັ້ນລໍາ ແລະວອລເລບອລຊາຍຫາດ ເປັນຕົ້ນ ຫາກແຕ່ວ່າ ໃນຂະນະດຽວກັນ ປະເທດເຈົ້າພາບ ກໍໄດ້ເພີ່ມກິລາປະຈໍາຊາດ ທີ່ຕົນມີ ຄວາມເປັນພິເສດເຂົ້າໃນການແຂ່ງຂັນຄັ້ງນີ້ດ້ວຍກັນ 3 ປະເພດກິລາ ທັງນີ້ກໍເພື່ອເຮັດໃຫ້ປະເທດເຈົ້າພາບມີໂອກາດທີ່ຈະຍາດເອົາຫຼຽນຄໍາໃຫ້ໄດ້ຫຼາຍຂຶ້ນນັ້ນເອງ.
ສໍາລັບຄະນະນັກກິລາທີມຊາດລາວນັ້ນ ຖ້າຫາກວ່າສາມາດ
ຍາດເອົາຫຼຽນລາງວັນໄດ້ຕາມ ຄວາມຄາດຫວັງດັ່ງກ່າວກໍມີ
ຄວາມເປັນໄປໄດ້ສູງ ທີ່ຈະສາມາດຮັກສາຕໍາແໜ່ງທີ 8 ຂອງ
ຕາລາງໄດ້ຄືກັບການແຂ່ງຂັນໃນປີ 2011 ຢູ່ປະເທດອິນໂດ
ນີເຊຍ ຊຶ່ງຄະນະນັກກິລາທີມ ຊາດລາວຍາດໄດ້ 9 ຫຼຽນຄໍາ
12 ຫຼຽນເງິນ36 ຫຼຽນທອງແດງ ໂດຍມີກໍາປູເຈຍ ຕິມໍຕາເວັນ
ອອກ ແລະບຣູໄນ ຢູ່ 3 ອັນດັບສຸດທ້າຍຈາກທັງໝົດ 11 ປະ
ເທດ ທີ່ລວມການແຂ່ງຂັນ ໃນຂະນະທີ່ອິນໂດນີເຊຍ ທີ່ເປັນ
ເຈົ້າພາບນັ້ນ ຍາດໄດ້ເຖິງ 182 ຫຼຽນຄໍາ 151 ຫຼຽນເງິນ ແລະ
143 ຫຼຽນທອງແດງ.
ແຕ່ຢ່າງໃດກຕາມ ຄະນະນັກກິລາທີມຊາດລາວ ກໍເຄີຍໄດ້ອັນດັບທີ່ 7 ເມື່ອປີ 2009 ຊຶ່ງ ລາວເປັນເຈົ້າພາບຈັດການແຂ່ງຂັນມະຫະກໍາກິລາຊີເກມສ໌ ຄັ້ງທີ 25 ຢູ່ນະຄອນວຽງຈັນ ໂດຍຄະນະນັກກິລາທີຊາດລາວສາມາດຍາດມາໄດ້ເຖິງ 33 ຫຼຽນຄໍາ, 25 ຫຼຽນເງິນ, 52 ຫຼຽນທອງແດງຈາກການແຂ່ງຂັນໃນ 25 ປະເພດກິລາ ຊຶ່ງ ຫຼຽນລາງວັນສ່ວນໃຫຍ່ນັ້ນ ກໍໄດ້ມາຈາກກິລາເປຕັງ ແລະສິນລະປະການປ້ອງກັນຕົວ ເຊັ່ນ ເຕກວນໂດ ວູຊູ ແລະມວຍ ເປັນຕົ້ນ.

Your browser doesn’t support HTML5
ຟັງລາຍງານ ທີມຊາດລາວເຂົ້າແຂ່ງຂັນກິລາ ຊີເກມສ໌ ຄັ້ງທີ 27
ທ່ານ ພັນຄໍາ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິ
ການແລະກິລາ ຖະແຫຼງຢືນຢັນວ່າ ໃນງານມະຫະກໍາການແຂ່ງ
ຂັນກິລາຊີເກມສ໌ ຄັ້ງທີ 27 ທີ່ລັດຖະບານມຽນມາ ເປັນເຈົ້າພາບຈັດການແຂ່ງຂັນ ໃນລະຫວ່າງວັນທີ 11-22 ທັນວາ 2013 ນີ້ ລັດຖະບານລາວ ຈະສົ່ງຄະນະນັກກິລາທີມ ຊາດເຂົ້າຮ່ວມແຂ່ງຂັນໃນ 24 ປະເພດກິລາ ໂດຍໃນນີ້ ກໍມີຄວາມຫວັງທີ່ຈະຍາດເອົາ ຫຼຽນຄໍາໃຫ້ໄດ້ 9 ປະເພດກິລາ ກໍຄື ເປຕັງ ເຕກວນໂດ ວູຊູ ຢູໂດ ແຄມໂປ ໂມບິນາມ ມວຍ ມວຍປໍ້າ ແລະກະຕໍ້ຊິນໂລນ.
