ຜູ້ນຳມາເລເຊຍຢ້ຽມຢາມລາວ

ນາຍົກລັດຖະມົນຕີມາເລເຊຍ ທ່ານ NAJIB RAZAK ໄດ້ເດີນທາງໄປ ເຖິງປະເທດ
ລາວແລ້ວ ໃນການຢ້ຽມຢາມປະເທດດັ່ງກ່າວເປັນເທື່ອທຳອິດ ນັບ ແຕ່ທ່ານໄດ້ເຂົ້າ
ຮັບຕຳແໜ່ງໃນປີກາຍນີ້.

ທ່ານ NAJIB ໄດ້ເດີນທາງໄປເຖິງນະຄອນຫຼວງວຽງຈັນ ໃນວັນພຸດມື້ນີ້ ຕິດຕາມ
ໂດຍພັນລະຍາຂອງທ່ານພ້ອມໆກັບລັດຖະມົນຕີຫຼາຍໆທ່ານແລະພວກ ນັກທຸລະກິດ
ອີກຈຳນວນນຶ່ງ.

ການຢ້ຽມຢາມຂອງທ່ານແມ່ນຈະຮວມທັງການຈະລາຈາຫາລືກັບທ່ານບົວ ສອນ ບຸບຜາວັນ
ນາຍົກລັດຖະມົນຕີຂອງລາວ ຕະຫລອດທັງປະທານປະເທດ ທ່ານຈູມມະລີ ໄຊຍະສອນ
ອີກດ້ວຍ. ທ່ານ NAJIB ຍັງຈະເປັນສັກຂີພະຍານ ໃນການລົງນາມບົດບັນທຶກຄວາມເຂົ້າໃຈ
ຫລາຍໆສະບັບ ແລະຖະແຫຼງຕໍ່ພວກ ຜູ້ນຳທຸລະກິດຂອງລາວແລະມາເລເຊຍ.

ຖະແຫຼງຂ່າວສະບັບນຶ່ງຂອງລັດຖະບານມາເລເຊຍແຈ້ງວ່າ ການເດີນທາງ ໄປຢ້ຽມຢາມລາວ
ຂອງນາຍົກລັດຖະມົນຕີ NAJIB ໃນຄັ້ງນີ້ຈະຊຸກຍູ້ໃຫ້ປະເທດ ທັງສອງ ເພີ້ມທະວີການ
ຮ່ວມມືທີ່ມີຢູ່ແລ້ວໃນປັດຈຸບັນ ແລະຊອກສະແຫວງຫາ ການຮ່ວມມືກັນໃໝ່ ໃນຂົງເຂດວຽກງານອື່ນ.