ລັດຖະມົນຕີລາວຍອມຮັບວ່າ ມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງ
ມີການທົບທວນ ແຜນການ ແລະເປົ້າໝາຍ ໃນການຟື້ນຟູ ສະ
ພາບປ່າໄມ້ທໍາມະຊາດໃຫ້ສອດຄ່ອງກັບຄວາມຈໍາເປັນໃນການ
ພັດທະນາຊາດທີ່ເປັນຈິງ.
ທ່ານວິໄລວັນ ພົມແຂ ລັດຖະມົນຕີວ່າການກະຊວງກະສິກໍາ-ປ່າໄມ້ ຖະແຫຼງວ່າການ ຟື້ນຟູສະພາບປ່າໄມ້ໃນທົ່ວປະເທດລາວ ໄດ້ເນັ້ນໜັກການປະຕິບັດໃນ 5 ແຜນງານດ້ວຍກັນ ໂດຍທີ່ສໍາຄັນກໍຄການສໍາຫຼວດແລະສ້າງແຜນຈັດສັນປ່າຜະລິດແບບຍືນຍົງໃນເນື້ອທີ່ 319,000 ເຮັກຕ້າ ການຈັດທໍາແຜນການຈັດສັນປ່າຜະລິດຈໍານວນ 41 ເຂດ ໃນເນື້ອທີ່ 273,160 ເຮັກຕ້າ ການຟື້ນຟູປ່າຜະລິດໃຫ້ໄດ້ 60,000 ເຮັກຕ້າ ແລະການປູກຕົ້ນໄມ້ໃຫ້ ໄດ້ ໃນເນື້ອທີ່ 30,000 ເຮັກຕ້າໃນແຕ່ລະປີ.
ໂດຍການປະຕິບັດຈັດຕັ້ງແຜນງານເຫຼົ່ານີ້ ກໍເພື່ອເປັນການຕອບສະໜອງຕໍ່ແຜນການແລະເປົ້າໝາຍທີ່ລັດຖະບານລາວ ຈະເພີ່ມຄວາມໜາແໜ້ນຂອງປ່າໄມ້ໃຫ້ປົກຫຸ້ມເຖິງ 60% ແລະ 70% ຂອງເນື້ອທີ່ທັງໝົດໃນລາວໃຫ້ໄດ້ໃນປີ 2015 ແລະປີ 2020 ຕາມລໍາດັບ ຫາກແຕ່ທາງການລາວ ກໍຍອມຮັບວ່າ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງ ກ່າວນີ້ໄດ້ຢ່າງແທ້ຈິງນັ້ນ ກໍບໍ່ແມ່ນເລຶ່ອງງ່າຍ.
ທັງນີ້ກໍເນື່ອງຈາກການສໍາຫຼວດນັບແຕ່ປີ 1992 ເປັນຕົ້ນມາພົບ
ວ່າສະພາບປ່າໄມ້ຂອງລາວ ໄດ້ລົດຄວາມໜາແໜ້ນລົງຢ່າງຕໍ່
ເນື່ອງ ກໍຄືລົດລົງຈາກ 47% ໃນ ປີ 1992 ມາເປັນ 42% ໃນປີ
2002 ແລະຕໍ່າກວ່າ 40% ຂອງພື້ນທີ່ທັງໝົດໃນລາວໃນປັດຈຸ
ບັນນີ້.
ຍິ່ງໄປກວ່ານັ້ນ ປະສິດທິພາບໃນການຟື້ນຟູປ່າໄມ້ຂອງພາກ
ລັດຖະບານລາວ ກໍຍງຕໍ່າກວ່າພາກເອກກະຊົນໃນ ທຸກໆດ້ານ
ອີກດ້ວຍ ໂດຍສະເພາະແມ່ນການປູກຕົ້ນໄມ້ລະຍະທີ່ຜ່ານມາ
ກໍປາກົດວ່າ ຕົ້ນໄມ້ ທີ່ປູກໂດຍພາກເອກກະຊົນ ມີອັດຕາການ
ລອດ 80-100% ໃນຂະນະທີ່ຕົ້ນໄມ້ທີ່ປູກໂດຍພາກລັດ ກັບມີອັດຕາການລອດພຽງແຕ່ 65-70% ຂອງຈໍານວນຕົ້ນໄມ້ທີ່ປູກທັງໝົດໃນແຕ່ລະປີເທົ່ານັ້ນ ທັງນີ້ກໍເນື່ອງຈາກການມີງົບປະມານຢ່າງຈໍາກັດ ຊຶ່ງ ເມື່ອປະກອບກັບການທີ່ລາວຍັງຕ້ອງສົ່ງເສີມໃຫ້ຕ່າງຊາດເຂົ້າມາລົງທຶນ ທີ່ຈະຕ້ອງມີການນໍາໃຊ້ພື້ນທີ່ຫຼາຍຂຶ້ນນັບມື້ດ້ວຍນັ້ນ ຈຶ່ງເຮັດໃຫ້ຈໍາເປັນທີ່ຈະຕ້ອງມີການທົບທວນແຜນການຟື້ນຟູ ປ່າໄມ້ດ້ວຍເຊັ່ນກັນ ດັ່ງທີ່ທ່ານວິໄລວັນ ໄດ້ໃຫ້ການຢືນຢັນວ່າ:
