ປ່າ​ໄມ້​ໃນ​ລາວ ສ່ວນ​ໃຫຍ່​ ປູກ​ໂດຍ​ເອ​ກະ​ຊົນ ຫລາຍກວ່າ​ ພາກ​ລັດ ຍ້ອນ​ ຂາດ​ງົບ​ປະ​ມານ

ປະ​ຊາ​ຊົນ ລາວ ປູກ​ຕົ້ນ​ໄມ້ ໃນ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ.

ປ່າ​ໄມ້​ສ່ວນ​ໃຫຍ່​ໃນ ລາວ ປູກ​ໂດຍ​ບໍ​ລິ​ສັດ​ເອ​ກະ​ຊົນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ສຳ​ປະ​ທານ​
ຈາກລັດຖະບານ ສ່ວນປ່າໄມ້ທີ່ປູກໂດຍລັດຖືເປັນພຽງສ່ວນນ້ອຍເທົ່ານັ້ນເພາະວ່າ
ລັດຖະບານຂາດງົບປະມານຢ່າງໜັກ.

Your browser doesn’t support HTML5

ຟັງ​ລາຍງານ ປ່າ​ໄມ້​ໃນ​ລາວ ສ່ວນ​ໃຫຍ່​ ປູກ​ໂດຍ​ເອ​ກະ​ຊົນ, ສ່ວນ​ລັດ​ໄດ້​ປູກ ​ພຽງ​ເລັກ​ນ້ອຍ ຍ້ອນ​ຂາດ​ງົບ​ປະ​ມານ


ທ່ານ ລຽນ​ ທິ​ແກ້ວ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້​ຖະ​ແຫຼງຍອມ​
ຮັບວ່າ ການປູກຕົ້ນໄມ້ໂດຍພາກລັດສາມາດຈັດຕັ້ງປະຕິບັດໄດ້ຕ່ຳກວ່າແຜນການທີ່
ວາງໄວ້ທຸກປີ ໂດຍມີສາເຫດສຳຄັນມາຈາກການຂາດແຄນງົບປະມານ ເພາະວ່າງົບ
ປະມານທີ່ນຳໃຊ້ໃນການປູກຕົ້ນໄມ້ໂດຍພາກລັດມີແຫຼ່ງລາຍຮັບພຽງຈາກຄ່າພັນທະ
ປູກໄມ້ ແລະ ເຄື່ອງປ່າຂອງດົງທົດແທນເທົ່ານັ້ນ ສ່ວນແຫຼ່ງລາຍຮັບທີ່ເປັນຄ່າທຳນຽມ
ບໍລິການ ແລະ ຄ່າສຳປະທານຕັດໄມ້ຢູ່ໃນເຂດໂຄງການພັດທະນາຕ່າງໆເຊັ່ນ ໂຄງ
ການກໍ່ສ້າງເຂື່ອນໄຟຟ້ານັ້ນ ຈະຕ້ອງສົມທົບເຂົ້າງົບປະມານຂອງລັດຖະບານ ຈຶ່ງບໍ່
ສາມາດທີ່ຈະນຳມາໃຊ້ຈ່າຍໄດ້ເລີຍ ນອກຈາກວ່າຈະໄດ້ຮັບການອະນຸມັດຈາກສະ
ພາແຫ່ງຊາດ ລາວ ເທົ່ານັ້ນ ດັ່ງທີ່ທ່ານ ລຽນ ຢືນຢັນວ່າ

"ການ​ສະ​ໜອງ​ງົບ​ປະ​ມານ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ປ່າ​ໄມ້​ຟື້ນ​ຟູ ແລະ ປູກ​ໄມ້​
ແມ່ນມີຈຳກັດຫຼາຍ ແລະ ຫຼຸດລົງຢ່າງຕໍ່ເນື່ອງ ສາເຫດຕົ້ນຕໍທີ່ພາໃຫ້ເກີດການສະໜອງ
ງົບປະມານເຂົ້າກອງທຶນບໍ່ໄດ້ຕາມແຜນການກໍຍ້ອນການເກັບລາຍຮັບນີ້ແຫຼະ ເວົ້າ
ລວມແລ້ວ ບໍ່ໄດ້ຕາມແຜນການທຸກແຫຼ່ງຂອງກອງທຶນ ຊຶ່ງຜ່ານມາການເກັບຕົວຈິງໄດ້
ແຕ່ພຽງແຫຼ່ງດຽວຄືຄ່າພັນທະປູກໄມ້ ແລະ ເຄື່ອງປ່າຂອງດົງທົດແທນເທົ່ານັ້ນ ສ່ວນ
ແຫຼງລາຍຮັບຄ່າທຳນຽມບໍລິການລະບຸໄວ້ໃນດຳລັດເລກທີ 03 ຊຶ່ງຕ້ອງເອົາເຂົ້າງົບ
ປະມານແລ້ວຈັ່ງເອົາອອກມາໃຊ້ ຖືກວ່າກະມີຂອບເຂດຈຳກັດ."