ທ່ານພັນຄໍາ ບອກວ່າ ໃນ 9 ປະເພດກິລາດັ່ງກ່າວນີ້ ຄະນະນັກກິລາທີມຊາດລາວ ໄດ້ ຕັ້ງຄວາມ ຫວັງ ທີ່ຈະຍາດໃຫ້ໄດ້ບໍ່ໜ້ອຍກວ່າ 10 ຫຼຽນຄໍາ ສ່ວນອີກ 15 ປະເພດກິລາ ທີ່ເຫຼືອນັ້ນ ກໍຈະພະຍາຍາມ ໃຫ້ໄດ້ດີທີ່ສຸດ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:
ທ່ານ ພັນຄໍາ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະກິລາ
“ຢູ່ໃນຕໍາແໜ່ງຫຼຽນຄໍານີ້ 9 ປະເພດ 9 ປະເພດນີ້ແມ່ນບໍ່
ຢ່າໃຫ້ຫຼຸດຫຼະຫຼຽນຄໍາ ຢ່າງໜ້ອຍກໍໄດ້ຫຼຽນນຶ່ງ ໄດ້ສອງ
ໄດ້ສາມແຮ່ງດີແຫຼະ ບັດນີ້ກິລາ ຄວາມຫວັງຫຼຽນອື່ນໆ
ນອກຈາກຫຼຽນຄໍາແລ້ວ ມີ 15 ປະເພດ ສິບຫ້າບວກເກົ້າ
ກະແປວ່າເທົ່າໃດ ຊາວສີ່ວ່າຈັ່ງຊີ້ບໍ່ ໝາຍຄວາມວ່າກິລາ
15 ປະເພດນັ້ນ ບໍ່ໃຫ້ໄດ້ຫຼຽນຄໍາບໍ່ແມ່ນ ໄດ້ແຮ່ງດີ ອັນນີ້
ແມ່ນຕາມທີ່ຄະນະເຮົາກະກຽມ.”
ງານມະຫະກໍາການແຂ່ງຂັນກິລາຊີເກມສ໌ ຄັ້ງທີ 27 ຢູ່ສາທາລະ
ນະລັດແຫ່ງ ສະຫະພາບມຽນມາ ຈະມີການແຂ່ງຂັນໃນ 33 ປະ
ເພດກິລາ ເພື່ອຍາດເອົາ 1,557 ຫຼຽນລາງວັນ ຊຶ່ງ ແບ່ງເປັນ 460 ຫຼຽນຄໍາ ກັບ 460 ຫຼຽນເງິນ ແລະ 637 ຫຼຽນທອງແດງ ໂດຍການແຂ່ງ ຂັນ ຈະຈັດຢູ່ໃນ 3 ເມືອງດ້ວຍກັນ ຄືເມືອງຢ່າງກຸ້ງ ເມືອງມັນທະເລ ແລະນະຄອນເນປິດໍ ເມືອງຫຼວງແຫ່ງໃໝ່ຂອງມຽນມາ ໂດຍພິທີເປີດການແຂ່ງຂັນຈະມີຂຶ້ນຢ່າງເປັນທາງການໃນວັນທີ 11 ທັນວາ ຢູ່ທີ່ ເມືອງ ຫຼວງແຫ່ງໃໝ່ດັ່ງກ່າວ.
ແຕ່ຢ່າງໃດກໍຕາມ ງານມະຫະກໍາ ການແຂ່ງຂັນກິລາຊີເກມສ໌ ຄັ້ງທີ 27 ນີ້ ກໍໄດ້ມີການລົດປະເພດກິລາລົງຈາກຄັ້ງທີ 26 ຢູ່ປະເທດອິນໂດນີເຊຍ ເມື່ອປີ 2011 ຈໍານວນເຖິງ 11 ປະເພດກິລາດ້ວຍກັນ ເນື່ອງຈາກປະເທດເຈົ້າພາບບໍ່ມີຄວາມພ້ອມທີ່ຈະຈັດການແຂ່ງຂັນ ເຊັ່ນ ຍີມ ນາສຕິກ ເທນນີສ ເຕັ້ນລໍາ ແລະວອລເລບອລຊາຍຫາດ ເປັນຕົ້ນ ຫາກແຕ່ວ່າ ໃນຂະນະດຽວກັນ ປະເທດເຈົ້າພາບ ກໍໄດ້ເພີ່ມກິລາປະຈໍາຊາດ ທີ່ຕົນມີ ຄວາມເປັນພິເສດເຂົ້າໃນການແຂ່ງຂັນຄັ້ງນີ້ດ້ວຍກັນ 3 ປະເພດກິລາ ທັງນີ້ກໍເພື່ອເຮັດໃຫ້ປະເທດເຈົ້າພາບມີໂອກາດທີ່ຈະຍາດເອົາຫຼຽນຄໍາໃຫ້ໄດ້ຫຼາຍຂຶ້ນນັ້ນເອງ.
ນັກກິລາ ຫຼຽນຄໍາ ທີມຊາດລາວ ຄັ້ງຜ່ານມາ