“ຕົວເລກທີ່ໄດ້ຄົ້ນຄວ້າສະໜອງໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ ຍັງເປັນຕົວເລກສືບຕໍ່ພິຈາລະນາ ຍົກຕົວຢ່າງມີບາງບໍລິເວນ ທີ່ພວກເຮົາກໍາໜົດເປັນປ່າປ້ອງກັນ ຫຼືປ່າຟື້ນຟູ ແຕ່ວ່າ ການລົງທຶນ ມັນຕ້ອງມີເນື້ອທີ່ ທີ່ກວ້າງ ຂວາງ ຈັ່ງຊັ້ນອິງໃສ່ບັນດາບົດຮຽນຂອງປະເທດເພື່ອນບ້ານນີ້ ເຂົາເຈົ້າກໍມີ ການຈັດສັນຄືນໃໝ່ ອັນນີ້ເຮັດໃຫ້ມັນດຸ່ນດ່ຽງລະຫວ່າງການປົກຫຸ້ມ ກັບການພັດທະນານີ້ ບໍ່ໃຫ້ມີຄວາມຂັດແຍ້ງກັນ.”
ແຕ່ຢ່າງໃດກໍຕາມ ຄະນະລັດຖະບານລາວກໍໄດ້ມີມະຕິຮັບຮອງເອົາແຜນການສ້າງຕັ້ງເຂດປ່າປ້ອງກັນແຫ່ງຊາດ 4 ແຫ່ງໃນເຂດ 16 ແຂວງຢ່າງເປັນທາງການເມື່ອບໍ່ດົນມານີ້ ດ້ວຍເປົ້າໝາຍທີ່ຈະປົກປັກຮັກສາຊັບພະຍາກອນປ່າໄມ້ ລວມເຖິງການປ້ອງກັນການເຊາະເຈື່ອນ ແລະຮັກສາຄຸນນະພາບດິນ ຮັກສາແຫຼ່ງນໍ້າ ແລະປ້ອງກັນໄພທໍາມະຊາດ ເພື່ອຮັບປະກັນການ ປົກປັກຮັກາສິ່ງແວດລ້ອມທໍາມະຊາດ ແລະຟື້ນຟູປ່າໄມ້ທີ່ເຊື່ອມໂຊມໃຫ້ກັບຄືນມາເປັນປ່າໄມ້ ທີ່ອຸດົມສົມບູນດັ່ງເດີມໃຫ້ໄດ້ໄວທີ່ສຸດ.
ຍິ່ງໄປກວ່ານັ້ນ ມະຕິຕົກລົງດັ່ງກ່າວນີ້ ຂອງຄະນະລັດຖະບານລາວ ຍັງໄດ້ແນໃສ່ການປົກປັກຮັກສາປ່າໄມ້ໃຫ້ລອດພົ້ນຈາກການລັກລອບຕັດໄມ້ ໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍອີກດ້ວຍ.
ທັງນີ້ກໍເນື່ອງຈາກວ່າສາເຫດທີ່ສໍາຄັນປະການນຶ່ງ ທີ່ເຮັດໃຫ້ການລັກລອບຕັດໄມ້ທໍາ ລາຍປ່າສາມາດທີ່ຈະດໍາເນີນການໄດ້ຢ່າງກວ້າງຂວາງນັ້ນ ກໍຍ້ອນວ່າອໍານາດ ການປົກຄອງທັງໃນສ່ວນກາງ ແລະລະດັບທ້ອງຖິ່ນໄດ້ໃຫ້ການຮ່ວມມືກັບບັນດາພໍ່ຄ້າໄມ້ ຊຶ່ງ ລວມເຖິງການອະນຸຍາດໃຫ້ມີການສ້າງຕັ້ງໂຮງເລື່ອຍຈໍານວນຫຼາຍເກີນໄປ ຈຶ່ງເຮັດໃຫ້ຍາກຕໍ່ ການຄວບຄຸມ ແລະກວດກາໄດ້ຢ່າງທົ່ວເຖິງ ໂດຍການກວດກາໃນລະຍະທີ່ຜ່ານມາຍັງພົບວ່າມີເຈົ້າຂອງກິດຈະການໂຮງເລື່ອຍຈໍານວນບໍ່ໜ້ອຍ ທີ່ໄດ້ລະເມີດກົດ ໝາຍ.

Your browser doesn’t support HTML5