ລມຕ ລາວ ຍອມຮັບວ່າ ຍັງມີບັນຫາຫຍຸ້ງຍາກ ໃນຫຼາຍດ້ານ ທີ່ເປັນອຸປະສັກຕໍ່ການເພີ້ມການປົກຫຸ້ມຂອງປ່າໄມ້ໃນລາວ

ການລັກລອບຕັດໄມ້ ຍັງເປັນບັນຫາຫຍຸ້ງຍາກ ສຳລັບລັດຖະບານລາວ

ລັດຖະມົນຕີລາວ ຍອມຮັບວ່າ ຍັງມີບັນຫາຫຍຸ້ງຍາກ ໃນຫຼາຍດ້ານທີ່ເປັນອຸປະສັກຕໍ່ການເພີ້ມການປົກຫຸ້ມຂອງປ່າໄມ້ໃຫ້ເຖິງ 70 ເປີເຊັນຂອງພື້ນທີ່ທັງໝົດໃນລາວ ໂດຍສະເພາະ ບັນຫາການລັກລອບຕັດໄມ້ນັ້ນ ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.

Your browser doesn’t support HTML5

ເຊີນຟັງລາຍງານ ລມຕ ລາວ ຍອມຮັບວ່າ ຍັງມີບັນຫາຫຍຸ້ງຍາກ ໃນຫຼາຍດ້ານ ທີ່ເປັນອຸປະສັກຕໍ່ການເພີ້ມການປົກຫຸ້ມຂອງປ່າໄມ້ໃນລາວ

ທ່ານເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳແລະປ່າໄມ້ ຖະແຫລງວ່າ ລັດຖະບານລາວ ໄດ້ກຳນົດເປົ້າໝາຍຂອງການປູກຕົ້ນໄມ້ປະຈຳປີ 2022 ນີ້ ໃຫ້ໄດ້ໃນພື້ນທີ່ 37,200 ເຮັກຕາໃນທົ່ວປະເທດ ໃນນີ້ ເປັນການປູກຕົ້ນໄມ້ ເພື່ອເພີ້ມເນື້ອທີ່ປ່າສະຫງວນ-ປ່າປ້ອງກັນ 7,400 ເຮັກຕາ ປ່າອຸດສາຫະກຳ 24,800 ເຮັກຕາ ແລະປ່າໄມ້ເອກະຊົນ 5,000 ເຮັກຕາ ໂດຍຖືເປັນສ່ວນນຶ່ງຂອງແຜນຍຸດທະສາດການພັດທະນາ ແລະຮັກສາພື້ນທີ່ປ່າໄມ້ ໃຫ້ໄດ້ເຖິງ 16 ລ້ານເຮັກຕາ ຫຼືຄິດເປັນອັດຕາການປົກຫຸ້ມປ່າໄມ້ 70 ເປີເຊັນຂອງພື້ນທີ່ທັງໝົດຂອງລາວ ໃນປີ 2025 ແຕ່ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວນີ້ ໄດ້ໃນການປະຕິບັດຕົວຈິງນັ້ນ ກໍບໍ່ແມ່ນເລື້ອງງ່າຍ ເພາະມີບັນຫາຫຍຸ້ງຍາກໃນຫລາຍດ້ານທີ່ເປັນອຸປະສັກຕໍ່ການບັນລຸເປົ້າໝາຍ ເຊັ່ນການບຸກລຸກປ່າສະຫງວນເປັນ ຕົ້ນ ດັ່ງທີ່ທ່ານເພັດ ໄດ້ໃຫ້ການຢືນຢັນວ່າ:

“ການປົກປັກຮັກສາປ່າໄມ້ ຍັງມີສິ່ງທ້າທາຍ ທີ່ສົ່ງຜົນກະທົບທາງກົງແລະທາງອ້ອມຕໍ່ປ່າໄມ້ ແລະດິນປ່າໄມ້ ໂດຍສະເພາະແມ່ນການບຸກລຸກ 3 ປະເພດປ່າ ພ້ອມນີ້ ວຽກການກຳນົດທີ່ດິນ-ປ່າໄມ້ໃນຂອບເຂດ 3 ປະເພດປ່າ ກໍຍັງບໍ່ທັນສຳເລັດ ຊຶ່ງເປັນສິ່ງທ້າທາຍຕໍ່ການບຸກລຸກປ່າໄມ້ ການຍົກລະດັບຄວາມປົກຫຸ້ມປ່າໄມ້ 70 ເປີເຊັນ ຕາມແຜນຄາດໝາຍສູ້ຊົນໃນຍຸດທະສາດປ່າໄມ້.”

