ລາວວາງແຜນການ ຫຼຸດອັດຕາການຕາຍ ຂອງແມ່ແລະເດັກ ໃຫ້ຢູ່ໃນລະດັບຕໍ່າ ພາຍໃນປີ 2015

ເດັກນ້ອຍໄປຕັກນໍ້າກ໋ອກເພື່ອໄປກິນແລະໃຊ້

ກະຊວງສາທາລະນະສຸກລາວ ວາງແຜນການ ທີ່ຈະລົດອັດຕາການເສຍຊີວິດຂອງແມ່ ແລະ ເດັກລົງໃຫ້ຢູ່ໃນອັດຕາສະເລ່ຍບໍ່ເກີນ 260/ແສນຄົນ ແລະ 45/1.000 ຄົນ ຕາມລໍາດັບພາຍ ໃນປີ 2015.

ດຣ. ແສງຈ້ອຍ ປັນຍາວົງ, ຫົວໜ້າສູນຂ່າວສານການແພດສຸກຂະສຶກສາກະຊວງສາທາ
ລະນະສຸກ ໄດ້ໃຫ້ການຢືນຢັນວ່າ ມາດຕະການທີ່ສໍາຄັນຢ່າງໜຶ່ງທີ່ຈະຊ່ວຍລົດອັດຕາ
ການເສຍຊີວິດຂອງແມ່ ແລະເດັກໃນລາວ ໃຫ້ຕໍ່າລົງໄດ້ໃນໄລຍະຕໍ່ໄປນັ້ນ ກໍແມ່ນການ
ສັກຢາກັນພະຍາດໝາກແດງນ້ອຍ ແລະໝາກແດງໃຫຍ່ ໃຫ້ແກ່ແມ່ ແລະເດັກນ້ອຍ
ທີ່ອາຍຸຕັ້ງແຕ່ ­9 ເດືອນຂຶ້ນໄປຈົນເຖິງ 19 ປີໃຫ້ໄດ້ຕາມແຜນການທີ່ວາງເອົາໄວ້ຢ່າງ
ແທ້ຈິງ ເຊິ່ງກໍຄືບໍ່ນ້ອຍກ່ວາ 2.8 ລ້ານຄົນໃນທົ່ວປະເທດ.

ພາຍໃຕ້ແຜນການດັ່ງກ່າວ ທາງການກະຊວງສາທາລະນະສຸກລາວໄດ້ແບ່ງການດໍາ
ເນີນງານອອກເປັນ 2 ໄລຍະ ກໍຄືລະຫວ່າງວັນທີ 1–14 ພະຈິກ ທີ່ຈະເປັນການດໍາເນີນ ງານຢູ່ໃນແຂວງຈຳປາສັກ, ເຊກອງ, ອັດຕະປື ແລະ ສາລະວັນ. ສ່ວນອີກ 13 ແຂວງ ທີ່ ເຫຼືອນັ້ນກໍຈະດໍາເນີນການໃນລະຫວ່າງວັນທີ 21 ພະຈິກຫາວັນທີ 6 ທັນວາປີນີ້.

ແຕ່ຢ່າງໃດກໍຕາມ ດຣ ແສງຈ້ອຍ ກໍຍອມຮັບວ່າ ການທີ່ຈະສາມາດລົດບັນລຸເປົ້າໝາຍ ກ່ຽວກັບການລົດອັດຕາການເສຍຊີວິດຂອງແມ່ ແລະ ເດັກນ້ອຍໃນລາວໄດ້ຢ່າງແທ້ຈິງ ຕາມແຜນການທີ່ວາງໄວ້ໃນປີ 2015 ນັ້ນ ກໍບໍ່ແມ່ນເລື່ອງງ່າຍເພາະວ່າ ເງື່ອນໄຂສໍາຄັນ
ທີ່ສຸດປະການໜຶ່ງນັ້ນ ກໍຄືການທີ່ຈະຕ້ອງໄດ້ຮັບການຮ່ວມມືຈາກທຸກພາກສ່ວນທາງ
ພາກລັດຖະບານ ແລະພາກເອກະຊົນຢ່າງຄົບຖ້ວນດັ່ງທີ່ ດຣ ແສງຈ້ອຍ ໄດ້ໃຫ້ການຊີ້
ແຈງໃນຕອນນຶ່ງວ່າ:

ການສັກຢາແລະຢອດຢາກັນ ພະຍາດ ທີ່ລາວ

ັດຈຸບັນນີ້ ພວກເຮົາກໍາລັງວາງຄາດໝາຍ
ສູ້ຊົນຮອດປີ 2015 ໃຫ້ໄດ້ 260 ສ່ວນແສນ

ສໍາ
ຫຼັບເດັກກຸ່ມໜຶ່ງທີ່ເຮົາຈະສູ້ຊົນຮອດປີ
2015 ໃຫ້ໄດ້ 45 ຄົນສ່ວນພັນ ແລະ ເດັກ
ກຸ່ມຫ້າປີນີ້ກໍແມ່ນເຮົາຈະສູ້ຊົນໃຫ້ໄດ້ 70 ຄົນ
ສ່ວນພັນ, ອັນນີ້ແມ່ນພວກເຮົາຕ້ອງໄດ້ສູ້ຊົນ
ແມ່ນຕົວເລກທີ່ທ້າທາຍທີ່ສຸດ ຖ້າວ່າພວກເຮົາ
ຫາກບໍ່ຮ່ວມແຮງຮ່ວມໃຈກັນ ແມ່ນພວກເຮົາຈະບໍ່ບັນລຸ.

