ລັດຖະມົນຕີລາວ ຮຽກຮ້ອງໃຫ້ບັນດາພະນັກງານພາສີໃນລະດັບທ້ອງຖິ່ນຢຸດເຊົາການເກັບອາກອນການຂົນສົ່ງສິນຄ້າທີ່ຊໍ້າຊ້ອນກັນ ເນື່ອງຈາກເຮັດໃຫ້ສິນຄ້າສົ່ງ ອອກຂອງລາວມີລາຄາສູງຂຶ້ນ.
ທ່ານນາມ ວີຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກໍາ
ແລະການຄ້າ ຖະແຫຼງ ຍອມຮັບວ່າ ສາເຫດສໍາຄັນປະການນຶ່ງ
ທີ່ເຮັດໃຫ້ສິນຄ້າສົ່ງອອກຂອງລາວມີ ລາຄາສູງຂຶ້ນຢ່າງບໍ່ສົມເຫດສົມຜົນ ທັງກໍຍັງໄດ້ກະທົບຕໍ່ຄວາມອາດສາມາດ ໃນການແຂ່ງຂັນ ດ້ານລາຄາໃນຕະຫຼາດຕ່າງປະເທດ ຂອງສິນຄ້າທີ່ສົ່ງອອກຈາກລາວດ້ວຍນັ້ນ ກໍແມ່ນການທີ່ບັນດາພະນັກງານພາສີລະດັບທ້ອງຖິ່ນ ໄດ້ພາກັນຈັດເກັບອາກອນສິນຄ້າທີ່ຂົນສົ່ງຜ່ານເຂດຮັບຜິດຊອບຂອງພວກຕົນຢ່າງຊໍ້າຊ້ອນກັນ.
ຊຶ່ງດ້ວຍການຈັດຕັ້ງປະຕິບັດດັ່ງກ່າວ ຈຶ່ງບໍ່ພຽງແຕ່ຈະເຮັດໃຫ້ຕົ້ນທຶນການຜະລິດແລະການຂົນສົ່ງສິນຄ້າໃນລາວເພີ່ມຂຶ້ນໂດຍບໍ່ຈໍາເປັນເທົ່ານັ້ນ ຫາກແຕ່ກໍຍັງເປັນການຊໍ້າເຕີມ ຫຼືເພີ່ມພາລະຄ່າຂົນສົ່ງສິນຄ້າໃນລາວທີ່ສູງຢູ່ແລ້ວໃຫ້ສູງຂື້ນໄປອີກ ເພາະສະນັ້ນ ການແກ້ໄຂບັນຫາດັ່ງກ່າວນີ້ຈຶ່ງມີພຽງແຕ່ການຢຸດເຊົາການຈັດເກັບອາກອນທີ່ຊໍ້າຊ້ອນ ກັນຢ່າງສິ້ນເຊີງເທົ່ານັ້ນ ຈຶ່ງຈະຊ່ວຍໃຫ້ສິນຄ້າລາວມີລາຄາລົດລົງ ແລະສາມາດແຂ່ງ ຂັນໃນຕະຫຼາດສາກົນໄດ້ ດັ່ງທີ່ທ່ານນາມ ໄດ້ຊີ້ແຈງວ່າ:
“ຜູ້ຜະລິດນີ້ ເຂົາເສຍປະໂຫຍດ ເຂົາບໍ່ຢາກຜະລິດຕໍ່ເດ່ ເຂົາຮູ້ວ່າກະຫຼໍ່າຢູ່ປາກຊ່ອງປະມານ 3 ຫາ 6 ບາດ 7 ບາດ ໄປຂາຍຢູ່ຊ່ອງເມັກຈະໄດ້ 11 ບາດ ແຕ່ໄປນໍາທາງນີ້ ເຈົ້າໜ້າທີ່ໄປເກັບຕື່ມອີກ ສຸດທ້າຍກັບຄືນມາແລ້ວ ຕົ້ນທຶນຂອງ ເຂົາຈະຫຼຸດລົງມາເຫຼືອຢູ່ນຶ່ງບາດສອງບາດ ກໍຄືວ່າເຮັດໃຫ້ປະຊາຊົນຫັ້ນບໍ່ມີລາຍຮັບ ກໍທຸກໄປຕື່ມອີກ.”
ນອກຈາກນີ້ ທ່ານນາມ ກໍຍອມຮັບວ່າສິນຄ້າສົ່ງອອກຂອງລາວ ຍັງມີຄຸນນະພາບຕໍ່າ ຈຶ່ງເຮັດໃຫ້ສິນຄ້າສ່ວນໃຫຍ່ຂອງລາວ ບໍ່ເປັນທີ່ຍອມຮັບໃນຕະຫຼາດການຄ້າສາກົນ ຊຶ່ງກໍ
ເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ສິນຄ້າສົ່ງອອກຂອງລາວຍັງບໍ່ສາມາດທີ່ຈະແຂ່ງຂັນໃນ ຕະຫຼາດໂລກໄດ້ຢ່າງແທ້ຈິງ.