ທັງນີ້ ນາຍົກລັດຖະມົນຕີລາວ ໄດ້ອອກຄຳສັ່ງເລກທີ 15/ນຍ ເພື່ອຫ້າມສົ່ງໄມ້ທ່ອນໄປຕ່າງປະເທດຢ່າງເດັດຂາດນັບຕັ້ງແຕ່ເດືອນພຶດສະພາ 2016 ເປັນຕົ້ນ ມາ ແຕ່ດ້ວຍການຈັດຕັ້ງເຄືອຂ່າຍການຄ້າໄມ້ເຖື່ອນ ທີ່ມີລັກຊະນະຂ້າມຊາດແລະມີພະນັກງານຂອງລັດຖະບານ ເຂົ້າໄປມີສ່ວນໃນຜົນປະໂຫຍດຮ່ວມດ້ວຍນັ້ນ ຈຶ່ງເຮັດໃຫ້ຍາກຕໍ່ການປາບປາມ ໂດຍໜ່ວຍສະເພາະກິດຂອງລັດຖະບານລາວ ໄດ້ກວດກາໂຮງງານແປຮູບໄມ້ 3,454 ແຫ່ງໃນຊ່ວງ 5 ປີຜ່ານມາ ພົບວ່າ 2,364 ໂຮງງານ ທີ່ໃຫ້ການສົ່ງເສີມ ແລະຊື້ໄມ້ຈາກຂະບວນການລັກລອບຕັດໄມ້ຈຶ່ງໄດ້ອອກຄຳສັ່ງໃຫ້ຢຸດກິດຈະການທັງ 2,364 ໂຮງງານ ສ່ວນທີ່ເຫຼືອ 1,090 ໂຮງງານນັ້ນຍັງຕິດຕາມກວດກາການດຳເນີນກິດຈະການຢ່າງໃກ້ຊິດຈົນເຖິງປັດຈຸບັນນີ້.

ທາງການລາວ ລົງກວດກາໂຮງເລື່ອຍ ທີ່ບໍ່ໄດ້ຮັບອານຸຍາດ ຈາກອຳນາດການປົກຄອງ

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ-ປ່າໄມ້ ເປີດເຜີຍວ່າ ໃນປີ 2020-2021 ໄດ້ກວດພົບການລະເມີດຄຳສັ່ງນາຍົກລັດຖະມົນຕີ ເລກທີ 15/ນຍ ຫຼາຍກວ່າ 670 ກໍລະນີໂດຍມີຜູ້ກະທຳຄວາມຜິດທີ່ເປັນພະນັກງານລັດກວ່າ 580 ຄົນ ນັກທຸລະກິດການຄ້າໄມ້ 290 ກວ່າລາຍ ແລະປະຊາຊົນທີ່ເປັນແຮງງານຮັບຈ້າງກວ່າ 850 ຄົນ ທັງຍັງຢຶດເລື່ອຍໄຟຟ້າໄດ້ເຖິງ 15,549 ໜ່ວຍ ເຄື່ອງຊອຍໄມ້ 1,816 ຊຸດ ລົດໄຖ ລົດບັນທຸກ-ລົດຍົກ-ລົດຂຸດ-ລົດບັສ-ລົດຕູ້-ລົດກະບະ-ລົດຈັກ ລວມກັນກວ່າ 550 ຄັນ ແລະຢຶດໄມ້ຂອງກາງໄດ້ຫຼາຍກວ່າ 800,000 ແມັດກ້ອນ ຄິດເປັນມູນຄ່າເສຍຫາຍຫຼາຍກວ່າ 450 ພ້ອມກັນນັ້ນ ສະເພາະປະຕິບັດການ ຢູ່ທີ່ເຂດຊາຍແດນລາວ-ຫວຽດນາມ ຍັງສາມາດຈັບສະ ມາຊິກໃນຂະບວນການຄ້າໄມ້ເຖື່ອນໄດ້ອີກກວ່າ 1,200 ຄົນ ໃນນີ້ມີພະນັກງານຂອງລັດຖະບານລາວ ລວມຢູ່ດ້ວຍ 270 ກວ່າຄົນ.