ກ່ອນໜ້ານີ້ ​ອົງການ Save the Children ໄດ້​ສະ​ເໜີລາຍ​ງານ​ປະ​ຈໍາປີ 2011 ​ວ່າ ລາວ​ເປັນ
​ປະ​ເທດທີ່​ມີ​ການຍົກ​ລະດັບ​ຄຸນ​ນະພາ​ບຊີວິດການ​ເປັນ​ຢູ່​ຂອງ​ແມ່ ​ແລະ​ເດັກ​ໄດ້​ດີ​ຂຶ້ນ​ຢ່າງໜ້າ
ພໍ​ໃຈ ​ໂດຍ​ສະ​ເພາະ​ແມ່ນ​ການຍົກ​ລະດັບ​ຄຸນ​ນະພາ​ບຊີວິດການ​ເປັນ​ຢູ່​ຂອງ​ແມ່ຍິງທີ່ຕັ້ງ​ຄັນຫຼື
ຖືພາ​ນັ້ນ​ ນັບ​ວ່າໄດ້ຮັບ​ຜົນ​ສໍາ​ເລັດເປັນ​ຢ່າງ​ດີ, ​ເຊິ່ງກໍ​ໄດ້​ເຮັດ​ໃຫ້ລາວ​ໄດ້​ຮັບ​ການເລື່ອນ​ລະດັບ
​ດີ​ຂຶ້ນ​ຈາກ​ອັນ​ດັບທີ 17 ມາ​ເປັນອັນ​ດັບ​ທີ 8 ​ໃນ​ກຸ່ມ 42 ປະ​ເທດ​ດ້ອຍພັດທະນາ​ດ້ວຍກັນ
ຈາກ​ທົ່ວ​ໂລກ.

ທັງ​ນີ້​ ​ປະ​ເທດ​ໃນເ​ອເຊຍ​ດ້ວຍ​ກັນ​ທີ່​ໄດ້​ຖືກ​ຈັດ​ໃຫ້​ຢູ່​ໃນ​ກຸ່ມ​ປະ​ເທດ​ທີ່​ມີການ​ພັດທະນາເພື່ອ​
ຍົກ​ລະດັບຄຸ​ນນະພາ​ບຊີວິດຄວາມ​ເປັນ​ຢູ່​ຂອງ​ແມ່​ຍິງ​ ໃນລະດັບ​ຕໍ່າ​ກວ່າ​ລາວ ​ແລະຕໍ່າ​ທີ່​ສຸດ
ໃນເ​ອເຊຍນັ້ນ​ກໍ​ຄື: ​ເຢ​ເມນ, ຕີ​ມໍ​ຕະ​ເວັນ​ອອກ ​ແລະບັງ​ກະລາ​ເທດ. ສ່ວນ​ປະ​ເທດ​ທີ່​ມີ​ແມ່ຍິງ
ມີ​ຄຸນ​ພາ​ບຊີວິດ​ຄວາມ​ເປັນ​ຢູ່ດີ​ທີ່​ສຸດ​ໃນ​ອາຊີ​ນັ້ນ​ກໍ​ຄື: ຢີ່ປຸ່ນ, ອິສຣະ​ແອລ ​ແລະເກົາຫຼີ​ໃຕ້
ຕາມ​ລໍາດັບ.

ແມ່ພາລູກນ້ອຍໄປກວດສຸຂະພາບ ທີ່ໂຮງໝໍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ສໍາລັບ​ໃນ​ດ້ານ​ຄຸນ​ນະພາ​ບຊີວິດ​ຄວາມ​ເປັນ​ຢູ່​ຂອງ​ເດັກນ້ອຍ​ລາວ​ອາຍຸ​ຕໍ່າ​ ກວ່າ 5 ປີ​ນັ້ນ​ພັດ​ໄດ້​ຖືກ​ປັບ​ລົດ​ອັນ​ດັບໃຫ້​ຕໍ່າລົງ​ເລັກໜ້ອຍກໍ​ຄື​ຈາກ​ອັນ​ ດັບ​ທີ 19 ​ໃນ​ປີ 2010 ມາ​ເປັນອັນ​ດັບ​ທີ 22 ຈາກ 44 ປະ​ເທດ​ດ້ອຍ​ພັດທະນາ​ດ້ວຍ​ກັນ ​ແລະໃນ​ອາຊີ​ດ້ວຍ​ກັນກໍ​ປະກົດ​ວ່າ​ ມີ​ພຽງກໍາປູ​ເຈຍ, ຕີ​ມໍ​ຕາ​ເວັນ​ອອກ ​ແລະ​ເຢ​ເມນ​ເທົ່າ​ນັ້ນ​ທີ່​ມີ​ອັນ​ດັບ​ຕໍ່າ​ກວ່າ​ລາວ.

ທັງ​ນີ້ ​ໂດຍ​ອີງ​ຕາມ​ສະຖິຕິ​ຂອງກະຊວງ​ສາທາ​ລະນະ​ສຸກ​ຂອງ​ລາວ​ນັ້ນ ກໍ​ໄດ້​ລະບຸ​ວ່າ​ ອັດຕາ​ສະ​ເລ່ຍການ​ເສຍ​ຊີວິດ​ຂອງ​ເດັກນ້ອຍ​ທີ່​ອາຍຸ​ຕໍ່າ​ກວ່າ 5 ປີ​ ກໍ​ຍັງສູງ​ເຖິງ 98 ຄົນ​ຕໍ່ 1,000 ຄົນ, ​ແລະອັດຕາ​ສະ​ເລ່ຍການ​ເສຍ​ຊີວິດ​ຂອງ​ແມ່ຍິງ​ໃນ​ຂະນະ​ຖືພາ​ນັ້ນ​ກໍ​ຍັງ​ສູງ​ ເຖິງ 300 ຄົນ​ຕໍ່ 1 ​ແສນ​ຄົນ ໃນປີ 2010 ທີ່ຜ່ານມາ.