ເພາະສະນັ້ນ ເຖິງແມ່ນວ່າການໄດ້ຮັບສະຖານະພາບ ເປັນສະມາຊິກ ໃນອົງການການຄ້າໂລກຂອງລາວ ນັບຕັ້ງແຕ່ທ້າຍປີ 2012 ເປັນ ຕົ້ນມາ ຈະເຮັດໃຫ້ລາວມີປະເທດຄູ່
ຄ້າເພີ່ມຂຶ້ນຈາກ 60 ກວ່າປະເທດເປັນ 158 ປະເທດທົ່ວໂລກກໍຕາມ ຫາກແຕ່ວ່າດ້ວຍເຫດທີ່ສິນຄ້າສົ່ງອອກສ່ວນໃຫຍ່ຂອງລາວ ກໍຍັງເປັນສິນຄ້າປະເພດວັດຖຸດິບ ທີ່ຄຸນນະ
ພາບບໍ່ໄດ້ມາດຕະຖານ ຕາມຄວາມຕ້ອງການຂອງຕະຫຼາດຕ່າງປະເທດ ທັງກໍຍັງມີປະ ລິ ມານນ້ອຍດ້ວຍນັ້ນ ຈຶ່ງເຮັດໃຫ້ລາວໄດ້ຮັບຜົນປະໂຫຍດຈາກການເປັນສະມາຊິກຂອງອົງການການຄ້າໂລກ ຍັງບໍ່ຫຼາຍເທົ່າທີ່ຄວນ.
ທັງນີ້ ໂດຍກະຊວງອຸດສາຫະກໍາ ແລະການຄ້າໄດ້ວາງເປົ້າໝາຍທີ່ຈະສົ່ງສິນຄ້າອອກ
ໄປຕ່າງປະເທດໃຫ້ໄດ້ໃນມູນຄ່າລວມບໍ່ໜ້ອຍກວ່າ 2,060 ລ້ານໂດລ່າ ໃນຕະຫຼາດແຜນການປີ 2012-2013 ຫາກແຕ່ກໍບໍ່ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ໂດຍແທ້ຈິງ.
ໂດຍສາເຫດສໍາຄັນທີ່ເຮັດໃຫ້ການສົ່ງອອກຂອງລາວສາມາດປະຕິບັດໄດ້ຕໍ່າກວ່າເປົ້າ ໝາຍ ກໍຄືການຕົກຕໍ່າລົງຂອງລາຄາຄໍາແລະແຮ່ທາດຕ່າງໆໃນຕະຫຼາດໂລກໃນຂະນະ
ທີ່ການສົ່ງອອກຄໍາ ແລະແຮ່ທາດຕ່າງໆຂອງລາວໄປຕ່າງປະເທດນັ້ນ ກໍຄິດເປັນອັດຕາ ສ່ວນເຖິງ 65% ຂອງມູນຄ່າການສົ່ງອອກທັງໝົດຂອງລາວໃນແຕ່ລະປີ ເພາະສະນັ້ນ ໃນເມື່ອວ່າລາຄາຄໍາແລະແຮ່ທາດຕ່າງໆຕົກຕໍ່າລົງ ຈຶ່ງເຮັດໃຫ້ລາຍຮັບຈາກການສົ່ງອອກຄໍາ ແລະແຮ່ທາດຕ່າງໆຂອງລາວ ຕ້ອງລົດລົງດ້ວຍນັ້ນເອງ.
ສໍາລັບໃນແຜນການປີ 2013-2014 ນີ້ ລັດຖະບານລາວໄດ້ຕັ້ງເປົ້າໝາຍທີ່ຈະຊຸກຍູ້ການສົ່ງສິນຄ້າອອກໄປຕ່າງປະເທດໃຫ້ໄ ດ້ບໍ່ໜ້ອຍກວ່າ 2,178 ລ້ານໂດລ່າ ແຕ່ຖ້າ ຫາກວ່າສະພາບການຍັງຄົງບໍ່ດີຂຶ້ນກວ່າໃນລະຍະແຜນການປີ 2012-2013 ທີ່ຜ່ານມາ ກໍຄົງຈະເປັນການຍາກທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງ.
ຍິ່ງໄປກວ່ານັ້ນ ກໍຍັງຈະເຮັດໃຫ້ລາວຕ້ອງປະເຊີນກັບບັນຫາຂາດດຸນການຄ້າ ຕ່າງປະ
ເທດຫຼາຍຂຶ້ນໄປອີກ ເນື່ອງຈາກລັດຖະບານລາວໄດ້ວາງແຜນການທີ່ຈະຄວບຄຸມການນໍາເຂົ້າສິນຄ້າຈາກຕ່າງປະເທດ ໃຫ້ຢູ່ໃນມູນຄ່າບໍ່ເກີນ 2,730 ລ້ານໂດລ່າ ແຕ່ຈາກການປະເມີນຂອງທາງການລາວເອງ ກໍເຊື່ອວ່າ ຈະມີການນໍາເຂົ້າສິນຄ້າຈາກຕ່າງປະ ເທດຫຼາຍກວ່າ 3,700 ລ້ານໂດລ່າ.
Your browser doesn’t support HTML5
ຟັງລາຍງານ ການເກັບພາສີ ຊໍ້າຊ້ອນ ໃນລາວ