ສະພາບການດັ່ງກ່າວນີ້ ຍັງຖືເປັນສາເຫດສຳຄັນທີ່ຄະນະຜູ້ຕ່າງໜ້າທາງການຄ້າ ສະຫະພາບຢູໂຣບ (EU) ບໍ່ອະນຸຍາດໃຫ້ນຳເຂົ້າໄມ້ສຳເລັດຮູບຈາກລາວເພາະ ບໍ່ໝັ້ນໃຈວ່າ ທາງການລາວ ຈະສາມາດຢຸດຢັ້ງການລັກລອບຄ້າໄມ້ເຖື່ອນໄດ້ຢ່າງຄັກແນ່ ຈຶ່ງໄດ້ກຳນົດເງື່ອນໄຂໃນ 6 ດ້ານທີ່ທາງການລາວ ຕ້ອງປະຕິບັດໃຫ້ໄດ້ຢ່າງຄົບຖ້ວນ ກໍຄື ການກຳນົດໃຫ້ນຳເອົາໄມ້ຈາກປ່າຜະລິດເທົ່ານັ້ນ ມາແປຮູບເປັນສິນຄ້າ ການກຳນົດພັນທະໃນດ້ານແຮງງານກັບການຜະລິດ ການຂຶ້ນທະບຽນຫົວໜ່ວຍທຸລະກິດຄ້າໄມ້ ການພັດທະນານິຕິກຳກ່ຽວກັບປ່າໄມ້ ການພັດທະນາລະບົບການຄ້ຳປະກັນໄມ້ທີ່ຖືກກົດໝາຍ ໃຫ້ເປັນເອກະສານທີ່ສົມບູນແລະການຈັດຕັ້ງປະຕິບັດທີ່ມີປະສິດທິພາບຢ່າງແທ້ຈິງ ຫາກບໍ່ສະນັ້ນແລ້ວ ຈະຍັງບໍ່ມີການອະນຸຍາດໃຫ້ນຳເຂົ້າຜະລິດພັນໄມ້ສຳເລັດຮູບຈາກລາວ ຕໍ່ໄປ.

ແຕ່ຢ່າງໃດກໍຕາມ ທາງການລາວ ກໍໄດ້ວາງເປົ້າໝາຍທີ່ຈະເພີ້ມອັດຕາການປົກຫຸ້ມປ່າໄມ້ ຈາກ 68 ເປີເຊັນ ເປັນ 70 ເປີເຊັນ ຂອງພື້ນທີ່ທັງໝົດຂອງລາວ ໃຫ້ໄດ້ໃນປີ 2025 ທັງນີ້ ດ້ວຍການປູກຕົ້ນໄມ້ໃຫ້ໄດ້ ໃນພື້ນທີ່ ທີ່ລວມມີ 5 ແສນເຮັກຕາ ແລະຟື້ນຟູປ່າທຳມະຊາດໃຫ້ໄດ້ 6 ລ້ານເຮັກຕາ ໂດຍຖ້າຫາກວ່າ ການຈັດຕັ້ງປະຕິບັດເປັນໄປຕາມແຜນການທີ່ວາງໄວ້ກໍຈະເປັນຜົນເຮັດໃຫ້ ລາວ ມີພື້ນທີ່ປ່າໄມ້ລວມ 16 ລ້ານເຮັກຕາ ຊຶ່ງແບ່ງເປັນປ່າໄມ້ 3 ປະເພດ ຄື ປ່າສະຫງວນ 4 ລ້ານ 7 ແສນເຮັກຕາ ປ່າປ້ອງກັນ 8 ລ້ານ 2 ແສນເຮັກຕາ ແລະປ່າຜະລິດຫຼືປ່າອຸດສາຫະກຳແປຮູບໄມ້ 3 ລ້ານ 1 ແສນເຮັກຕາ ຕາມລຳດັບ.