ທາງ​ດ້ານ​ທ່ານ ບຸນ​ປັນ ດວງ​ລາ​ຕີ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຈາກ​ແຂວງ​ຄຳ​ມ່ວນ ຖະ​
ແຫຼງວ່າການປູກໄມ້ຢູ່ແຂວງຄຳມ່ວນໃນປັດຈຸບັນນີ້ ສາມາດຈັດຕັ້ງປະຕິບັດໄດ້ໃນພື້ນ
ທີ່ທັງໝົດ 27,290 ເຮັກຕາ ໂດຍສ່ວນໃຫຍ່ເປັນປ່າໄມ້ທີ່ປູກໂດຍບໍລິສັດເອກະຊົນທີ່
ໄດ້ຮັບສຳປະທານຈາກລັດຖະບານ ລາວ ແຕ່ໃນຂະນະດຽວກັນໄມ້ທີ່ປູກໂດຍພາກ
ລັດນັ້ນ ສາມາດຈັດຕັ້ງປະຕິບັດໄດ້ພຽງ 30 ເຮັກຕາເທົ່ານັ້ນ ໂດຍມີສາເຫດມາຈາກ
ການຂາດແຄນທາງດ້ານງົບປະມານດັ່ງກ່າວ.

ທັງ​ນີ້​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ລາຍ​ງານ​ວ່າ ປ່າ​ໄມ້​ຂອງ ລາວ ໃນ​ປັດ​ຈຸ​ບັນ​ນີ້​ມີ​ອັດ
ຕາການປົກຫຸ້ມຄິດເປັນ 67.2 ເປີເຊັນຂອງພື້ນທີ່ທັງໝົດທົ່ວປະເທດ ລາວ ຫຼືປະມານ
15.91 ລ້ານເຮັກຕາ ໃນນີ້ແບ່ງເປັນປ່າປ້ອງກັນ 7.98 ລ້ານເຮັກຕາ, ປ່າສະຫງວນ
4.93 ລ້ານເຮັກຕາ, ປ່າຜະລິດ 3.1 ລ້ານເຮັກຕາ ແລະ ປ່າໄມ້ທີ່ປູກໂດຍບໍລິສັດຕ່າງ
ຊາດທີ່ສຳປະທານທີ່ດິນຈາກລັດຖະບານ ລາວ ໃນພື້ນທີ່ລວມ 486,600 ເຮັກຕາຈຶ່ງ
ເຮັດໃຫ້ຈະຕ້ອງດຳເນີນມາດຕະການເພີ່ມເນື້ອທີ່ປ່າໄມ້ໃຫ້ໄດ້ອີກ 584,000 ເຮັກຕາ
ຫຼືຄິດເປັນ 2.8 ເປີເຊັນຂອງພື້ນທີ່ທັງໝົດໃນ ລາວ ເພື່ອທີ່ວ່າຈະເຮັດໃຫ້ບັນລຸເປົ້າ
ໝາຍການເພີ່ມການປົກຫຸ້ມຂອງປ່າໄມ້ໃຫ້ເຖິງ 16.5 ລ້ານເຮັກຕາ ຫຼື 70 ເປີເຊັນຂອງ
ພື້ນທີ່ທັງໝົດໃນປີ 2020 ກໍຄືພາຍໃນ 1 ປີ 4 ເດືອນຕໍ່ໜ້ານີ້.

ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ທີ່​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ ກໍ​ບໍ່​
ແມ່ນເລື່ອງງ່າຍ ເພາະວ່າປ່າໄມ້ທີ່ປູກໃນເຂດສຳປະທານຂອງບໍລິສັດຕ່າງຊາດນັ້ນ
ເປັນສິດຂອງບໍລິສັດຕ່າງຊາດທີ່ຈະຕັດ ເພື່ອນຳປາແປຮູບເປັນຜະລິດຕະພັນສຳເລັດ
ຮູບ ເພື່ອຕອບສະໜອງຕະຫຼາດພາຍໃນ ລາວ ແລະ ສົ່ງອອກໄປຕ່າງປະເທດໄດ້ຕາມ
ສັນຍາສຳປະທານ ພ້ອມກັນນັ້ນລັດຖະບານ ລາວ ຍັງຈະຕ້ອງປາບປາມການລັກລອບ
ຕັດໄມ້ຜິດກົດໝາຍໃຫ້ໄດ້ຢ່າງເດັດຂາດອີກດ້ວຍ.

ທັງ​ນີ້​ໂດຍ​ໜ່ວຍ​ສະ​ເພາະ​ກິດ​ຂອງ​ລັດ​ຖະ​ບານ ລາວ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ​ນາ​ຍົກ​
ລັດຖະມົນຕີເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງໄມ້ທ່ອນໄປຕ່າງປະເທດຢ່າງເດັດ
ຂາດ ນັບຈາກເດືອນພຶດສະພາ 2016 ເປັນຕົ້ນມາ ແລະ ໄດ້ມີຄຳສັ່ງປິດໂຮງງານປຸງ
ແຕ່ງໄມ້ທີ່ລະເມີດຄຳສັ່ງດັ່ງກ່າວແລ້ວ 1,545 ແຫ່ງ ໃນນີ້ເປັນໂຮງງານປຸງແຕ່ງໄມ້ຂະ
ໜາດໃຫຍ່ ແລະ ຂະໜາດກາງ 355 ແຫ່ງ ແລະ ໂຮງງານຂະໜາດນ້ອຍ 1,190 ແຫ່ງ
ພ້ອມກັນນັ້ນກໍຍັງກວດພົບການລະເມີດຄຳສັ່ງເລກທີ 15/ນຍ ເຖິງ 630 ກໍລະນີ ຈັບກຸມ
ຜູ້ກະທຳຄວາມຜິດ 700 ຄົນ ລວມເຖິງພະນັກງານລັດດ້ວຍ 421 ຄົນ ແລະ ສັ່ງປິດໂຮງ
ເລື່ອຍ 1,206 ແຫ່ງ.

ໃນ​ປີ 2018 ລັດ​ຖະ​ບານນຳ​ໄມ້​ທີ່​ຍຶດ​ໄດ້​ອອກ​ປະ​ມູນ​ຂາຍ​ໄດ້​ມູນ​ຄ່າ 51 ກວ່າ​ຕື້​ກີບ ແຕ່
ກໍ​ຍັງ​ມີ​ການ​ລັກ​ລອບ​ຕັດ​ໄມ້​ເລື້ອຍ​ມາ ໂດຍ​ນັກ​ທຸ​ລະ​ກິດ​ໄດ້​ວ່າ​ຈ້າງ​ໃຫ້​ປະ​ຊາ​ຊົນ​ລັກ
ລອບ​ຕັດ​ໄມ້​ໃຫ້​ກັບ​ພວກ​ຕົນ.

ທັງ​ນີ້​ອົງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ Global Witness ລາຍ​ງານ​ວ່າ​ເຂດ​ທີ່​ມີ​ການ​ລັກ
ລອບຕັດໄມ້ຫຼາຍທີ່ສຸດຄືເຂດຊາຍແດນ ລາວ ທີ່ຕິດຕໍ່ກັບ ຫວຽດນາມ ແລະ ຈີນ ໂດຍ
ສະເພາະແຂວງຜົ້ງສາລີ ກັບ ຫຼວງນ້ຳທາ ທີ່ມີການລັກລອບຂົນສົ່ງໄມ້ໄປ ຈີນ ສ່ວນ
ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ
ຊຽງຂວາງ ນັ້ນ ກໍເປັນເຂດທີ່ມີການລັກລອບຕັດ ແລະ ຂົນສົ່ງໄມ້ຈາກລາວໄປ ຫວຽດ
ນາມ.